ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວວ່າ ບໍ່ມີຜູ້ນຳ ຜະເດັດການ ຄົນໃດ ຄວນດູໝິ່ນ ການຕັດສິນໃຈ ຂອງ ອາເມຣິກາ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສ
ກັບເຈົ້າໜ້າທີ່ກອງທັບ ສະຫະລັດ ທີ່ຖານທັບອາກາດໂຢໂກຕະ
ທີ່ເມືອງ ຟຸສສະ ນະຄອນຫຼວງ ໂຕກຽວ. 5 ພະຈິກ 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສ ກັບເຈົ້າໜ້າທີ່ກອງທັບ ສະຫະລັດ ທີ່ຖານທັບອາກາດໂຢໂກຕະ ທີ່ເມືອງ ຟຸສສະ ນະຄອນຫຼວງ ໂຕກຽວ. 5 ພະຈິກ 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວຕໍ່ບັນດາທະຫານທີ່ຖານທັບອາ
ກາດ ໂຢໂກຕະ ໃນປະເທດ ຍີ່ປຸ່ນ ໃນວັນອາທິດມື້ນີ້ວ່າ “ບໍ່ມີຜູ້ໃດ, ບໍ່ມີຜູ້ນຳຜະເດັດ
ການ, ບໍ່ມີລະບອບການປົກຄອງໃດໆ ຄວນດູໝິ່ນການຕັດສິນໃຈຂອງ ອາເມຣິກາ.”
ການກ່າວຄຳປາໄສຂອງທ່ານໄດ້ມີຂຶ້ນ ໃນການເລີ່ມຕົ້ນຂອງການເດີນທາງຢ້ຽມ ຢາມ
ທະວີບເອເຊຍ 2 ສັບປະດາ ເຊິ່ງຄາດວ່າ ຈະເພັ່ງເລັງໃສ່ບັນຫາ ເກົາຫຼີເໜືອ ແລະ
ການຄ້າ.

ຄຳເຫັນຂອງທ່ານບາງຢ່າງ, ໃນເວລາທີ່ໄດ້ກ່າວຕໍ່ກອງກຳລັງທັບ ອາເມຣິກັນ ຢູ່ນັ້ນ,
ອາດເບິ່ງຄືວ່າຈະເປັນການເຕືອນທາງອ້ອມ ຕໍ່ປະເທດທີ່ໂດດດ່ຽວແຫ່ງນັ້ນ. ທ່ານເວົ້າ
ວ່າ “ເຈົ້າແມ່ນໄພຂົ່ມຂູ່ທີ່ຍິ່ງໃຫຍ່ ຕໍ່ພວກຜູ້ນຳກົດຂີ່ ແລະ ຜະເດັດການ ຜູ້ທີ່ຫາໂຈມ
ຕີຄົນບໍລິສຸດ."

ຫຼັງຈາກກ່າວຄຳປາໄສທີ່ຖານທັບ ໂຢໂກຕະ ແລ້ວ ທ່ານປະທານາທິ ບໍດີ ກໍໄດ້ຂຶ້ນເຮືອ
ບິນ ມາຣີນ ວັນ (Marine One) 25 ນາທີ ເຊິ່ງໄດ້ລົງຈອດທີ່ສະໂມສອນ ກ໊ອລຟ
ຄາຊູມິກາເຊກິ ໃນແຂວງ ໄຊຕາມະ ທີ່ຕັ້ງຢູ່ໃກ້ໆກັບນະຄອນຫຼວງ ໂຕກຽວ. ທ່ານໄດ້
ຖືກຕ້ອນຮັບໂດຍນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ຕໍ່ໜ້າຕຶກສະໂມສອນ
ທີ່ກວ້າງໃຫຍ່ຂອງສະໜາມກ໊ອລຟນັ້ນ ເຊິ່ງຈະຖືກໃຊ້ເພື່ອຈັດການແຂ່ງຂັນກິລາກ໊ອລຟ
ໃນກິລາ ໂອລິມປິກ ໂຕກຽວ ປີ 2020.

ໃນຂະນະທີ່ບັນດາສະມາຊິກສະໂມສອນຮັບປະທານອາຫານທ່ຽງຢູ່ນັ້ນ, ທ່ານ ທຣຳ
ແລະ ທ່ານ ອາເບະ, ຢູ່ໃນຫ້ອງຮັບປະທານອາຫານ, ກໍໄດ້ເຊັນໝວກສີຂາວທີ່ອ່ານວ່າ
“ດໍໂນລ ແລະ ຊິນໂຊ ເຮັດໃຫ້ພັນທະມິດແຂງແກ່ນຍິ່ງກວ່າເກົ່າ ແປຈາກພາສາອັງກິດ.”

ຫຼັງຈາກຮັບປະທານອາຫານທ່ຽງແລ້ວ, ຜູ້ນຳທັງສອງທ່ານ ກໍໄດ້ຕີ ກ໊ອລຟ 9 ຂຸມນຳກັນ
ກັບນັກກິລາກ໊ອລຟ ອາຊີບ ຂອງຍີ່ປຸ່ນ ທ້າວ ຮິເດກິ ມັດຊຶຢາມະ. ເຈົ້າໜ້າທີ່ອາວຸໂສ
ລັດຖະບານຄົນນຶ່ງໄດ້ກ່າວວ່າ ເຂົາເຈົ້າເຊື່ອວ່າ ທັງສາມທ່ານ “ບໍ່ໄດ້ເກັບກຳຄະແນນໄວ້.”

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ເຊັນໝວກສີຂາວອ່ານວ່າ "ດໍໂນລ ແລະ ຊິນໂຊ ເຮັດໃຫ້ພັນທະມິດແຂງແກ່ນຍິ່ງກວ່າເກົ່າ." 5 ພະຈິກ 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ເຊັນໝວກສີຂາວອ່ານວ່າ "ດໍໂນລ ແລະ ຊິນໂຊ ເຮັດໃຫ້ພັນທະມິດແຂງແກ່ນຍິ່ງກວ່າເກົ່າ." 5 ພະຈິກ 2017.

ໃນລະຫວ່າງການຕີກ໊ອລຟນັ້ນ ເຈົ້າໜ້າທີ່ໄດ້ກ່າວວ່າ ທ່ານ ທຣຳ ແລະ ທ່ານ ອາເບະ
“ໄດ້ລົມກັນໜ້ອຍນຶ່ງ ກ່ຽວກັບ ເກົາຫຼີເໜືອ.” ທ່ານໄດ້ເວົ້າວ່າ ພວກເພິ່ນກໍຈະປຶກສາຫາ
ລືກັນເວລາຮັບປະທານອາຫານຄໍ່າໃນຕອນແລງຂອງວັນອາທິດມື້ນີ້ ແລະ ອີກຄັ້ງນຶ່ງທີ່
ກອງປະຊຸມໃນວັນຈັນມື້ອື່ນ. ເກົາຫຼີເໜືອ ແມ່ນ “ຫົວຂໍ້ຂອງການສົນທະ ນາທຸກໆຄັ້ງ
ຂອງພວກເພິ່ນ.” ອີງຕາມການກ່າວຂອງເຈົ້າໜ້າທີ່, ຜູ້ທີ່ໄດ້ກ່າວຢໍ້າວ່າ ລັດຖະມົນຕີ
ການຕ່າງປະເທດ ສະຫະລັດ ທ່ານ ເຣັກສ ທິລເລີສັນ ແລະ ບັນດາເຈົ້າໜ້າທີ່ລັດຖະບານ
ຄົນອື່ນໆ “ກຳລັງຕິດ ຕາມຢ່າງໃກ້ຊິດ ໃນຕອນນີ້” ວ່າ ຈະຕັ້ງ ເກົາຫຼີເໜືອ ໃຫ້ເປັນຜູ້
ສະໜັບສະໜູນລັດທິກໍ່ການຮ້າຍຄືນອີກຫຼືບໍ່.

ໃນລະຫວ່າງການເດີນທາງໄປ ຍີ່ປຸ່ນນັ້ນ, ທ່ານປະທານາທິບໍດີ ໄດ້ລົມກັບບັນດານັກ
ຂ່າວຢູ່ເທິງເຮືອບິນ Air Force One, ເຊິ່ງທ່ານໄດ້ຖືກຖາມໂດຍນັກຂ່າວວີໂອເອວ່າ
ທ່ານມີຂໍ້ຄວາມໃດຕໍ່ປະຊາຊົນ ເກົາຫຼີເໜືອ ບໍ່. ທ່ານປະທານາທິບໍດີໄດ້ກ່າວວ່າ “ຂ້າ
ພະເຈົ້າຄິດວ່າເຂົາເຈົ້າແມ່ນຄົນທີ່ດີຫຼາຍ. ເຂົາເຈົ້າເປັນຄົນຂະຫຍັນໝັ່ນພຽນ. ເຂົາເຈົ້າ
ເປັນຄົນອົບອຸ່ນ, ອົບອຸ່ນກວ່າທີ່ໂລກຮູ້ ແລະ ເຂົ້າໃຈ, ເຂົາເຈົ້າແມ່ນຄົນທີ່ດີຫຼາຍ. ແລະ
ຂ້າພະເຈົ້າຫວັງວ່າ ທຸກຢ່າງຈະເປັນໄປໄດ້ດີສຳລັບທຸກຄົນ. ມັນຈະເປັນສິ່ງທີ່ວິເສດຫຼາຍ
ຖ້າພວກເຮົາສາມາດແກ້ໄຂບັນຫາສຳລັບປະຊາຊົນທີ່ດີພວກນັ້ນ ແລະ ສຳລັບທຸກຄົນ.”

ທ່ານ ທຣຳ ຍັງໄດ້ລະບຸວ່າ ທ່ານຄາດວ່າຈະພົບປະ ກັບປະທານາທິບໍດີ ຣັດເຊຍ ທ່ານ
ວລາດີເມຍ ປູຕິນ ນອກຈາກກອງປະຊຸມ APEC ໃນປະເທດ ຟີລິບປິນ ໃນຕອນທ້າຍ
ຂອງການເດີນທາງຄັ້ງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG