ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທ​ຣຳ ເປີດ​ການ​ໂຈມ​ຕີ​ຄືນ​ອີກ ຕໍ່​ການ​ສືບ​ສວນ ​ເພື່ອຟ້ອງ​ຮ້ອງທ່ານ ກ່ອນຈະ​ມີ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ທີ່​ເປີດ​ເຜີຍ ​ໃນ​ລັດ​ຖະ​ສະ​ພາ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳກ່າວ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ຈະ​ອອກ​ຈາກ​ທຳ​ນຽບ​ຂາວ​ໄປ​ໃນ​ວັນ​ທີ 9 ພະ​ຈິກ, 2019.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳກ່າວ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ຈະ​ອອກ​ຈາກ​ທຳ​ນຽບ​ຂາວ​ໄປ​ໃນ​ວັນ​ທີ 9 ພະ​ຈິກ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ເປີດ​ການ​ໂຈມ​ຕີ​ຄືນ​ອີກຕໍ່​ການ​ສືບ​ສວນ​ເພື່ອຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ຈັນ​ວານນີ້, ສອງມື້ກ່ອນໜ້າການ​ຮັບ​ຟັງ​ຄຳ​ໃຫ້​ການທີ່​ແນ​ເປົ້າ​ໝາຍ​ໃສ່​ທ່ານຜູ້ທີ່​ຖືກ​ກ່າວຫາວ່າໄດ້​ສວຍໃຊ້​ຕຳ​ແໜ່ງ​ຂອງ​ທ່ານເພື່ອຊ່ວຍ​ຕົນ​ເອງ​ໃນ​ທາງ​ການ​ເມືອງ.

ກ່ອນ​ເຂົ້າ​ຮ່ວມ​ງານ​ສັນ​ລະ​ເສີນ​ນັກ​ເຮົາ​ເກົ່າປະ​ຈຳ​ປີ​ແກ່​ທະ​ຫານ​ສະ​ຫະ​ລັດ​ຢູ່ໃນພິ​ທີ​ທີ່​ຈັດ​ຂຶ້ນ​ໃນ​ນະ​ຄອນ​ນິວຢອກນັ້ນ ທ່ານ ທ​ຣຳ​ໄດ້​ກ່າວ​ອ້າງໂດຍບໍ່​ໄດ້​ໃຫ້​ຫລັກ​ຖານ​ໃດວ່າ ສະ​ມາ​ຊິກ​ສະ​ພາ​ຕ່ຳ, ອາ​ດາມ ຊິ​ຟ (Adam Schiff), ຜູ້​ນຳ​ພາໃນ ​ການສືບ​ສວນ​ເພື່ອຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີຢູ່​ໃນ​ສະ​ພາ​ຕ່ຳໄດ້ "ປອມ​ແປງ" ບົດ​ບັນ​ທຶກການ​ໃຫ້​ປາກ​ຄຳ​ຂອງ​ເຈົ້າ​ໜ້າ​ທີ່ 8 ຄົນ ​ທີ່​ໄດ້ໃຫ້ປາກ​ຄຳ​ແບບ​ປິດ​ລັບຢູ່​ໃນຫ້ອງທີ່​ມີ​ການ​ຍາມ​ປ້ອງ​ກັນຄວາມ​ປອດ​ໄປ ​ໃນຕຶກຂອງ​ລັດຖະ​ສະ​ພາ​ຢູ່ໃນສອງສາມອ​າ​ທິດ​ຜ່ານ​ມາ​ນີ້.

ອີງ​ຕາມ​ບົດ​ບັນ​ທຶກການ​ໃຫ້​ປາກ​ຄຳເຫລົ່າ​ນັ້ນ ບັນ​ດາ​ເຈົ້າ​ໜ້າ​ທີ່​ດ້ານການ​ທູດ ແລະ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໃນ​ອະ​ດີດ ແລະ​ໃນ​ປັດ​ຈຸ​ບັນໄດ້ເວົ້າ​ຢ່າງ​ລະ​ອຽດກ່ຽວ​ກັບ​ວິ​ທີ​ທີ່ທ່ານ ທ​ຣຳ ແລະ​ຜູ້​ຊ່ວຍ​ຂອງ​ທ່ານ​ທຳ​ການ​ກົດ​ດັນ​ຢູ​ເຄ​ຣນ​ໃຫ້ເປີດ ການສືບ​ສວນຄູ່​ແຂ່ງ​ຂອງ​ທ່ານຈາກ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ມີ​ຄະ​ແນນ​ນຳ​ໜ້າຄົນ​ນຶ່ງ ໃນ​ການ​ເລືອກ​ຕັ້ງ​ປີ 2020 ຄືອະ​ດີດຮອງປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ການ​ເຮັດ​ວຽກ​ຂອງ​ທ່ານຮັນ​ເທີ້ ໄບ​ເດັ​ນ (Biden Hunter), ​ລູກ​ຊາຍ​ທ່ານຢູ່​ໃນ​ບໍ​ລິ​ສັດອາຍແກັ​ສທຳ​ມະ​ຊາດ​ຂອງ​ຢູ​ເຄ​ຣນ ແລະ​ທິດ​ສະ​ດີຫັກ​ລ້າງວ່າ ຢູ​ເຄ​ຣນເປັນ​ຜູ້​ທີ່​ເຂົ້າ​ແຊກ​ເຊງ​ໃນ​ການ​ເລືອກ​ຕັ້ງປີ 2016 ບໍ່​ແມ່ນ​ຣັດ​ເຊຍຄືດັ່ງ​ທີ່​ປະ​ຊາ​ຄົມ​ສືບ​ລັບ​ໄດ້​ສະ​ຫລຸບ​ໄປ​ນັ້ນ.

ທ່ານ ທ​ຣຳ​ຂຽນຄຳ​ຮ​ຽກ​ຮ້ອງລົງໃນ​ທວີດ​ເຕີ​ວ່າ “​ພວກ​ສັງ​ກັດ​ພັດ​ຣີ​ພັບ​ບ​ລິ​ກັນ ຄວນ​ຈະ​ເອົາ​ບົດ​ບັນ​ທຶກ​ຂອງ​ຕົນ​ເອງ​ອອກ​ມາ.”

ໃນ​ການໂອ້​ລົມທາງ​ໂທ​ລະ​ສັບ​ໃນ​ທ້າຍເດືອນ​ກໍ​ລະ​ກົດ​ນັ້ ທ່ານ ທ​ຣຳ ໄດ້​ຂໍ​ໃຫ້ ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຢູ​ເຄ​ຣນ, ທ່ານ​ໂວ​ໂລ​ໂດ​ເມຍ ເຊເລັນ​ສ​ກີ (Volodymyr Zelenskiy) ໃຫ້ “ຊ່ວຍ​ທ່ານ” ໃນ​ການ​ດຳ​ເນີນ​ການ​ສືບ​ສວນ​ສອບ​ສວນເຫລົ່າ​ນີ້ ຊຶ່ງໃນ​ຕອນນັ້ນ ທ່ານ​ໄດ້ກັກ​ເງິນ​ຊ່ອຍ​ເຫຼືອ​ທາງ​ທະ​ຫານຈຳ​ນວນ 391 ລ້ານ​ໂດ​ລາທີ່​ຢູ​ເຄ​ຣນຢາກ​ໄດ້​ເພື່ອ​ເອົາໄປ​ຕໍ່​ສູ້​ກັບພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ສະ​ໜັບ​ສະ​ໜຸນ ຣັດ​ເຊຍ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດນັ້ນ ໄວ້ຊົ່ວ​ຄາວ. ໃນ​ທີ່​ສຸດ​ທ່ານ​ທ​ຣຳ​ກໍ​ໄດ້​ປ່ອຍ​ເງິນ​ຊ່ວຍ​ເຫລືອ​ກ້ອນນັ້ນໃຫ້ແກ່​ກີ​ອິ​ຟໄປ​ໃນ​ເດືອນ​ກັນ​ຍາ ຜ່ານ​ມາ ໂດຍບໍ່​ທີ່​ຢູ​ເຄ​ຣນບໍ່​ໄດ້​ເລີ້ມ​ທຳ​ການສືບ​ສວນ​ສອບ​ສວນແຕ່​ຢ່າງ​ໃດ.

ການ​ສືບ​ສວນ​ເພື່ອຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີໄດ້​ເລີ້ມ​ຕົ້ນ​ຂຶ້ນ ຍ້ອນ​ມີການຮ້ອງ​ທຸກ​ຂອງ​ຜູ້​ແຈ້ງ​ຄວາມ​ຜິດຢູ່ໃນ​ລັດ​ຖະ​ບານທີ່ບໍ່​ປະ​ສົງ​ອອກ​ນາມ ທີ່​ເວົ້າ​ວ່າ ຕົນ​ມີ​ຄວາມ​ຮູ້​ສຶກບໍ່​ດີ​ ທີ່​ທ່ານ​ທ​ຣຳ ໄດ້​ຂໍ​ໃຫ້ທ່ານເຊເລັນ​ສ​ກີ ທຳ​ການ​ສືບ​ສວນ​ສອບ​ສວນ ທ່ານໄບ​ເດັນ ເພາະ​ມັນ​ຮູ້​ສຶກ​ຄ້າຍ​ກັບ​ວ່າ ທ່ານ​ປະ​ທານ​າ​ທິ​ບໍ​ດີຊອກ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ຢູ່​ໃນ​ການ​ເລືອກ​ຕັ້ງ​ປີ​ໜ້ານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG