ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຊື້ອເຊີນ ປ. ຟີລິບປິນ ແມ່ນສ່ວນນຶ່ງ ຂອງ ຍຸດທະສາດ ໂດດດ່ຽວ ເກົາຫຼີເໜືອ


ປ. Rodrigo Duterte ສະແດງຄວາມຄິດເຫັນ ໃນຂະນະທີ່ ກ່າວຕໍ່ກອງທັບ ທີ່ເປັນຂີດໝາຍ 120 ປີ ຂອງກອງທັບ
ທະຫານຟິລິບປີນ, 4 ເມສາ, 2017 ທີ່ເມືອງທ່າ Bonifacio.
ປ. Rodrigo Duterte ສະແດງຄວາມຄິດເຫັນ ໃນຂະນະທີ່ ກ່າວຕໍ່ກອງທັບ ທີ່ເປັນຂີດໝາຍ 120 ປີ ຂອງກອງທັບ ທະຫານຟິລິບປີນ, 4 ເມສາ, 2017 ທີ່ເມືອງທ່າ Bonifacio.

ທ່າມກາງການປະ​ເຊີນ​ກັບ​ການຕໍ່ວ່າຕໍ່ຂານ​ຂອງ​ນາໆ​ຊາດ ​ໂຄສົກ​ຂອງປະທານາທິບໍດີ
ສະຫະລັດ ທ່ານ Donald Trump ກ່າວ​ວ່າ ການ​ຕັດສິນ​ໃຈ ທີ່​ຈະ​ເຊື້ອ​ເຊີນ ປະທານາ
ທິບໍດີ ​ຜະ​ເດັດ​ການ​ຟິລິບ​ປີ​ນ ທ່ານ Rodrigo Duterte ​ແລະ​ພວກ​ຜູ້ນຳຈາກ​ບັນດາ​ປະ
​ເທດ​ໃນເຂດ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ທີ່​ທຳນຽບຂາວຄັ້ງນີ້ແມ່ນ
​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຍຸດ​ທະ​ສາດ ​ເພື່ອ​ໂດດດ່ຽວເກົາຫຼີ​ເໜືອ.

“ນີ້​ແມ່ນ​ໂອກາດ​ດີ ທີ່​ພວກ​ເຮົາ​ສາມາດ​ ປະສານ​ງານ​ ກັບ​ບັນດາ​ປະ​ເທດ​ໃນ​ຂົງ​ເຂດ
ຜູ້​ທີ່​ສາມາດ​ຊ່ອຍ​ໃນ​ການ​ເອົາ​ບົດບາດ​ທາງ​ການ​ທູດ​ແລະເສດຖະກິດເພື່ອໂດ​ດດ່ຽວ
ເກົາຫຼີ​ເໜືອ,”
ນັ້ນຄື​ຄຳ​ເວົ້າຂອງ​ທ່​ານ Sean Spicer ໂຄສົກ​ທຳນຽບຂາວ ທີ່​ໄດ້​ກ່າວ​
ໄວ້ໃນ​ວັນ​ຈັນ​ວານ​ນີ້. ​ທ່ານ​ກ່າວ​ຕື່ມ​ອີກ​ວ່າ “​ແລະ​ເວົ້າ​ຕາມ​ຕົງ​ແລ້ວຜົນ​ປະ​ໂຫຍ​ດ​ແຫ່ງ
ຊາດຂອງ​ສະຫະລັດ ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ພວກ​ເຮົາ ​ແລະ ຄວາມ​ປອດ​ໄພ​
ຂອງ​ປະຊາຊົນ​ໃນ​ຂົງ​ເຂດ ແມ່ນ​ບູລິ​ມມະ​ສິດນ້ຳ​ເບີ​ນຶ່ງ ​ຂອງ​ປະທານາ​ທິບໍດີ.”

ໃນ​ການ​ສົນທະນາ​ທາງ​ໂທລະສັບ ​ໃນ​ທ້າຍ​ສັບປະດາ​ທີ່​ຜ່ານ​ມາ​ນີ້ ທ່ານ Trump ​ໄດ້​
ເຊື້ອ​ເຊີນ ​ບັນດາ​ຜູ້ນຳ ​ຂອງ​ປະ​ເທດ​ໄທ, ສິງ​ປະ​ໂປ ​ແລະ​ຟິລິບ​ປີນ ​ໃຫ້​ມາ​ຢ້ຽມຢາມ. ​
ແຕ່​ວ່າການ​ເຊື້ອ​ເຊີນ​ທ່ານ Duterte ຜູ້ທີ່ເອົາ​ມາດ​ຕະການ​ແບບ​ຮຸນ​ແຮງນັ້ນ​ໄດ້​ສົ່ງຄື້ນ
ຟອງ​ສັ່ນສະ​ເທືອ​ນໄປ​ຍັງລັດຖະສະພາ ​ແລະ​ສ້າງ​ຄວາມ​ບໍ່ພໍ​ໃຈ​ໃຫ້​ແກ່ປະຊາ​ຄົມ​ສິດທິ
​ມະນຸດໃນ​ທົ່ວ​ໂລກ.

ກຸ່ມປົກປ້ອງສິດທິມະນຸດ ຈຸດທຽນ ເພື່ອໄຫວ້ອາໄລ ພວກເຄາະຮ້າຍ ທີ່ຖືກສັງຫານໃນອັນທີ່ເອີ້ນວ່າ “War on Drug” ທີ່ເມືອງ Quezon ໃກ້ໆກັບນະຄອນທະນີລາ, ຟິລິບປີນ.
ກຸ່ມປົກປ້ອງສິດທິມະນຸດ ຈຸດທຽນ ເພື່ອໄຫວ້ອາໄລ ພວກເຄາະຮ້າຍ ທີ່ຖືກສັງຫານໃນອັນທີ່ເອີ້ນວ່າ “War on Drug” ທີ່ເມືອງ Quezon ໃກ້ໆກັບນະຄອນທະນີລາ, ຟິລິບປີນ.

ທ່ານ Chris Coons ສະມາຊິກ​ສະພາ​ສູງ ທີ່ສັງກັດ​ພັກ Democrats ຈາກ​ລັດ Dela-
ware ໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງວ່າ “ປະທານາທິບໍດີ Trump ​ໄດ້​ເຮັດໃຫ້
​ຄຸນຄ່າ​ຂອງອາ​ເມຣິກັນ ອ່ອນ​ແອ​ລົງ ​ເວລາ​ທ່ານ​ທ່ານ​ບໍ່​ສາມາດ​ ລຸກຂຶ້ນປົກປ້ອງ​ສິດ
ທິ​ມະນຸດ,”
​ແລະ ​ທ່ານ​ກ່າວຕໍ່​ໄປ​ວ່າ “ປະທານາທິບໍດີ​ Duterte ​ແມ່ນເປັນ​ຜູ້​ກຳກັບ ນຳ​
ການ​ສັງຫານ​ ແບບ​ຜິດ​ກົດໝາຍ ​ປະຊາຊົນ​ຫຼາຍ​ພົນ​ຄົນ ​ໃນຟິລິບ​ປີນ. ​ໃນ​ການ​ທີ່​ເຊື້ອ
ເຊີນ​ທ່ານ Duterte ​ໃຫ້​ມາພົບ​ທີ່ທຳນຽບຂາວຂອງທ່ານ Trump ​ນັ້ນແມ່ນ​ສ່ຽງ​ຕໍ່ການ
ໃຫ້ການ​ອະນຸດ​ມັດຂອງ​ອາ​ເມຣິກັນຕໍ່​ການ​ກະທຳ​ແລະ​ການລະ​ເມີດສິດທິ​ທະນຸ​ດຢ່າງ​
ຮ້າຍ​ແຮງ ຂອງທ່ານ Duterte.

“ມັນ​ໄດ້​ສົ່ງ​ສັນຍານທີ່​ໜ້າ​ຢ້ານ​ກົວໄປ​ທົ່ວ​ໂລກ,” ນັ້ນ​ແມ່ນຄຳ​ເວົ້າ​ທ່ານ John Sifton ຜູ້ອຳນວຍການ​ຝ່າຍ​ເອ​ເຊຍຂອງ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch
​ທີ່ໄດ້​ກ່າວ​ໄວ້.

ທ່ານ Duterte ​ໄດ້​ຖືກ​ປະນາມ ໂດຍ​ນາໆ​ຊາດ ​ກ່ຽວ​ກັບ​ການ​ເຮັດສົງ​ຄາມຕໍ່ຕ້ານ​ຢາ​ເສບ​
ຕິດ​ຂອງ​ທ່ານ ທີ່ສັງຫານ​ແບບ​ຮວບ​ຮັດ​ຕັດ​ຕອນ ຜູ້ຄົນ​ຫຼາຍ​ພັນ​ຄົນ. ມີ​ລາຍ​ງານ ​ວ່າ ທ່ານ Duterte ​ໄດ້​ກ່າວ​ຂີ້​ໂມ້ ຕໍ່​ສື່ມວນ​ຊົນ​ຂອງ​ອັງກິດວ່າ ທີ່​ທ່ານ​ໄດ້​ຂ້າ​ຜູ້ຕ້ອງ​ສົງ​ໄສ 3 ຄົນ ​ໃນ
​ຂະນະ​ທີ່​ທ່ານ​ເປັນ​ເຈົ້າເມືອງ Davao ທາງພາກໃຕ້ຂອງປະເທດນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG