ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທ​ຣຳ ເດີນ​ທາງຮອດ ຝ​ຣັ່ງ ເພື່ອ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ G-7 ບ່ອນທີ່ ອາດບໍ່ມີຄວາມເປັນ ເອກະພາບ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ ​ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ ເດີນ​ທາງ​ຮອດ​ເມືອງ​ ເບຍ​ຣິ​ດ​ສ໌, ຝ​ຣັ່ງ, 24 ສິງ​ຫາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ ​ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ ເດີນ​ທາງ​ຮອດ​ເມືອງ​ ເບຍ​ຣິ​ດ​ສ໌, ຝ​ຣັ່ງ, 24 ສິງ​ຫາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເດີນ​ທາງ​ໄປ​ເມືອງ ເບຍ​ຣິ​ດ​ສ໌, ປະ​
ເທດ ຝຣັ່ງ ໃນວັນເສົາວານນີ້ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມ 7 ປະເທດ ຫຼື
G7, ເຊິ່ງແມ່ນກອງປະຊຸມຂອງບັນດາປະເທດອຸດສາຫະກຳທີ່ສຳຄັນຂອງໂລກ.

ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນຸ​ແອ​ລ ມາກ​ຣົງ ໄດ້​ຕ້ອນ​ຮັບ​ທ່ານ ທ​ຣຳ ແລະ ຜູ້​ນຳ
ຄົນອື່ນໆຢູ່ເມືອງ ຟາ ເດິ ເບຍຣິດສ໌ (Phare de Biarritz), ເຊິ່ງແມ່ນຫໍໄຟຍາມຝັ່ງທີ່
ຖືກສ້າງຂຶ້ນໃນກາງສັດຕະວັດທີ 19 ພ້ອມກັບທີວທັດທີ່ ສວຍງາມກວ້າງຂວາງຢູ່ເຂດ
ຊາຍຝັ່ງຂອງ ຝຣັ່ງ, ບ່ອນທີ່ພວກເພິ່ນໄດ້ຮັບປະທານອາຫານຄ່ຳ ກັບອາຫານພິເສດ
ຂອງເມືອງ ບາສ (Basque) ທີ່ປຸງແຕ່ງດ້ວຍພໍ່ຄົວໃນທ້ອງຖິ່ນ ຕາມດ້ວຍໜຶ້ງປາ ຊື່ວ່າ
“ມາມິຕາໂກ” ເຊິ່ງແມ່ນໜຶ້ງປາທູຄີສີຟ້າ ທີ່ຖືກຕຶກໄດ້ດ້ວຍມືໃນເມືອງຫາປາ ແຊັ້ງ
ຈອງ ເດິ-ລຸສ (Saint Jean de-Luz) ທີ່ຕັ້ງຢູ່ໃກ້ຄຽງ.

ນັ້ນແມ່ນອາ​ຫານ​ລາຍ​ການ​ທີ​ສອງ​ທີ່​ທ່ານ ທ​ຣຳ ໄດ້​ຮັບ​ປະ​ທານ ​ກັບ​ທ່ານ ມາກ​ຣົງ ໃນ
ເມືອງ ເບຍຣິດສ໌, ເຖິງແມ່ນວ່າ ທ່ານໄດ້ຂົ່ມຂູ່ທີ່ຈະເກັບພາສີເຫຼົ້າໄວນ໌ຂອງ ຝຣັ່ງ ນຶ່ງ
ວັນກ່ອນໜ້ານີ້ກໍຕາມ.

ໃນ​ລະ​ຫວ່າງ​ການ​ຮັບ​ປະ​ທານ​ອາ​ຫານ​ທ່ຽງ ທັນ​ທີ​ທີ່​ທ່ານ​ໄດ້​ເດີນ​ທາງ​ຮອດ ​ໃນ​ວັນ​ເສົາ​
ວານນີ້, ຜູ້ນຳທັງສອງທ່ານ ໄດ້ກ່າວຢ້ຳຄວາມປາທະໜາຂອງພວກເພິ່ນ ທີ່ຈະເຮັດວຽກ
ຮ່ວມກັນໃນຂະນະທີ່ພວກເພິ່ນປຶກສາຫາລືກັນ ກ່ຽວກັບ ຫຼາກຫຼາຍບັນຫາຢ່າງກວ້າງ
ຂວາງລວມທັງ ສະພາບດິນຟ້າອາກາດ, ປະເທດ ລີເບຍ, ຊີເຣຍ, ເກົາຫຼີເໜືອ, ຢູເຄຣນ,
ອີຣ່ານ ແລະ ຄວາມບໍ່ປອດໄພທີ່ກຳລັງເພີ່ມຂຶ້ນໃນພາກພື້ນ ຊາແຮລ ໃນອາທິດນີ້.

ທ່ານ ມາກ​ຣົງ ໄດ້​ເອີ້ນ​ທ່ານ ທ​ຣຳ ວ່າ “ແຂກ​ພິ​ເສດ”. ເຊິ່ງ​ກົງ​ກັນ​ຂ້າມ​ກັບ​ລາຍ​ງານ​ການ
ແຕກແຍກກັນກັບເຈົ້າພາບຕ້ອນຮັບຂອງທ່ານ, ທ່ານ ທຣຳ ໄດ້ກ່າວວ່າ ທ່ານ ແລະ
ທ່ານ ມາກຣົງ “ມີຫຼາຍສິ່ງທີ່ຄືກັນ” ແລະ “ໄດ້ເປັນເພື່ອນກັນມາດົນນານ.”

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ເທົ່າ​ທີ່​ເປັນ​ຢູ່​ກໍ​ໜ້າ​ພໍ​ໃຈ.” ອາ​ກາດ​ແມ່ນ​ດີຫຼາຍ. ທຸກຢ່າງ​ກໍ​ເຂົ້າ
ກັນໄດ້ດີ. ຂ້າພະເຈົ້າຄິດວ່າພວກເຮົາຈະປະສົບຄວາມສຳເລັດໃນຫຼາຍຢ່າງໃນອາທິດ
ນີ້.

ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ອອກ​ຈາກ​ ທຳ​ນຽບ​ຂາວ ໄປ​ເມືອງ​ເບຍ​ຣິ​ດ​ສ໌ ໃນ​ຕອນ​ຄ່ຳ​ວັນ
ສຸກທີ່ຜ່ານມານັ້ນ, ທ່ານ ທຣຳ ໄດ້ຂົ່ມຂູ່ທີ່ຈະເກັບພາສີຕໍ່ເຫຼົ້າໄວນ໌ຂອງ ຝຣັ່ງ ຖ້າ ຝຣັ່ງ
ກັບພາສີບັນດາບໍລິສັດເທັກໂນໂລຈີຂອງ ສະຫະລັດ.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ຖ້າ​ເຂົາ​ເຈົ້າ​ເຮັດ​ແນວ​ນັ້ນ, ພວກ​ເຮົາ​ຈະ​ເກັບ​ພາ​ສີ​ເຫຼົ້າ​ໄວ​ນ໌​
ຂອງເຂົາເຈົ້າຄືທີ່ກັບທີ່ເຂົາເຈົ້າບໍ່ເຄີຍເຫັນມາກ່ອນ.”

ອ່ານ​ຂ​່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG