ບັນດາປະທານ ທັງ 3 ຄະນະກຳມະການ ຂອງສະພາຕ່ຳ ທີ່ເປັນຈຸດໃຈກາງຂອງການສືບສວນໃນການດຳເນີນການຟ້ອງຮ້ອງ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ທີ່ກ່ຽວຂ້ອງກັບ ຢູເຄຣນ ນັ້ນ ມີກຳນົດວ່າ ຈະມີຈັດກອງປະຊຸມລັບ ໃນວັນພະຫັດມື້ນີ້ ເພື່ອຟັງຄຳໃຫ້ການຂອງທ່ານເຄີດ ໂວລເກີ (Kurt Volker) ທີ່ຫາກໍ່ລາອອກຈາກຕຳແໜ່ງທູດພິເສດຂອງສະຫະລັດ ສຳລັບຢູເຄຣນ ເມື່ອມໍ່ໆມານີ້.
ຄຳຖາມຕ່າງໆມີທ່າທີວ່າຈະເພັ່ງເລັງໃສ່ ເລື້ອງການໂທລະສັບໃນເດືອນກໍລະກົດຜ່ານມາ ລະຫວ່າງທ່ານ ທຣຳ ກັບປະທານາທິບໍດີ ໂວໂລດິເມຍ ເຊເລັນສກີ (Volodymyr Zelenskiy) ຂອງຢູ່ເຄຣນ, ເລື້ອງການເຄື່ອນໄຫວຂອງທ່ານໂວເກີ ຫລັງຈາກມີການໂທລະສັບດັ່ງກ່າວ, ແລະເລື້ອງການກະທຳຂອງທ່ານ ຣູດີ ຈູລີອານີ (Rudy Giuliani), ທະນາຍຄວາມສ່ວນຕົວຂອງທ່ານທຣຳທີ່ກ່ຽວພັນກັບການກ່າວຫາຕໍ່ທ່ານທຣຳວ່າທຳການກົດດັນຕໍ່ທ່ານ ເຊເລັນສກີ ໃຫ້ທຳການສືບສວນອະດີດປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ (Joe Biden) ນັ້ນ.
ຂໍ້ກ່າວຫາດັ່ງກ່າວ ມີຢູ່ໃນຄຳຟ້ອງຮ້ອງຂອງຜູ້ແຈ້ງການກະທຳຜິດໄດ້ຖືກເຜີຍແຜ່ອອກມາໃນອາທິດແລ້ວນີ້ ທີ່ເວົ້າວ່າ ອີງຕາມເຈົ້າໜ້າທີ່ປະຈຳທຳນຽບຂາວຫລາຍຄົນ ທ່ານ ທຣຳ ໄດ້ກົດດັນໃຫ້ທ່ານເຊເລັນສກີ “ພົບຫລືໂອ້ລົມກັບຄົນສອງຄົນທີ່ທ່ານປະທານາທິບໍດີບອກຊື່ຢ່າງຊັດເຈນ ໃນນາມເປັນທູດສ່ວນຕົວພິເສດຂອງທ່ານກ່ຽວກັບບັນຫາເຫລົ່ານີ້" ກໍຄື ທ່ານຈູລີອານີ ແລະທ່ານ ວິລລຽມ ບາ (William Barr), ລັດຖະມົນຕີກະຊວງຍຸຕິທຳ.
ທ່ານໂວລເກີ ໄດ້ລາອອກຈາກຕຳແໜ່ງໃນມື້ຕໍ່ມາ ຫລັງຈາກຄຳຟ້ອງຮ້ອງດັ່ງກ່າວຖືກເປີດເຜີຍອອກມາ.
