ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ທ​ຣຳ ກຳ​ລັງ​ມີ​ບັນ​ຫາ: ການອະ​ທິ​ບາຍ​ຂໍ້​ກ່າວ​ຫາທາງ​ອາ​ຍາ 34 ກະ​ທົງ​ຕໍ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ


ອະ​ດີດ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ຮອດ​ສານ​ອາ​ຍາ​ໃນ​ເຂດ ແມນ​ແຮັດ​ຕັນ, ນະ​ຄອນ ນິວຢອກ, 4 ເມ​ສາ 2023.
ອະ​ດີດ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ຮອດ​ສານ​ອາ​ຍາ​ໃນ​ເຂດ ແມນ​ແຮັດ​ຕັນ, ນະ​ຄອນ ນິວຢອກ, 4 ເມ​ສາ 2023.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ປະ​ເຊີນ​ກັບ 34 ກະ​ທົງ ກ່ຽວ​ກັບ ການ​ບິດ​ເບືອນ​ປະ​ຫວັດ​ທຸ​ລະ​ກິດ ​ໃນ​ຂໍ້​ກ່າວ​ຫາ​ຄວາມ​ຜິດ​ທາງ​ອາ​ຍາ​ລະ​ດັບ​ທີ 1 ທີ່​ອາດ​ເຮັດ​ໃຫ້​ທ່ານ​ຖືກ​ຈັບ​ເຂົ້າ​ຄຸກ ​ເຖິງ 4 ປີ​ໃນ​ແຕ່​ລະ​ຂໍ້​ກ່າວ​ຫາ.

ນັ້ນ​ແມ່ນ​ອີງ​ຕາມ​ການ​ຟ້ອງ​ຮ້ອງ​ທີ່​ຖືກ​ເປີດ​ເຜີຍ​ໃໝ່ ທີ່​ຖືກ​ປະ​ກາດ​ໂດຍ​ຄະ​ນະ​ຕຸ​ລາ​ການ​ລັດ ນິວຢອກ ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ.

ການ​ຟ້ອງ​ຮ້ອງ​ດັ່ງ​ກ່າວ​ເປັນ​ຂີດ​ໝາຍ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ສະ​ຫະ​ລັດ ທີ່​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ​ໃນ​ປັດ​ຈຸ​ບັນ ຫຼື ອະ​ດີດຖືກ​ຟ້ອງ​ຮ້ອງ​ທາງ​ອາ​ຍາ ແລະ ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ທີ່​ທ່ານ ທ​ຣຳ ພະ​ຍາ​ຍາມແຂ່ງ​ຂັນເປັນ​ຜູ້​ຖື​ກ​ສະ​ເໜີ​ຊື່​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ປີ 2024.

ເອ​ກະ​ການ​ຂໍ້​ກ່າວ​ຫາ​ແມ່ນ​ຖືກ​ເປີດ​ເຜີຍ​ໃນ​ຕອນ​ບ່າຍ​ຂອງວັນ​ອັງ​ຄານ​ວານນີ້ ຫຼັງ​ຈາກ​ທ່ານ ທ​ຣຳ ໄດ້​ທຳ​ການ​ປາ​ກົດ​ຕົວ​ເປັນ​ຄັ້ງ​ທຳ​ອິດ​ໃນ​ສານ​ສູງ​ສຸດ​ເຂດ​ ແມນ​ແຮັດ​ຕັນ ບ່ອນ​ທີ່​ທ່ານ​ໄດ້​ສາ​ລະ​ພາບ ບໍ່​ມີ​ຄວາມ​ຜິດ​ຕໍ່​ທຸກ​ຂໍ້​ກ່າວ​ຫາ.

ການ​ຕັ້ງ​ຂໍ້​ກ່າວ​ຫາ​ແມ່ນ​ມີ​ຜົນ​ມາ​ຈາກ​ການ​ຈ່າຍ​ເງິນ​ປິດປາກ ​ທີ່​ອະ​ດີດ​ທະ​ນາຍ​ຄວາມ​ຂອງ​ທ່ານ ທ​ຣຳ, ທ່ານ ໄມ​ເຄິ​ລ ໂຄ​ເຮັນ ໄດ້​ຈ່າຍ​ໃຫ້​ນັກ​ສະ​ແດງ​ໜັງ​ຜູ້​ໃຫຍ່ ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016, ຜູ້​ທີ່​ໄດ້​ອ້າງວ່າ​ລາວ​ໄດ້​ມີ​ການ​ພົວ​ພັນ​ທາງ​ເພດ​ກັບ​ທ່ານ ທ​ຣຳ ເມື່ອ​ນຶ່ງ​ທົດ​ສະ​ວັດ​ກ່ອນ​ໜ້າ​ນັ້ນ.

ບັນ​ດາ​ໄອ​ຍະ​ການ​ເວົ້າ​ວ່າ ການ​ຈ່າຍ​ເງິນ 130,000 ໂດ​ລາ​ແມ່ນ​ສ່ວນ​ນຶ່ງ​ຂອງ​ແຜນ​ການ​ຜິ​ດ​ກົດ​ໝາຍ ​ເພື່ອ​ຍັບ​ຢັ້ງ​ຂ່າວ​ທີ່​ອາດ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ກາ​ນ​ລົງ​ແຂ່ງ​ຂັນ​ຂອງ​ທ່ານ ທ​ຣຳ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG