ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ເຊື້ອເຊີນ ປະທານາທິບໍດີ ຟີລິບປິນ ມາຢ້ຽມຢາມ ທຳນຽບຂາວ


ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ສະແດງທ່າທີ ໃນຂະນະທີ່ກຳລັງກ່າວຄຳປາໄສ ຕໍ່ກອງທັບບົກ ໃນລະຫວ່າງ ການສະເຫຼີມສະຫຼອງຄົບຮອບ 120 ປີ ຂອງກອງທັບຟີລິບປິນ. 4 ເມສາ, 2017.
ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ສະແດງທ່າທີ ໃນຂະນະທີ່ກຳລັງກ່າວຄຳປາໄສ ຕໍ່ກອງທັບບົກ ໃນລະຫວ່າງ ການສະເຫຼີມສະຫຼອງຄົບຮອບ 120 ປີ ຂອງກອງທັບຟີລິບປິນ. 4 ເມສາ, 2017.

ປະທານາທິບໍດີ ສະຫະລັດ ໄດ້ເຊື້ອເຊີນປະທານາທິບໍດີ ຟີລິບປິນ ທ່ານ Rodrigo
Duterte ມາຢ້ຽມຢາມນະຄອນຫຼວງ ວໍຊິງຕັນ ເພື່ອປຶກສາຫາລືຫຼາຍບັນຫາ, ລວມທັງ
ໄຟຂົ່ມຂູ່ຂອງ ເກົາຫຼີເໜືອ ຕໍ່ຄວາມປອດໄພຂອງພາກພື້ນນັ້ນ.

ຫຼັງຈາກທັງສອງທ່ານໄດ້ລົມກັນທາງໂທລະສັບໃນວັນເສົາວານນີ້, ທຳນຽບຂາວ ໄດ້ກ່າວ
ວ່າ “ມັນແມ່ນການສົນທະນາທີ່ເປັນມິດກັນຫຼາຍ, ເຊິ່ງຜູ້ນຳທັງສອງທ່ານໄດ້ປຶກສາຫາ
ລືເຖິງບັນຫາຄວາມປອດໄພຂອງ ສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສຽງ
ໃຕ້ ລວມທັງໄພຂົ່ມຂູ່ຂອງ ເກົາຫຼີເໜືອ.”

ເກົາຫຼີເໜືອ ໄດ້ທົດລອງຍິງລູກສອນໄຟຂີປະນາວຸດ ໃນຕອນເຊົ້າຂອງ ວັນເສົາວານນີ້ ຢູ່ ທາງເໜືອນະຄອນຫຼວງ ພຽງຢາງ, ທັງ ວໍຊິງຕັນ ແລະ ເກົາຫຼີໃຕ້ ໄດ້ກ່າວວ່າ ການທົດ
ລອງດັ່ງກ່າວບໍ່ໄດ້ປະສົບຄວາມສຳເລັດ, ແຕ່ກໍໄດ້ກໍ່ໃຫ້ມີການກ່າວປະນາມຢ່າງກວ້າງ
ຂວາງຈາກນານາຊາດ.

ພະສັນຕະປາປາ Francis ໄດ້ກ່າວໃນວັນເສົາວານນີ້ວ່າ ວິກິດການນິວເຄລຍໃນປະເທດ ເກົາຫຼີເໜືອ “ໄດ້ຟົດຮ້ອນຂຶ້ນຫຼາຍໂພດ,” ແລະ ພະອົງໄດ້ກ່າວເຕືອນວ່າ ການເຮັດສົງ
ຄາມກັບປະເທດທີ່ຖືກປະຖິ້ມ​ໃຫ້ ໂດດດ່ຽວນີ້ ຈະທຳລາຍດ້ານທີ່ດີຂອງຄວາມເປັນມະ
ນຸດ. ພະສັນຕະ ປາປາ ໄດ້ສະເໜີໃຫ້ປະເທດ ນໍເວ ເປັນຜູ້ໄກ່ເກ່ຍວິກິດການດັ່ງກ່າວ. ພະອົງໄດ້ກ່າວຕໍ່ບັນດານັກຂ່າວຢູ່ເທິງເຮືອບິນຂອງພະອົງວ່າ “ປະເທດ ນໍເວ ແມ່ນ
ກຽມພ້ອມຈະຊ່ວຍເຫຼືອຢູ່ສະເໝີ.”

ເກົາຫຼີໃຕ້ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ວໍຊິງຕັນ ໄດ້ຢືນຢັນວ່າ ພວກ ເຂົາເຈົ້າຈະຈ່າຍຄ່າ
ໃຊ້ຈ່າຍສຳລັບລະບົບປ້ອງກັນລູກສອນໄຟ THAAD ແນ່ນອນ, ເຖິງແມ່ນວ່າ ໃນການ
ກ່າວຄຳປາໄສຂອງປະທາ ນາທິບໍດີ ທຣຳ ໃນສັບປະດາແລ້ວນີ້ຈະສະເໜີໃຫ້ ເກົາຫຼີໃຕ້
ຮັບຜິດຊອບຄ່າໃຊ້ຈ່າຍດັ່ງກ່າວກໍຕາມ.

ບັນດາເຈົ້າໜ້າທີ່ໃນ ເກົາຫຼີໃຕ້ ໄດ້ກ່າວວ່າ ທ່ານ H.R. McMaster ຜູ້ຊີ້ນຳດ້ານຄວາມ
ປອດໄພແຫ່ງຊາດ ຂອງທ່ານ ທຣຳ, ໄດ້ໃຫ້ການ ຮັບປະກັນ ຕໍ່ຄູ່ຮ່ວມຕຳແໜ່ງຝ່າຍ
ເກົາຫຼີໃຕ້ ຂອງທ່ານໃນການສົນ ທະນາ ທາງໂທລະສັບໃນວັນອາທິດມື້ນີ້ວ່າ ສະຫະລັດ
ຍັງຄົງຈະຈ່າຍຄ່າ ລະບົບປ້ອງກັນລູກສອນໄຟ THAAD ນັ້ນຢູ່ ເຊິ່ງໄດ້ອອກແບບມາ
ເພື່ອປ້ອງກັນການ​ໂຈມ​ຕີ​ຂອງ ເກົາຫຼີເໜືອ ທີ່ມີອາວຸດນິວເຄລຍນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG