ປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣໍາ, ທີ່ຫລົ້ມແຫລວໃນການທ້າທາຍທາງກົດໝາຍຕໍ່ການນັບບັດລົງຄະແນນສຽງທີ່ສະແດງໃຫ້ເຫັນວ່າ ທ່ານໂຈ ໄບເດັນ, ຜູ້ທີ່ຄາດວ່າຈະປະທານາທິບໍດີເລືອກໃໝ່ ຊະນະການເລືອກຕັ້ງປະທານາ ທິບໍດີນັ້ນ ໄດ້ເຊື້ອເຊີນເອົາສະມາຊິກລັດຖະສະພາສັງກັດພັກຣີພັບບລິກັນຜູ້ສໍາຄັນຈາກລັດມີຊີແກນທີ່ເປັນລັດມີການຍາດແຍ່ງກັນໃນເຂດຕາເວັນຕົກຕອນກາງມາທີ່ທຳນຽບຂາວໃນວັນສຸກມື້ນີ້.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ່ານທຣໍາອາດຈະເວົ້າຫຍັງຕໍ່ບັນດາສະມາຊິກລັດຖະສະພາຂອງລັດມີຊີແກນ ຫຼືວ່າພວກເຂົາເຈົ້າມີຫຼາຍຄົນປານໃດທີ່ຈະເດີນ ທາງມາວໍຊິງຕັນ.
ທະນາຍຄວາມຂອງທ່ານທຣໍາ ໃນວັນພະຫັດວານນີ້ ໄດ້ລົ້ມເລີກການທ້າທາຍທາງກົດໝາຍຂອງພວກເຂົາເຈົ້າຕໍ່ຜົນການເລືອກຕັ້ງທີ່ລັດມີຊີແກນ. ການເຊື້ອເຊີນທີ່ຜິດປົກກະຕິທີ່ໃຫ້ບັນດາສະມາຊິກລັດຖະສະພາຂອງລັດແມ່ນເກີດຂຶ້ນໃນຂະນະທີ່ທີມງານດ້ານກົດໝາຍຂອງຄະນະໂຄສະນາຫາສຽງຂອງທ່ານທຣໍາກຳລັງຫາຊ່ອງທາງຕ່າງໆເພື່ອຈະເຮັດໃຫ້ຜົນການເລືອກຕັ້ງທີ່ໄດ້ຮັບໃນລັດທີ່ສຳຄັນທີ່ທ່ານທຣໍາໄດ້ເສຍໄຊໄປນັ້ນຕ່າວປີ້ນຄືນ.
ທ່ານ ໄບເດັນຊະນະການລົງຄະແນນສຽງຢູ່ໃນລັດມີຊີແກນໂດຍໄດ້ຮັບຄະແນນຫລາຍກວ່າ 150,000 ສຽງ ແລະປະກົດວ່າ ກຳລັງກ້າວໄປສູ່ການເກັບເອົາຄະແນນສຽງຈາກຜູ້ແທນການເລືອກຕັ້ງໃນລັດທີ່ມີ 16 ສຽງນັ້ນ. ຄະແນນສຽງຈາກຜູ້ແທນການເລືອກຕັ້ງຂອງລັດມີຊີແກນ ແມ່ນພາກສ່ວນສຳຄັນໃນຈຳນວນສຽງສ່ວນຫຼາຍທີ່ມີຫລາຍກວ່າ 270 ສຽງທີ່ທ່ານໄບເດັນໄດ້ຮັບຢ່າງບໍ່ເປັນທາງການຈາກຜູ້ແທນການເລືອກຕັ້ງທັງໝົດ 538 ຄົນທີ່ຕັດສິນຜົນຂອງການເລືອກຕັ້ງປະທານາທິບໍດີສະຫະລັດນັ້ນ, ບໍ່ແມ່ນຄະແນນນິຍົມຂອງຄົນທົ່ວປະເທດ.
ຖ້າຄະນະກວດການນັບຄະແນນສຽງເລືອກຕັ້ງຂອງລັດມີຊີແກນ ບໍ່ໄດ້ໃຫ້ການຢັ້ງຢືນໄຊຊະນະຂອງທ່ານໄບເດັນຮອດຕອນແລງວັນຈັນຈະມາເຖິງນີ້, ເຊິ່ງຈະເປັນເລື່ອງປົກກະຕິ ແລ້ວສະພານິຕິບັນຍັດຂອງລັດທີ່ຄວບຄຸມໂດຍພັກຣີພັບບລິກັນນັ້ນ ກໍສາມາດຖືກຮ້ອງຂໍໃຫ້ເຂົ້າມາ ແລະແຕ່ງຕັ້ງໃຫ້ພວກສະໜັບສະໜຸນທ່ານ ທຣໍາ ໃຫ້ເປັນຜູ້ແທນການເລືອກຕັ້ງ 16 ທ່ານຂອງລັດ ເພື່ອຄັດຄ້ານຄວາມປະສົງຂອງສຽງສ່ວນຫລາຍຂອງຜູ້ປ່ອນບັດເລືອກຕັ້ງໃນລັດ. ການດໍາເນີນຄວາມພະຍາຍາມເຊັ່ນນັ້ນ ຈະເປັນເລື້ອງທີ່ບໍ່ເຄີຍມີມາກ່ອນໃນປະຫວັດການເມືອງສະໄໝໃໝ່ຂອງສະຫະລັດ.
ໃນຕົ້ນອາທິດນີ້, ຜູ້ນຳສຽງສ່ວນຫລາຍຈາກພັກຣີພັບບລີກັນ ໃນສະພາສູງຂອງລັດມີຊີແກນ, ທ່ານ ໄມຄ໌ ເຊີຄີ (Mike Shirkey) ກ່າວວ່າທ່ານໄບເດັນ ແມ່ນເປັນປະທານາທິບໍດີທີ່ໄດ້ຮັບການເລືອກໃໝ່. ທ່ານເຊຄີ (Shirkey) ກ່າວວ່າ ຄວາມພະຍາຍາມໃດໆທີ່ຈະເຮັດໃຫ້ຄະແນນສຽງຈາກຜູ້ແທນການເລືອກຕັ້ງຂອງລັດມີຊີແກນຕົກໄປເປັນຂອງທ່ານທຣໍາແມ່ນ “ຈະບໍ່ເກີດຂຶ້ນ,” ອີງຕາມການລາຍງານຂອງໜັງສືພິມບຣີຈ ມີຊີແກນ.