ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ສົ່ງຄໍາເຕືອນ ເກົາຫລີເໜືອ ວ່າບໍ່ໃຫ້ກໍ່ກວນເພີ້ມອີກ


ຜູ້ຊາຍຄົນນຶ່ງກຳລັງເບິ່ງໂທລະພາບ ຢູ່ສະຖານີລົດໄຟໃນ ນະຄອນໂຊລ ທີ່ສະແດງໃຫ້ເຫັນ ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un.
ຜູ້ຊາຍຄົນນຶ່ງກຳລັງເບິ່ງໂທລະພາບ ຢູ່ສະຖານີລົດໄຟໃນ ນະຄອນໂຊລ ທີ່ສະແດງໃຫ້ເຫັນ ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un.

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ສົ່ງ​ຄຳ​ເຕືອນ​ໃໝ່​ແກ່​ເກົາ
​ຫລີເໜືອ ​ໃນ​ວັນ​ພະຫັດ​ວານ​ນີ້​ ວ່າບໍ່​ໃຫ້​ກໍ່ກວນ​ຄືນໃໝ່​ອີກ ​ໃນ​ຂະນະມີການ​
ລາຍ​ງານເພີ້ມຂຶ້ນ ກ່ຽວກັບການສະ​ແດງແກ່​ປວງ​ຊົນ​ຮູ້​ ໂດຍລັດ​ຖະບານ​ນະຄອນ​
ພຽງ​ຢາງ ວ່າອາດ​ຈະສະ​ເຫລີມສະຫລອງວັນ​ບຸນແຫ່ງ​ຊາດໃຫຍ່​ສຸດ ດ້ວຍການ​
ການ​ທົດ​ລອງອາວຸດນີວ​ເຄລຍ.

ປະທານາທິບໍດີ Trump ກ່າວຢູ່​ທຳນຽບຂາວວ່າ “​ເກົາຫລີເໜືອ​ແມ່ນເປັນບັນຫາ.
ບັນຫາ​ທີ່ຈະຕ້ອງ​ຖືກຈັດການ”.

​ເກົາຫລີ​ເໜືອ​ໄດ້​ຕອບ​ຄືນໃນ​ວັນ​ສຸກ​ມື້​ນີ້ ​ໂດຍ​ທ່ານ Han Song Ryol ຮອງ​ລັດ
ຖະມົນຕີ​ກະຊວງ​ຕ່າງປະ​ເທດ ທີ່ກ່າວ​ຕໍ່​ອົງການ​ຂ່າວ AP ວ່າ ສະຖານະ​ການ​ຢູ່​
ແຫລມ​ເກົາຫລີ​ ປັດຈຸ​ບັນ​ນີ້​ກຳລັງ​ຢູ່​ໃນ “ຮອບ​ວຽນ​ທີ່​ຮ້າຍ​ແຮງ” ​ແລະ​ ໂດຍລັດ​ຖະ
ບານ​ນະຄອນ​ພຽງ​ຢາງ​ຈະ​ບໍ່ “ຢືນກອດແຂນ​ເບິ່ງ​ຢູ່” ຖ້າ​ຫາກຕ້ອງ​ປະຊັນ​ກັບ​ການ
ລົງມື​ກ່ອນໂດຍ​ສະຫະລັດ.

“ຖ້າ​ຫາກ​ວ່າ ສະຫະລັດ​ມາ​ກັບ​ການ​ເຄື່ອນ​ໄຫວ​ທາງ​ທະຫານແບບບໍ່​ມີ​ຄວາມ​ຮັບ
ຜິດຊອບ ​ເວລາ​ນີ້​ພວກ​ເຮົາ​ຈະ​ປະ​ຊັນ​ກັບ​ສະຖານະ​ການ​ນັ້ນ ດ້ວຍ​ການ​ລົງມືໂຈມ​ຕີກ່ອນຂອງ DPRK
​. ທ່ານ Han ​ໄດ້​ກ່າວດັ່ງນັ້ນ ​ໂດຍໝາຍເຖິງເກົາຫລີ​ເໜືອ ​ມີ​
ທີ​ຊື່ທາງ​ການວ່າ ສາທາລະນະ ປະຊາທິປະ​ໄຕ ປະຊາຊົນ​ເກົາ​ຫລີ. “ພວກ​ເຮົາມີ
ສິ່ງຢັບຢັ້ງທີ່​ເປັນ​ອາ​ວຸດນິວ​ເຄລຍທີ່ມີ​ພະລັງ ​ຢູ່​ໃນ​ກຳມື​ຂອງ​ພວກ​ເຮົາແລ້ວ​ ​ແລະແນ່ນອນພວກ​ເຮົາຈະ​ບໍ່​ກອດ​ມື​ຢູ່ ຖ້າ​ຫາກ​ມີ​ການ​ລົງມືໂຈມຕີກ່ອນ​ຂອງ​ສະຫະລັດ.”

ທ່ານ Han Song Ryol ຮອງລັດຖະມົນຕີຕ່າງປະເທດເກົາຫລີເໜືອ.
ທ່ານ Han Song Ryol ຮອງລັດຖະມົນຕີຕ່າງປະເທດເກົາຫລີເໜືອ.


ຢູ່​ໃນ​ການ​ໃຫ້​ສຳພາດ​ພິ​ເສດ​ກັບ​ອົງການ​ຂ່າວ AP ​ໃນ​ນະ​ຄອນ​ພຽງ​ຢາງນັ້ນ ທ່ານ
Han ຍັງ​ໄດ້​ຕິຕຽນປະທານາທິບໍດີທຣໍາ ທີ່ໄດ້​ຍົກລະດັບ​ຄວາມ​ເຄັ່ງ​ຕຶງຂຶ້ນ ​ໂດຍ
​ກ່າວ​ວ່າ ການ​ຂຽນຢູ່​ໃນ tweeter “ຢ່າງ​ມີຄວາມ​ຮຸນ​ແຮງ​” ຂອງ​ທ່ານ​ໄດ້ “​ເຮັດ​ໃຫ້​ເປັນບັນຫາ.”

​ໃນ​ຂະນະ​ທີ່​ຄຳ​ຖະ​ແຫລ​ງຂອງ​ປະທານາທິບໍດີ Trump ​ຖື​ວ່າ​ເປັນໄພຂົ່ມຂູ່​ໃນ​
ການປະຕິບັດ​ງານ​ທາງທະຫານຕ້ານ​ເກົາຫລີ​ເໜືອ ປະທານາທິບໍດີ​ທຣຳ ​ກໍໄດ້
​ກ່າວ​ເພີ້​ມອີກ​ວ່າ​ຈີນ “ກຳລັງ​ປະຕິບັດ​ງານ​ຢ່າງ​ໜັກ” ​ເພື່ອຫລັດ​ຄວາມ​ເຄັ່ງ​ຕຶງ​
ສາກົນກ່ຽວ​ກັບ​ເກົາຫລີ​ເໜືອ​ ​ແລະທ່ານ​ຫວັງ​ວ່າ ວິທີການ​ທູດ​ຂອງ​ປັກ​ກິ່ງ​ຈະມີ​
ປະສິດ​ທິ​ຜົນດີ.

ກຳປັ່ນບັນທຸກເຮືອບິນລົບ Carl Vinson ກຳລັງເດີນທາງໄປ ແຫລມເກົາຫລີເໜືອ.
ກຳປັ່ນບັນທຸກເຮືອບິນລົບ Carl Vinson ກຳລັງເດີນທາງໄປ ແຫລມເກົາຫລີເໜືອ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຢູ່​ໃນ​ຄຳ​ຖະ​ແຫລ​ງ​ທີ່​ຕ່າງຫາກ​ທີ່​ອອກ​ມາໃນ​ຕອນ​ເຊົ້າ​ວັນ​ພະ
ຫັດ ວານ​ນີ້ ທ່ານ Trump ກ່າວ​ວ່າ ສະຫະລັດກຳລັງ​ກະກຽມ​ທີ່​ຈະ​ແກ້​ໄຂ​ວິ​ກິ​ດ
ກ​ານ​ເກົາຫລີ​ເໜືອ ​ໂດຍປາດ​ສະ​ຈາກ​ຈີນ ຖ້າຫາ​ກມີ​ຄວາມ​ຈຳ​ເປັນ.

ປະທານາທິບໍດີ Donald Trump ແລະປະທານປະເທດຈີນ ທ່ານ Xi Jinping ຍ່າງສົນທະນາກັນທີ່ບ້ານພັກຕາກອາກາດ Mar-a-Lago ລັດ Florida.
ປະທານາທິບໍດີ Donald Trump ແລະປະທານປະເທດຈີນ ທ່ານ Xi Jinping ຍ່າງສົນທະນາກັນທີ່ບ້ານພັກຕາກອາກາດ Mar-a-Lago ລັດ Florida.

ກຳ​ປັ່ນ​ບັນທຸກ​ເຮືອບິນ​ສະຫະລັດ ​ແລະ​ກຳ​ປັ່ນ​ລົບ​ອື່ນໆ ກຳລັງ​ຫລ່ອງ​ໄປ​ສູ່ ​
ແຫລມ​ເກົາຫລີ​ໃນ​ການ​ສະ​ແດງ​ເຖິງ​ກຳລັງໃນ​ອາທິດ​ນີ້ ​ເຖິງ​ແມ່ນ​ວ່າ​ບໍ່​ມີ​ການ​ຂົ່ມ
ຂູ່ໂດຍ​ສະ​ເພາະຈາກ​ສະຫະລັດ​ໃນ​ການ​ຕອບ​ໂຕ້ ຖ້າ​ຫາກ​ພຽງ​ຢາງ​ປະຕິບັດ​ທົດ​
ລອງນິວ​ເຄລຍ​ໃໝ່​ອີກ ຫລື​ເພີ້​ມ​ຍິງ​ລູກ​ສອນ​ໄຟທ້າ​ທາຍ​ຕໍ່​ການ​ລົງ​ໂທດ​ສະຫະ​
ປະຊາ​ຊາດ.

ຢູ່​ທີ່​ທຳນຽບຫ້າ​ແຈ ລັດຖະມົນຕີ​ຕ່າງ​ປະ​ເທດ​ທ່ານ James Mattis ກ່າວ​ວ່າ
ວໍ​ຊິງ​ຕັນ ກໍາລັງ “​ເຮັດ​ວຽກ​ກັບ​ບັນດາ​ຄູ່​ຕຳ​ແໜ່​ງສາກົນ ​ເພື່ອ​ຈະ​ລົບ​ລ້າງ​ສະຖາ
ນະ​ການ ​ແຕ່​ໃນ​ທີ່ສຸດ​ແລ້ວກໍ​ຄື​ວ່າ ​ເກົາຫລີ​ເໜືອ​ຕ້ອງ​ປ່ຽນ​ການ​ປະພຶດ​ຂອງ​ຕົນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງຂ່າວນີ້ໃນວີດິໂອ

US North Korea
please wait
Embed

No media source currently available

0:00 0:02:39 0:00

XS
SM
MD
LG