ອະດີດນັກການທູດສະຫະລັດມີກຳນົດທີ່ຈະໄປປາກົດຕົວຢູ່ຕໍ່ໜ້າບັນດາສະມາຊິກລັດຖະສະພາໃນວັນອັງຄານມື້ນີ້ ຢູ່ໃນການດຳເນີນການສືບສວນເພື່ອຟ້ອງຮ້ອງຂອງສະພາຕ່ຳ ທີ່ກ່າວຫາປະທານາທິບໍດີ ດໍໂນລ ທຣຳ ວ່າໄດ້ກັກເງິນຊ່ວຍເຫລືອທາງທະຫານແກ່ຢູເຄຣນໄວ້ ເວັ້ນເສຍແຕ່ວ່າປະເທດດັ່ງກ່າວ ຈະເປີດ ການສືບສວນອະດີດຮອງປະທານາທິບໍດີ ໂຈ ໄບເດັນ ແລະລູກຊາຍຂອງເພິ່ນ.
ທ່ານ ວິລລຽມ ເທເລີ (William Taylor), ເຈົ້າໜ້າທີ່ສູງສຸດ ຢູ່ໃນສະຖານເອກອັກຄະລັດຖະທູດຂອງສະຫະລັດປະຈຳຢູເຄຣນ ຈະໄປໃຫ້ການແບບປິດລັບ ກ່ຽວກັບຂໍ້ຄວາມທີ່ຂຽນສົ່ງຫາກັນຫລາຍຄັ້ງກັບພວກເຈົ້າໜ້າທີ່ຄົນອື່ນໆ ທີ່ສະແດງຄວາມເປັນຫ່ວງກ່ຽວກັບການເຄື່ອນໄຫວຂອງທຳນຽບຂາວ. ທ່ານ ເທເລີ ໄດ້ຂຽນວ່າມັນເປັນ "ເລື້ອງບ້າບໍທີ່ກັກການຊ່ວຍເຫລືອດ້ານຄວາມໝັ້ນຄົງໄວ້ ເພື່ອໃຫ້ຊ່ວຍໃນເລື້ອງການຫາສຽງທາງການເມືອງ."
ທ່ານນາງ ລໍຣາ ຄູເປີ້ (Laura), ຮອງລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ທີ່ໄດ້ເຮັດວຽກກ່ຽວກັບຣັດເຊຍ ແລະຢູເຄຣນ ໃນທຳນຽບຫ້າແຈ ແມ່ນມີກໍານົດຈະໄປໃຫ້ການໃນວັນພຸດມື້ອື່ນ.
ການດຳເນີນການສືບສວນເພື່ອຟ້ອງຮ້ອງປະທານາທິບໍດີ ທີ່ນຳພາໂດຍພັກເດໂມແຄຣັດ ໄດ້ເລີ້ມຕົ້ນຂຶ້ນເມື່ອເຈົ້າໜ້າທີ່ສືບລັບທີ່ເປັນຜູ້ແຈ້ງຄວາມໄດ້ສະແດງຄວາມເປັນຫ່ວງໃຫ້ຜູ້ກວດກາໃຫຍ່ຮູ້ກ່ຽວກັບການໂອ້ລົມທາງໂທລະສັບຂອງທ່ານທຣຳກັບປະທານາທິບໍດີ ໂວໂລດິເມຍ ເຊເລັນສກີ (Volodymyr Zelenskiy) ຂອງຢູເຄຣນໃນວັນທີ 25 ກໍລະກົດຜ່ານມາ ຊຶ່ງໃນນັ້ນປາກົດວ່າທ່ານໄດ້ຮຽກຮ້ອງໃຫ້ເປີດການສືບສວນອະດີດຮອງປະທານາທິບໍດີ ໂຈ ໄບເດັນ ຊຶ່ງເປັນຜູ້ທີ່ກຳລັງລົງສະໝັກແຂ່ງຂັນເປັນຜູ້ຕາງໜ້າໃຫ້ພັກເດໂມແຄຣັດເພື່ອລົງສະໝັກໃນການເລືອກຕັ້ງປີ 2020 ນີ້.
ທ່ານທຣຳໄດ້ກ່າວຫາທ່ານບາຍເດັນວ່າ ໄດ້ນາບຂູ່ທີ່ຈະກັກເງິນກູ້ຢືມທີ່ໄດ້ຮັບປະກັນວ່າຈະເອົາໃຫ້ແກ່ຢູເຄຣນແລ້ວນັ້ນໄວ້ ເວັ້ນເສຍແຕ່ວ່າ ການສືບສວນທີ່ດຳເນີນໄປກ່ອນໜ້ານັ້ນກ່ຽວກັບການສໍ້ລາດບັງຫລວງຕໍ່ບໍລິສັດພະລັງງານທີ່ໄດ້ຈ້າງທ່ານ ຮັ້ນເທີ, ລູກຊາຍຂອງທ່ານນັ້ນຈະຖືກຍຸຕິລົງກ່ອນ.
ບໍ່ໄດ້ມີຫລັກຖານພິສູດປາກົດມາໃຫ້ເຫັນເລີຍວ່າ ມີການກະທຳຜິດໂດຍທ່ານ ໂຈ ຫລື ທ່ານຮັ້ນເທີ. ແຕ່ວ່າ ການໄປເດ່ມືໄປຫາລັດຖະບານຕ່າງປະເທດ ເພື່ອຂໍໃຫ້ຂຸດເອົາຂີ້ດິນຂຶ້ນມາຊະໃສ່ຄູ່ແຂ່ງຖືວ່າເປັນການແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ແລະເປັນການກະທຳຜິດທີ່ສາມາດຈະຖືກຟ້ອງຮ້ອງໄດ້.
ທ່ານທຣຳກ່າວຢືນຢັນວ່າບໍ່ໄດ້ມີ "ສິ່ງຕອບແທນ" ທີ່ກ່ຽວຂ້ອງກັບການໂທລະສັບລົມກັບທ່ານເຊເລັນສະກີ (Zelenskiy) ແຕ່ຢ່າງໃດ, ໂດຍພັນລະນາວ່າ ການສົນທະນາກັນດັ່ງກ່າວເປັນການສົນທະນາ "ທີ່ສົມບູນແບບ" ແລະກ່າວຫາ ຂອງສະພາຕ່ຳທີ່ນຳພາໂດຍພັກເດໂມແຄຣັດວ່າ ເປັນການຊອກຫາຈັບຜິດ.
ແຕ່ວ່າການຢືນຢັນດັ່ງກ່າວໄດ້ຖືກເຮັດໃຫ້ພາດພັ້ງໄປໃນອາທິດແລ້ວນີ້ ໂດຍ ທ່ານ ມິກ ມາລວານີ, ຜູ້ຮັກສາການ ຫົວໜ້າທີ່ປຶກສາຂອງທ່ານທຣຳ. ທ່ານ ມາລວານີ ຍອມຮັບຕໍ່ພວກນັກຂ່າວວ່າ ທ່ານທຣຳໄດ້ໂຈະການໃຫ້ຄວາມຊ່ວຍເຫຼືອໃນມູນຄ່າ 400 ລ້ານໂດລາແກ່ຢູເຄຣນໄວ້ ເພາະວ່າທ່ານປະທານາທິບໍດີມີຄວາມເປັນຫ່ວງເລື້ອງສໍ້ລາດບັງຫລວງຢູ່ໃນຢູເຄຣນ ແລະສົງໄສວ່າມັນກ່ຽວຂ້ອງກັບການລັກເຈະຂໍ້ມູນຂອງຣັດເຊຍຕໍ່ອີເມລຂອງຄະນະກຳມະການເລືອກຕັ້ງພັກເດໂມແຄຣັດໃນການເລືອກຕັ້ງປີ 2016.