ໃນການເຄື່ອນໄຫວເພື່ອສ້າງຄວາມກົດດັນແກ່ລັດຖະບານທີ່ກົດຂີ່ຂູດຮີດຂອງປະທານາທິບໍດີ Nicolas Maduro ນັ້ນ ໃນວັນສຸກວານນີ້ ສະຫະລັດໄດ້ຫ້າມບໍ່ໃຫ້ດໍາເນີນກິດຈະກໍາໃດໆ ຕໍ່ໜີ້ສິນໃໝ່ ຫລືເງິນຫຸ້ນຕ່າງໆ ຂອງເວເນຊູເອລາ.
ທ່ານ H. R. McMaster ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ກ່າວຕໍ່ນັກຂ່າວວ່າ ການລົງໂທດດັ່ງກ່າວແມ່ນເພື່ອເປັນການສະແດງໃຫ້ເຫັນວ່າ "ສະຫະລັດຈະບໍ່ຍອມການຜະເດັດການທີ່ບໍ່ຖືກຕ້ອງຄອບຄອງຜືນແຜ່ນດິນໃນຊີກໂລກຕາເວັນຕົກແຫ່ງນີ້ ໂດຍທີ່ເຮັດໃຫ້ປະຊາຊົນໄດ້ຮັບຄວາມເດືອດຮ້ອນເດັດຂາດ."
ເມື່ອຖືກຖາມວ່າ ເປັນໄປໄດ້ບໍ່ທີ່ສະຫະລັດຈະໃຊ້ກໍາລັງທະຫານເຂົ້າໄປແຊກແຊງໃນເວເນຊູເອລາ ທ່ານ McMaster ຕອບວ່າ "ບໍ່ໜ້າຈະມີການດໍາເນີນການທາງທະຫານໃນອະນາຄົດອັນໃກ້ໆນີ້." ເມື່ອຖືກຖາມເຊັ່ນດຽວກັນ ໃນເວລາຕໍ່ມາບໍ່ພໍເທົ່າໃດນາທີ ທ່ານນາງ Sarah Huckabee Sanders, ໂຄສົກປະຈໍາທໍານຽບຂາວອະທິບາຍວ່າ, "ພວກເຮົາເອົາທຸກທາງເລືອກຂຶ້ນມາພິຈາລະນາ ແລະພວກເຮົາກໍຈະບໍ່ເອົາທາງເລືອກໃດໃນນັ້ນຖີ້ມເລີຍ."
ດໍາລັດທີ່ເຊັນໂດຍປະທານາທິບໍດີ ດໍໂນລ ທຣໍາໃນວັນສຸກວານນີ້ ໄດ້ຫ້າມບໍ່ໃຫ້ສະຫະລັດ ເຮັດທຸລະກໍາກັບລັດຖະບານຂອງທ່ານ Maduro ແລະບໍລິສັດ PDVSA ຊຶ່ງເປັນບໍລິສັດນໍ້າມັນຂອງລັດຖະບານປະເທດນັ້ນ.
ຢູ່ໃນກອງປະຊຸມນັກຂ່າວທີ່ທໍານຽບຂາວໃນວັນສຸກວານນີ້ ທ່ານ Steve Mnuchin ລັດຖະມົນຕີກະຊວງການຄັງກ່າວວ່າ ການລົງໂທດດັ່ງກ່າວ "ແມ່ນເຮັດໃຫ້ຫລຸດຄວາມສາມາດ ຂອງທ່ານ Maduro ໃນການຈ່າຍໃຫ້ເປັນເພື່ອນມິດທາງການເມືອງຂອງທ່ານ ແລະຜູ້ສະໜັບສະໜຸນລະບອບການປົກຄອງຂອງທ່ານນັ້ນລົງ."
ທ່ານ Mnuchin ກ່າວເພີ້ມວ່າ "ໃນດ້ານເສດຖະກິດແລ້ວ ຂ້າພະເຈົ້າຢາກວ່າ ແຜນຂອງພວກເຮົາສືບຕໍ່ສຸມຄວາມຮ້ອນໃສ່ລັດຖະບານເວເນຊູເອລາ, ແລະການກະທໍາສະເພາະເຫລົ່ານີ້ ທີ່ພວກເຮົາພະຍາຍາມເຮັດໃຫ້ສິ່ງຕ່າງໆ ທີ່ບໍ່ເຮັດໃຫ້ປະຊາຊົນເວເນຊູເອລາໄດ້ຮັບຄວາມເດືອດຮ້ອນນັ້ນ ມີຄວາມສົມດູນກັນ."