ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ເພີ້ມການຄາດຄະເນ ກ່ຽວກັບ ການເສຍຊີວິດ ຢູ່ໃນສະຫະລັດ


ປະທານາທິບໍດີ ດໍໂນລ ທຣໍາ ເຂົ້າຮ່ວມການປະຊຸມ ທາວຮໍ ຢູ່ອະນຸສາວະລີ ເອັບຣາແຮມ ລິງຄອນ ເພື່ອໃຫ້ຊາວອາເມຣິກັນກັບຄືນໄປເຮັດວຽກ.
ປະທານາທິບໍດີ ດໍໂນລ ທຣໍາ ເຂົ້າຮ່ວມການປະຊຸມ ທາວຮໍ ຢູ່ອະນຸສາວະລີ ເອັບຣາແຮມ ລິງຄອນ ເພື່ອໃຫ້ຊາວອາເມຣິກັນກັບຄືນໄປເຮັດວຽກ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວເຖິງກາຄາດຄະເນ ກ່ຽວກັບ ວ່າ
ຈະມີຈັກຄົນເສຍຊີວິດຈາກ COVID-19, ໃນເວລາດຽວກັນໄດ້ ກໍສັນຍາວ່າຈະໃຫ້ການ
ສະໜັບສະໜູນດ້ານເສດຖະກິດເພີ່ມເຕີມ ໃນຂະນະທີ່ ທ່ານຫວັງວ່າຈະເປີດປະເທດຄືນຕໍ່ໄປ

ທ່ານ ທຣຳ ໄດ້ກ່າວໃນລະຫວ່າງການກ່າວຄຳປາໄສຕໍ່ສາທາລະນະ ທີ່ອອກອາ ກາດທາງໂທລະພາບ FOX News ໃນຄືນວັນອາທິດວານນີ້ວ່າ “ພວກເຮົາຈະສູນເສຍປະຊາຊົນປະມານ 75, 80 ຫາ 100,000 ຄົນ. ນັ້ນແມ່ນສິ່ງທີ່ເປັນ ຕາຢ້ານຫຼາຍ.” ໃນອາທິດແລ້ວນີ້, ທ່ານໄດ້ຄາດຄະເນວ່າ ຈະມີຜູ້ເສຍຊີວິດຍ້ອນໄວຣັສໂຄໂຣນາ ລະຫວ່າງ 60,000 ແລະ 70,000 ຄົນ.

ໃນຂະນະທີ່ສະພາສູງກະກຽມທີ່ຈະເປີດປະຊຸມໃໝ່ ໃນວັນຈັນມື້ນີ້, ທ່ານ ທຣຳ ໄດ້ກ່າວ
ວ່າ ລັດຖະບານກາງ ຄວນເພີ່ມການຊ່ວຍເຫຼືອສຸກເສີນຂອງເຂົາເຈົ້າ 3 ພັນລ້ານໂດລາໃນ
ປັດຈຸບັນຂຶ້ນເປັນ 2 ເທົ່າ. ດຽວນີ້, ເງິນທຶນດັ່ງກ່າວໄດ້ຖືກສົ່ງ ໄປຊ່ວຍເຫຼືອທຸລະກິດຂະ
ໜາດນ້ອຍໃຫ້ຢູ່ລອດ, ເພື່ອສະໜອງສະບຽບຕ່າງໆໃຫ້ ໂຮງໝໍ, ແລະ ເອົາເງິນໃຫ້ຜູ້ທີ່
ເສຍພາສີ. ທ່ານ ທຣຳ ໄດ້ກ່າວວ່າ “ມັນຈະມີເງິນອອກມາຕື່ມອີກ.”

ຜູ້ນຳສຽງສ່ວນຫຼາຍສະພາສູງ ທ່ານ ມິຈ ແມັກຄອນແນລ ໄດ້ກ່າວວ່າ ສະພາ ຂອງທ່ານ
ໄດ້ກັບຄືນໄປເຮັດວຽກ ເພື່ອສືບຕໍ່ການເອົາມາດຕະການ ກ່ຽວກັບ COVID-19 ພ້ອມກັບບັນຫາສຸກເສີນອື່ນໆ.

ທ່ານ ແມັກຄອນແນລ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ໃນທົ່ວປະເທດ ຂອງພວກເຮົາ, ກຳມະກອນ ອາເມຣິກັນ ໃນພາກສ່ວນທີ່ຈຳເປັນ ແມ່ນກຳລັງ ປະຕິບັດຕາມຄຳແນະນຳຂອງຜູ້ຊ່ຽວຊານ ແລະ ໃຊ້ມາດຕະການລະມັດລະວັງ ໃໝ່ ໃນຂະນະທີ່ເຂົາເຈົ້າສືບຕໍ່ລາຍງານຕົວເຮັດວຽກ ແລະ ປະຕິບັດວຽກງານ ທີ່ບໍ່ສາມາດທົດແທນທີ່ປະເທດຂອງເຂົາເຈົ້າຕ້ອງການໄດ້, ສະພາສູງກໍຈະເຮັດ ແບບດຽວກັນ.”

ບັນດາຜູ້ນຳໃນສະພາຕໍ່າປັດຈຸບັນນີ້ ຍັງບໍ່ໄດ້ປະກາດແຜນການທີ່ຈະປະຊຸໃນ ນະຄອນ
ຫຼວງວໍຊິງຕັນ, ໃນຂະນະທີ່ໄດ້ຂໍໃຫ້ບັນດາແພດໝໍປະຈຳຫໍລັດຖະສະ ພາ ແຄັບປິຕອລ
ເປີດເຜີຍແນວທາງ ກ່ຽວກັບ ວິທີທີ່ຈະເຮັດວຽກຢ່າງປອດໄພ.

ຜູ້ນຳສຽງສ່ວນຫຼາຍສະພາຕໍ່າ ທ່ານ ສເຕີນີ ຮອຍເຢີ ໄດ້ກ່າວວ່າ ມັນຕ້ອງມີຂັ້ນຕອນທີ່
ເປັນລາຍລະອຽດ ສຳລັບການຂ້າເຊື້ອຢູ່ເທິງພື້ນຜິວຕ່າງໆ ແລະ ປ້ອງ ກັນຄົນບໍ່ໃຫ້ຕິດໄວຣັສ,

ແລະ ແນວທາງ ການຢູ່ຫ່າງກັນໃນສັງຄົມ “ມີຄວາມ ເປັນໄປ ໄດ້ວ່າຈະຍັງຄົງຖືກໃຊ້ຢູ່ຄື
ເກົ່າເປັນເວລາໃດນຶ່ງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG