ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ທີ່ປຶກສາດ້ານຄວາມປອດໄພແຫ່ງ
ຊາດຂອງທ່ານ ໄດ້ຂັດແຍ້ງກັນຢ່າງເປີດເຜີຍ ກ່ຽວກັບ ຄວາມຮ້າຍແຮງຂອງໄພຂົ່ມຂູ່
ເກົາຫຼີເໜືອ ໃນປັດຈຸບັນ.
ໃນຂໍ້ຄວາມຢູ່ທວິດເຕີຂອງວັນອາທິດມື້ນີ້ ຈາກນະຄອນຫຼວງ ໂຕກຽວ, ທ່ານ ທຣຳ ໄດ້
ຂຽນຄຳຄັດຄ້ານຕໍ່ທ່ານ ຈອນ ໂບລຕັນ ຜູ້ທີ່ໄດ້ກ່າວຕໍ່ບັນດານັກຂ່າວໃນວັນກ່ອນໜ້າ
ນີ້ວ່າ ມັນ “ບໍ່ມີຄວາມສົງໄສ” ເລີຍວ່າ ການທົດລອງຍິງລູກສອນໄຟຂີປະນາວຸດຄັ້ງຫຼ້າ
ສຸດຂອງ ເກົາຫຼີເໜືອ ໄດ້ລະເມີດມະຕິອົງການສະຫະປະຊາຊາດ.
ຄຳເຫັນຂອງທ່ານ ໂບລຕັນ ແມ່ນເຈົ້າໜ້າທີ່ ສະຫະລັດ ຄົນທຳອິດທີ່ໄດ້ອະທິບາຍການ
ທົດລອງຍິງດັ່ງກ່າວຂອງ ເກົາຫຼີເໜືອ ວ່າໄດ້ລະເມີດມະຕິຂອງອົງການສະຫະປະຊາ
ຊາດ.
ທ່ານ ທຣຳ ໄດ້ຂຽນໃນທວິດເຕີຂອງທ່ານວ່າ “ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂະໜາດ
ນ້ອຍ ເຊິ່ງໄດ້ລົບກວນຄົນຂອງຂ້າພະເຈົ້າບາງຄົນ, ແລະ ຄົນອື່ນໆ, ແຕ່ບໍ່ແມ່ນສຳລັບ
ຂ້າພະເຈົ້າ.”
ແຕ່ບັນດານັກວິເຄາະບາງຄົນເວົ້າວ່າ ການຍິງລູກສອນໄຟດັ່ງກ່າວແມ່ນບັນຫາທີ່ໜ້າ
ເປັນຫ່ວງຢ່າງແນ່ນອນ. ທ່ານ ເຄວິນ ເມເຮີ, ທີ່ປຶກສາດ້ານຄວາມປອດໄພ ວໍຊິງຕັນ
ແລະ ອະດີດຫົວໜ້າຫ້ອງການພົວພັນ ຍີ່ປຸ່ນຂອງກະຊວການຕ່າງປະເທດໄດ້ກ່າວຕໍ່ວີ
ໂອເອວ່າ “ມັນຂ້ອນຂ້າງຈະກະຈ່າງແຈ້ງວ່າ ການຍິງລູກສອນໄຟດັ່ງກ່າວໄດ້ລະເມີດ
ມາດຕະການລົງໂທດອົງການສະຫະປະຊາຊາດ, ບໍ່ວ່າຈະເປັນໄລຍະໃດກໍຕາມ.
ຄວາມເປັນຈິງກໍແມ່ນວ່າ ກອງກຳລັງ ສະຫະລັດ ແລະ ພົນລະເຮືອນໃນ ເກົາຫຼີໃຕ້ ແລະ
ຍີ່ປຸ່ນ ແມ່ນຢູ່ໃນຂອບເຂດຂອງການຍິງລູກສອນໄຟຂອງ ເກົາຫຼີເໜືອ ນັ້ນ, ສະນັ້ນ
ການຍອມຮັບເອົາລູກສອນໄຟໄລຍະສັ້ນ ຫຼື ໄລຍະຍາວ ຈະເຮັດໃຫ້ ສະຫະລັດ ຕົກຢູ່
ໃນຄວາມສ່ຽງ, ບໍ່ເວົ້າເຖິງເລີຍ ຍີ່ປຸ່ນ ແລະ ສາທາລະນະລັດ ເກົາຫຼີ. ຄວາມຈິງດັ່ງກ່າວ
ນີ້ ແມ່ນບໍ່ເໝາະສົມ ຖ້າຈຸດປະສົງແມ່ນເພື່ອສະແດງສາຍພົວພັນສ່ວນຕົວກັບຜູ້ນຳຜະ
ເດັດການ ກິມ ຈົງ ອຶນ, ອົງການສະຫະປະຊາຊາດ ຈະຢຸດ ເກົາຫຼີເໜືອ ບໍ່ໃຫ້ເຈົ້າສືບຕໍ່
ໂຄງການນິວເຄລຍ ແລະ ລູກສອນໄຟ.”
ປະທານາທິບໍດີ ສະຫະລັດ ຍັງໄດ້ສະແດງຄວາມໝັ້ນໃຈວ່າ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ
ຈົງ ອຶນ, “ຈະຮັກສາສັນຍາຂອງທ່ານກັບຂ້າພະເຈົ້າໄວ້” ໃນການດຳເນີນການລົບລ້າງ
ອາວຸດນິວເຄລຍ.
ທ່ານ ທຣຳ ໄດ້ຂຽນໃນທວິດເຕີວ່າ ທ່ານ ໄດ້ຍິ້ມເມື່ອທ່ານ ກິມ ໄດ້ເອີ້ນອະດີດ ຮອງປະ
ທານາທິບໍດີ ໂຈ ໄບເດັນ ວ່າ “ເປັນຄົນທີ່ມີລະດັບຄວາມຮູ້ຕ່ຳ.”
ຂໍ້ຄວາມຂອງທ່ານປະທານາທິບໍດີທີ່ຂຽນກ່ອນໜ້ານີ້ ໄດ້ຂຽນຊື່ຂອງຜູ້ລົງແຂ່ງຂັນເອົາ
ຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ຜິດວ່າ “ບາຍແດນ” ແລະ ຕໍ່ມາໄດ້
ຖືກແປງ. ແລະ ມັນບໍ່ແມ່ນທ່ານ ກິມ ຜູ້ທີ່ໄດ້ໃຊ້ຄຳເວົ້າດູຖູກ ກ່ຽວກັບ ທ່ານ ໄບເດັນ,
ແຕ່ວ່າແມ່ນຄຳບັນຍາຍຂອງອົງການຂ່າວສູນກາງຂອງ ເກົາຫຼີເໜືອ, ທີ່ໄດ້ອ້າງເຖິງນັກ
ການເມືອງ ອາເມຣິກັນ ຄົນດັ່ງກ່າວວ່າ “ຄົນໂງ່ລະດັບຄວາມຮູ້ຕ່ຳ” ແລະ ເປັນ “ມະນຸດ
ປັນຍາອ່ອນໝົດຄວາມສາມາດ.”