ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຂາວ​ເວົ້າ​ວ່າ ປ. ທ​ຣຳ ໃຫ້​ການ “ສະ​ໜັບ​ສະ​ໜຸນຫລາຍ” ຕໍ່ການ​ຂັດ​ຂວາງ ການສືບ​ສວນເພື່ອ ຟ້ອງ​ຮ້ອງທ່ານ


ບັນ​ດາສະ​ມາ​ຊິກລັດ​ຖະ​ສະ​ພາ ​ຢູ່​ໃນພັກຣີ​ພັບ​ບ​ລິ​ກັນລົມ​ກັບ​ພວກ​ນັກ​ຂ່າວ ພາຍ​ຫລັງ​ທີ່ ທ່ານ​ນາງ Laura Cooper ໄປ​ເຖິງ ​ຫ້ອງ​ປະ​ຊຸມ​ເພື່ອ​ໃຫ້​ຄຳ​ໃຫ້​ການຢູ່​ໃນການສືບ​ສວນເພື່ອຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ​ແບບ​ປິດ​ລັບ.
ບັນ​ດາສະ​ມາ​ຊິກລັດ​ຖະ​ສະ​ພາ ​ຢູ່​ໃນພັກຣີ​ພັບ​ບ​ລິ​ກັນລົມ​ກັບ​ພວກ​ນັກ​ຂ່າວ ພາຍ​ຫລັງ​ທີ່ ທ່ານ​ນາງ Laura Cooper ໄປ​ເຖິງ ​ຫ້ອງ​ປະ​ຊຸມ​ເພື່ອ​ໃຫ້​ຄຳ​ໃຫ້​ການຢູ່​ໃນການສືບ​ສວນເພື່ອຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ​ແບບ​ປິດ​ລັບ.

ທຳ​ນຽບ​ຂາວ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້ວ່າ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໃຫ້​ການ “ສະ​ໜັບ​ສະ​ໜຸນຫລາຍ” ຕໍ່ບັນ​ດາສະ​ມາ​ຊິກລັດ​ຖະ​ສະ​ພາ ຫົວ​ອະ​ນຸ​ລັກ​ນິ​ຍົມ ​ຢູ່​ໃນພັກຣີ​ພັບ​ບ​ລິ​ກັນ ປະມານຊາວ​ກວ່າຄົນ ທີ່​ໄດ້ບຸກ​ເຂົ້າ​ໄປຂັດ​ຂວາງ ການສືບ​ສວນເພື່ອຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ ​ແບບ​ປິດ​ລັ​ບ ໃນມື້​ກ່ອນນີ້ ຊຶ່ງ​ເຮັດ​ໃຫ້​ການ​ສືບ​ສວນ​ດັ່ງ​ກ່າວ ຊັກ​ຊ້າ​ໄປ 5 ຊົ່ວ​ໂມງ.

​"ເປັນ​ເລື້ອງ​ທີ່ດີ​ຫລາຍ, ແລະ​ມີ​ຄວາມ​ເຂົ້າ​ໃຈ​ດີ" ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄ​ສົກ​ທ່ານ ທ​ຣຳ, ສ​ເຕັ​ຟ​ຟາ​ນີ ກ​ຣິ​ສ​ແຮມ (Stephanie Grisham) ທີ່ກ່າວຢູ່​ໃນ​ລາຍ​ການ "Fox & friends" ຂອງ​ອົງ​ການ​ຂ່າວ Fox News ຊຶ່ງ​ເປັນນຶ່ງ​ໃນ​ລາຍ​ການ​ລົມ​ກັນ ​ທີ່​ທ່ານປະ​ທາ​ນາ​ທິ​ບໍ​ດີມັກ​ຫລາຍ. ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າການເຮັດ​ແນວນີ້ ສະ​ແດງ​ໃຫ້​ເຫັນເຖິງ​ການ​ສະ​ໜັບ​ສະ​ໜຸນ​ຕໍ່ທ່ານປະ​ທາ​ນາ​ທິ​ບໍ​ດີຢ່າງ​ເຕັມ​ສ່ວນ​ເລີຍ.”

ທ່ານ ທ​ຣຳ ໄດ້​ຮຽກ​ຮ້ອງ​ໃຫ້​ພວກສັງ​ກັດພັກຣີ​ພັບ​ບ​ລິ​ກັນ “ເຂັ້ມແຂງ​ຂຶ້ນແລະ​ສູ້" ເພື່ອຄັດ​ຄ້ານການສືບ​ສວນເພື່ອຟ້ອງ​ຮ້ອງທ່ານ. ບັນ​ດາສະ​ມາ​ຊິກລັດ​ຖະ​ສະ​ພາ ສັງ​ກັດພັກຣີ​ພັບ​ບ​ລິ​ກັນໄດ້​ພາ​ກັນ​ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ປະ​ຊຸມ​ທີ່ຮັບ​ຟັງຄຳ​ໃຫ້​ການ​ທີ່​ປິດ​ປະ​ຕູ​ໄວ້​ນັ້ນ ເຖິງ​ແມ່ນ​ວ່າບາງ​ຄົນ​ໃນ​ນັ້ນ ໄດ້​ຮູ້​ເລື້ອງ​ທຸກ​ຢ່າງ​ກ່ຽວ​ກັບການ ສືບ​ສວນເພື່ອຟ້ອງ​ຮ້ອງທີ່ກຳ​ລັງ​ດຳ​ເນີນ​ໄປ​ແບບປິດ​ລັບທີ່​ນຳ​ພາ​ໂດຍພວກສະ​ມາ​ຊິກລັດ​ຖະ​ສະ​ພາ ສັງ​ກັດພັກສັງ​ກັດພັກ​ເດ​ໂມ​ແຄ​ຣັດ ທີ່​ກຳສຽງ​ສ່ວນ​ຫລາຍ​ຢູ່​ໃນ​ສະ​ພາ​ຕ່ຳ​ນັ້ນ ຢູ່​ແລ້ວ​ກໍ​ຕາມ.

ບັນ​ດາສະ​ມາ​ຊິກລັດ​ຖະ​ສະ​ພາດັ່ງ​ກ່າວໄດ້ຜ່າເຂົ້າໄປຄັດ​ຄ້ານ ຢູ່ໃນຫ້ອງ​ປະ​ຊຸມຮັບ​ຟັງຄຳ​ໃຫ້​ການ​ແບບ​ປິດ​ລັບນັ້ນ. ພວກ​ເພິ່ນ​ໄດ້ຮຽກ​ຮ້ອງໃຫ້​ເອົາບົດບັນ​ທຶກ​ຄຳ​ໃຫ້​ການຂອງ​ບັນ​ດາເຈົ້າ​ໜ້າ​ທີ່​ການ​ທູດ ແລະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່ບອກ​ເລົ່າ​ກ່ຽວ​ກັບ​ວິ​ທີ​ທ່ານທ່ານ​ທ​ຣຳກົດ​ດັນຢູ​ເຄ​ຣນ ໃຫ້ເປີດການ​ສືບ​ສວນກ່ຽວ​ກັບທິດ​ສະ​ດີ​ຄວາມ​ເຊື່ອ​ແບບ​ຜິດໆວ່າປະ​ເທດ​ໃນພາກຕາ​ເວັນ​ອອກ​ຂອງ​ຢູ​ໂຣບແຫ່ງນັ້ນໄດ້ ​ພະ​ຍາ​ຍາມ​ທີ່​ຈະເຮັດໃຫ້​ທ່ານ​ທ​ຣຳ​ເສຍ​ໄຊ ຢູ່​ໃນ​ການ​ເລືອກ​ຕັ້ງ​ປີ 2016 ແລະ​ໃຫ້ເປີດການ​ສືບ​ສວນຄູ່​ແຂ່ງ​ຂອງ​ທ່ານ ທີ່​ສຳ​ຄັນຜູ້​ນຶ່ງຈາກ​ພັກເດ​ໂມ​ແຄ​ຣັດຢູ່ໃນ​ການ​ເລືອກ​ຕັ້ງ​ປີ 2020, ຄື​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ​ທ່ານ ຮັ້ນ​ເທີ ໄບ​ເດັນ, ລູກ​ຊາຍ​ຂອງ​ທ່ານ ທີ່ເປັນຜູ້​ນຶ່ງ​ຢູ່ໃນຄະ​ນະບໍ​ລິ​ຫານ​ຂອງບໍ​ລິ​ສັດພະ​ລັງ​ງານອາຍ​ແກັ​ສ​ທຳ​ມະ​ຊາດແຫ່ງ​ນຶ່ງ​ຂອງຢູ​ເຄ​ຣນ​.

ສະ​ມາ​ຊິກ​ສະ​ພາ​ຕ່ຳອາ​ດາມ ຊິ​ຟ ທີ່​ສັງ​ກັດພັກ​ເດ​ໂມ​ແຄ​ຣັດ​ຊຶ່ງ​ເປັນ​ຜູ້ນຳ​ພາການ ສືບ​ສວນ ຕໍ່ການ​ເຄື່ອນ​ໄຫວ​ຂອງ​ທ່ານທ​ຣຳນັ້ນ ກ່າວ​ວ່າ ບົດ​ບັນ​ທຶກຄຳ​ໃຫ້​ການ​ໃນ​ທີ່​ສຸດ​ກໍ​ຈະ​ຖື​ກເປີ​ດເຜີຍ, ໃນຂະ​ນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຮັບ​ຟັງ​ຄຳ​ໃຫ້​ການ​ແບບ​ເປີດ​ເຜີຍ​ສາ​ມາດ​ທີ່​ຈະ​ເລີ້ມ​ມີ​ຂຶ້ນ​ໄວໆ​ ໃນ​ກາງ​ເດືອນ​ພະ​ຈິກຈະ​ມາ​ເຖິງນີ້. ຖ້​າຫາກສະ​ພາ​ຕ່ຳ​ເປີດ​ການລົງ​ຄະ​ແນນ​ສຽງ ເພື່ອຟ້ອງ​ຮ້ອງທ່ານທ​ຣຳ, ທ່ານ​ກໍ​ຈະ​ຖືກດຳ​ເນີນການໄຕ່​ສວນ​ຄະ​ດີ​ໂດຍສະ​ພາ​ສູງ​ທີ່ພັກ​ຣີ​ພັບ​ບ​ລິ​ກັນ​ເປັນ​ພັກ​ສຽງ​ສ່ວນ​ຫລາຍຊຶ່ງ​ເປັນ​ບ່ອນທີ່​ຍັງ​ບໍ່​ມີ​ທ່າ​ທີ​ວ່າຈະ​ມີ​ຄະ​ແນນສຽງພໍ 2 ສ່ວນ​ສາມເພື່ອ​ຈະ​ຕັດ​ສິນວ່າ​ທ່ານທ​ຣຳ​ມີ​ຄວາມ​ຜິດແລະ​ປົດ​ທ່ານ​ລົງ​ຈາກ​ຕຳ​ແໜ່ງ​ໄດ້ ເລີຍ.

ວິ​ທີ​ການ​ຂອງ​ພວກສັງ​ກັດພັກ​ຣີ​ພັບ​ບ​ລິ​ກັນເຮັດ​ໃນ​ວັນ​ພຸດ​ຜ່ານ​ມານັ້ນ ໄດ້​ເຮັດ​ໃຫ້​ການ​ໃຫ້ການ​ຂອງເຈົ້າ​ໜ້າ​ທີ່​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ນາງ ລໍ​ຣາ ຄຸບ​ເປີ້ (Laura Cooper), ຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດທີ່​ໄດ້​ເຮັດ​ວຽກ​ກ່ຽວ​ກັບຣັດ​ເຊຍ ແລະ​ຢູ​ເຄ​ຣນຊັກ​ຊ້າ​ໄປ ແຕ່​ໃນ​ທີ່​ສຸດ​ທ່ານ​ນາງ​ກໍ​ໄດ້​ຕອບ​ຄຳ​ຖາມ​ເປັນ​ເວ​ລາ 3 ຊົ່ວ​ໂມງ.

"ທ່ານ​ດີ​ໃຈ​ທີ່​ເຫັນ​ວ່າ​ມີ​ການ​ເຮັດ​ເຊັ່ນ​ນັ້ນ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ນາງ ກ​ຣິ​ສ​ແຮມ (Grisham), ໂຄ​ສົກປະ​ຈຳ​ທຳ​ນຽບ​ຂາວທີ່​ກ່າວ​ເຖິງ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ທ​ຣຳ​ຕໍ່​ການ​ປະ​ທ້ວງ​ດັ່ງ​ກ່າວ. ທ່ານນາງ​ກ່າວ​ຕໍ່​ໄປ​ວ່າ "ທ່ານໃຫ້​ການສະ​ໜັບ​ສະ​ໜຸນຕໍ່​ການ​ເຮັດ​ແນວນັ້ນຫລາຍ, ເພາະ​ວ່າ​ທ່ານ​ຄວນ​ໃຫ້​ການສະ​ໜັບ​ສະ​ໜຸນຢູ່​ແລ້ວ”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG