ບັນດາສະມາຊິກສະພາຕ່ຳ ທີ່ກຳລັງດຳເນີນຄະດີການຟ້ອງຮ້ອງຕໍ່ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ທີມຝ່າຍຈຳເລີຍຂອງທ່ານປະທານາທິບໍດີ ມີເວລາສອງຊົ່ວໂມງໃນວັນຈັນມື້ນີ້ ເພື່ອທຳການສະຫຼຸບຄວາມຂອງເຂົາເຈົ້າ.
ຜົນອອກມາຄັ້ງສຸດທ້າຍຂອງຄະດີດັ່ງກ່າວເບິ່ງຄືວ່າຈະແນ່ນອນ, ດ້ວຍພັກຣີພັບບລີກັນກຳຄະແນນສຽງສ່ວນຫຼາຍ 53 ຕໍ່ 47 ໃນສະພາສູງ ແລະ ບໍ່ມີຜູ້ໃດທີ່ລະບຸໃຫ້ເຫັນແຜນການທີ່ຈະລົງຄະແນນສຽງເພື່ອປົດທ່ານ ທຣຳ ອອກຈາກຕຳແໜ່ງ.
ພັກເດໂມແຄຣັດ ໃນສະພາຕ່ຳຍັງຈະໂຕ້ຖຽງໃນວັນຈັນມື້ນີ້ວ່າ ທ່ານ ທຣຳ ໄດ້ລະເມີດອຳນາດຂອງທ່ານ ດ້ວຍການຂໍໃຫ້ ຢູເຄຣນ ເປີດການສືບສວນສອບສວນ ທີ່ອາດເປັນຜົນປະໂຫຍດໃຫ້ທ່ານໃນທາງການເມືອງ, ແລະ ວ່າທ່ານໄດ້ຂັດຂວາງລັດຖະສະພາ ດ້ວຍການກຳກັບໃຫ້ສະມາຊິກໃນລັດຖະບານຂອງທ່ານ ບໍ່ໃຫ້ສະໜອງເອກະສານຕ່າງໆ ແລະ ການໃຫ້ປາກຄຳໃນລະຫວ່າງການສອບສວນ ກ່ຽວກັບ ການກະທຳຂອງທ່ານໃນເວລາຕໍ່ມາ.
ບັນດາທະນາຍຄວາມຂອງທ່ານ ທຣຳ, ແລະ ທ່ານປະທານາທິບໍດີເອງ, ໄດ້ໂຕ້ຖຽງວ່າທ່ານບໍ່ໄດ້ເຮັດຫຍັງຜິດ ແລະ ວ່າການກະທຳຂອງທ່ານບໍ່ໄດ້ຮ້າຍແຮງເຖິງລະດັບຄວາມຜິດທີ່ສາມາດຖືກຟ້ອງຮ້ອງໄດ້.
ໃນຕອນແລງຂອງວັນຈັນມື້ນີ້, ບັນດາສະມາຊິກສະພາສູງ ຈະສາມາດກ່າວ ກ່ຽວກັບ ທັດສະນະຄະຕິຂອງເຂົາເຈົ້າໃນຂະນະທີ່ເຂົາເຈົ້າກ່າວຄຳປາໄສ ກ່ອນການລົງຄະແນນສຽງຄັ້ງສຸດທ້າຍທີ່ໄດ້ວາງແຜນໄວ້ໃນວັນພຸດນີ້.
ບັນດາສະມາຊິກສະພາສູງສັງກັດຣີພັບບລີກັນຫຼາຍຄົນໄດ້ກ່າວວ່າ ການຂໍຮ້ອງຂອງທ່ານ ທຣຳ ຕໍ່ ຢູເຄຣນ ແມ່ນຜິດ, ແຕ່ບໍ່ຮ້າຍແຮງພໍທີ່ຈະລົງໂທດທ່ານ ກ່ຽວກັບຂໍ້ກ່າວຫາທີ່ກຳນົດຂຶ້ນໂດຍສະພາຕ່ຳ.
ທ່ານ ທຣຳ ໄດ້ອະທິບາຍມາຫຼາຍເດືອນວ່າ “ການຂໍຮ້ອງຂອງທ່ານຕໍ່ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດິເມຍ ເຊເລັນສກີ ໃນເດືອນກໍລະກົດທີ່ຜ່ານມາ ເພື່ອສືບສວນສອບສວນນຶ່ງໃນຜູ້ທ້າຊິງລະດັບສູງຂອງທ່ານ ໃນການເລືອກຕັ້ງປີ 2020 ຄືອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ແລະ ລູກຊາຍຂອງທ່ານ, ທ່ານ ຮັ້ນເຕີ ໄບເດັນ ທີ່ເຮັດວຽກໃຫ້ບໍລິສັດ ແກັສ ທຳມະຊາດຂອງ ຢູເຄຣນ ນັ້ນແມ່ນສົມບູນແບບ”.
ແຕ່ສະມາຊິກສະພາສູງ ທ່ານ ລາມາ ອາເລັກແຊນເດີນ ຈາກລັດ ເທັນເນັສຊີ ແລະ ສະມາຊິກສະພາສູງທ່ານ ຈອນນີ ເອີນສ໌ ຈາກລັດໄອໂອວາ ໄດ້ກ່າວໃນການສຳພາດທີ່ອອກອາກາດໃນວັນອາທິດວານນີ້ວ່າ ທ່ານ ທຣຳ ໄດ້ຄວາມຜິດພາດໃນການຂໍໃຫ້ທ່ານ ເຊເລັນສກີ “ຊ່ວຍເຫຼືອພວກເຮົາ” ເພື່ອເປີດການສືບສວນສອບສວນໃນເວລາດຽວກັບທີ່ທ່ານກັກເງິນການຊ່ວຍເຫຼືອ 391 ລ້ານໂດລາ ທີ່ລັດຖະບານ ກີຢິບ ຕ້ອງການເພື່ອຊ່ວຍໃນການຕໍ່ສູ້ກັບພວກແບ່ງແຍກດິນແດນທີ່ສະໜັບສະໜູນ ຣັດເຊຍ ໃນພາກຕາເວັນອອກຂອງ ຢູເຄຣນ.