ທ່ານໄດ້ພະຍາຍາມຊ່ວຍຈັດແຈງໃຫ້ ທ່ານຈູລີອານີ ພົບພໍ້ກັບ ທ່ານເຊເລັນສກີ. ກະຊວງການຕ່າງປະເທດ ສະຫະລັດ ເວົ້າວ່າ ໂດຍຕອບສະໜອງຕາມຄຳຮ້ອງຂໍຂອງທີ່ປຶກສາຄົນນຶ່ງຂອງທ່ານ ເຊເລັນສກີ ນັ້ນ, ທ່ານໂວລເກີ ຈຶ່ງໄດ້ຈັດໃຫ້ທີ່ປຶກສາຄົນນັ້ນຕິດຕໍ່ຫາ ທ່ານຈູລີອານີ.
ຄຳຟ້ອງຮ້ອງຂອງຜູ້ແຈ້ງການກະທຳຜິດໄດ້ຜັກດັນໃຫ້ພວກສັງກັດພັກເດໂມແຄຣັດ ຢູ່ໃນສະພາຕ່ຳ ເລີ້ມຕົ້ນທຳການສືບສວນເພື່ອຟ້ອງຮ້ອງປະທານາທິບໍດີ ຢ່າງເປັນທາງການຂຶ້ນ. ຄຳຟ້ອງຮ້ອງດັ່ງກ່າວ ມື້ຕໍ່ມາພາຍຫລັງທີ່ມີການໂອ້ລົມກັນທາງໂທລະສັບລະຫວ່າງທ່ານ ທຣຳ ແລະທ່ານ ເຊເລັນສກີແລ້ວ ທ່ານ ໂວລເກີ ແລະທ່ານກອກດອນ ຊັນແລນ (Gordon Sondland), ເອກອັກຄະລັດຖະທູສະຫະລັດປະຈຳສະຫະພາບຢູໂຣບກໍໄປພົບກັບປະທານາທິບໍດີຂອງຢູເຄຣນ ແລະຄົນສຳຄັນທາງການເມືອງຄົນອື່ນໆອີກ.
ຜູ້ແຈ້ງການກະທຳຜິດເວົ້າວ່າ ອີງຕາມບົດບັນທຶການປະຊຸມກັນຕ່າງໆດັ່ງກ່າວນັ້ນພວກເຈົ້າໜ້າທີ່ສະຫະລັດເລົ່າສູ່ຟັງວ່າ "ເອກອັກຄະລັດຖະທູດ ໂວລເກີ ແລະ ຊັນແລນຖືກລາຍງານວ່າ ໄດ້ແນະນຳໃຫ້ການນຳຂອງຢູເຄຣນກ່ຽວກັບຈະ 'ຫາທາງປະຕິບັດ' ຕາມຄຳຮຽກຮ້ອງທີ່ທ່ານປະທານາທິບໍດີບອກໃຫ້ທ່ານເຊເລັນສກີ ເຮັດນັ້ນໄດ້ແນວໃດ."
ຄຳຮ້ອງດັ່ງກ່າວຍັງລະບຸອີກວ່າຜູ້ແຈ້ງການກະທຳຜິດໄດ້ຍິນບັນດາເຈົ້າໜ້າທີ່ສະຫະລັດເວົ້າວ່າ "ພວກເຂົາເຈົ້າມີຄວາມເປັນຫ່ວງຢ່າງຫລວງຫລາຍຕໍ່ສິ່ງທີ່ພວກເຂົາເຈົ້າເຫັນວ່າເປັນການເຮັດວຽກຂອງທ່ານຈູລີອານີທີ່ເວັ້ນຈາກຂັ້ນຕອນການຕັດສິນໃຈດ້ານຄວາມໝັ້ນຄົງແຫ່ງຊາດໃນການຕິດຕໍ່ພົວພັນກັບບັນດາເຈົ້າໜ້າທີ່ຢູເຄຣນ ແລະສົ່ງຂໍ້ຄວາມກັບມາໄປກັບມາ" ລະຫວ່າງ ເຈົ້າໜ້າທີ່ຢູເຄຣນກັບທ່ານ ທຣຳ.