ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການດຳເນີນຄະດີ ຟ້ອງຮ້ອງທ່ານ ດໍໂນລ ທຣຳ ດຳເນີນໄປໜ້າ ດ້ວຍການຄັດຄ້ານສຸດຂີດ ຈາກພັກຣີພັບບລີິກັນ


ສະມາຊິກສະພາສູງ ທ່ານ ຣອນ ຈອນສັນ, ສັງກັດພັກຣີພັບບລີກັນ ຈາກລັດ ວິສຄອນຊິນ ຕອບຄຳຖາມນັກຂ່າວ ໃນຂະນະທີ່ທ່ານອອກຈາກກອງປະຊຸມສະພາສູງ. 26 ມັງກອນ, 2021.
ສະມາຊິກສະພາສູງ ທ່ານ ຣອນ ຈອນສັນ, ສັງກັດພັກຣີພັບບລີກັນ ຈາກລັດ ວິສຄອນຊິນ ຕອບຄຳຖາມນັກຂ່າວ ໃນຂະນະທີ່ທ່ານອອກຈາກກອງປະຊຸມສະພາສູງ. 26 ມັງກອນ, 2021.

ສະມາຊິກພັກຣີພັບບລີກັນສ່ວນຫຼາຍໃນສະພາສູງ ໄດ້ລົງຄະແນນສຽງຄັດຄ້ານຕໍ່ ການດຳເນີນຄະທດີຟ້ອງຮ້ອງ ອະດີດປະທານາທິບໍດີ ດໍໂນລ ທຣຳ ວ່າທ່ານໄດ້ ຍຸແຍ່ການຈະລາຈົນ ທີ່ໄດ້ມີ ການບຸກໂຈມຕີຫໍລັດຖະສະພາ ສະຫະລັດ ໃນວັນທີ 6 ມັງກອນ ຫຼືບໍ່, ເປັນສັນຍານທີ່ວ່າທ່ານໄດ້ຮັບຄະແນນສຽງຫຼາຍພໍທີ່ຈະໄດ້ຮັບ ການພົ້ນໂທດ.

ຄະແນນສຽງດັ່ງກ່າວແມ່ນ 55 ຄໍ່ 45 ທີ່ສະໜັບສະໜູນຕໍ່ການດຳເນີນຄະດີ, ແຕ່ມີສະມາຊິກພັກຣີພັບບລີກັນພຽງ 5 ຄົນທີ່ໄດ້ເຂົ້າຮ່ວມກັບສະມາຊິກພັກເດໂມແຄຣັດທັງໝົດ 50 ຄົນ. ຄະແນນສຽງສອງສ່ວນສາມແມ່ນຖືກຮຽກຮ້ອງໃຫ້ມີ ສຳລັບການຕັດສິນມີຄວາມຜິດ, ເຊິ່ງຈະຕ້ອງການສະມາຊິກພັກຣີພັບບລີກັນ 17 ຄົນລົງຄະແນນສຽງຕໍ່ຕ້ານທ່ານ ທຣຳ, ໂດຍສັນນິຖານຄະແນນສຽງຂອງພັກເດໂມແຄຣັດເປັນດັ່ງກັບໝູ່ຄະນະນຶ່ງ ຫຼັງຈາກການໃຫ້ການຄະດີຕໍ່ທ່ານ ເວລາການດຳເນີນຄະດີໄດ້ເລີ່ມຂຶ້ນ ໂດຍໄວສຸດໃນວັນທີ 9 ກຸມພານີ້.

ຜູ້ສະໜັບສະໜູນທ່ານ ທຣຳ, ທ່ານ ແຣນ ພອລ, ທີ່ໄດ້ບັງຄັບໃຫ້ລົງຄະແນນສຽງວ່າຈະໄປໜ້າກັບການດຳເນີນຄະດີຫຼືບໍ່ນັ້ນ, ໄດ້ເອີ້ນມັນວ່າ “ການຫຼອກລວງທີ່ຜິດລັດຖະທຳມະນູນ.”

ທ່ານ ພອລ ໄດ້ໂຕ້ແຍ້ງວ່າສະພາສູງບໍ່ສາມາດຈັດການດຳເນີນຄະດີຕໍ່ເອກະຊົນ, ເຊິ່ງທ່ານ ທຣຳ ໄດ້ເປັນໃນຕອນນີ້ ຫຼັງຈາກການດຳລົງຕຳແໜ່ງຂອງທ່ານໄດ້ສິ້ນສຸດລົງໃນວັນພຸດອາທິດທີ່ຜ່ານມາ ແລະ ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ໄດ້ສາບານຕົນເປັນປະທານາທິບໍດີຄົນທີ 46 ຂອງປະເທດ. ແທ້ຈິງແລ້ວ, ສະພາສູງເຄີຍຈັດການດຳເນີນຄະດີຕໍ່ເອກະຊົນໃນອະດີດ.

ແມ່ນກະທັ້ງກ່ອນການລົງຄະແນນສຽງ, ສະມາຊິກສະພາສູງພັກຣີພັບບລີກັນ ປາກົດວ່າໄດ້ຫຼີກຫ່າງ ຈາກການຕັດສິນຄວາມຜິດຕໍ່ທ່ານ ທຣຳ ກ່ຽວກັບ ການຍຸແຍ່ໃຫ້ເກີດການຈະລາຈົນ ເວລາທີ່ຜູ້ສະ ໜັບສະໜູນຂອງທ່ານຫຼາຍຮ້ອຍຄົນ, ບາງເທື່ອ 800 ຄົນ ອີງຕາມບັນດາເຈົ້າໜ້າທີ່ນັ້ນ, ໄດ້ພະຍາ ຍາມທີ່ຈະປະເຊີນໜ້າກັບບັນດາສະມາຊິກສະພາ ໃນຂະນະທີ່ເຂົາເຈົ້່າໄດ້ອະພິປາຍການຢືນຢັນທ່ານ ໄບເດັນ ເປັນຜູ້ຊະນະທ່ານ ທຣຳ ໃນການເລືອກຕັ້ງເມື່ອເດືອນພະຈິກປີກາຍນີ້.

ສະມາຊິກສະພາສູງທັງໝົດ 100 ຄົນໄດ້ສາບານຕົວເປັນກຳມະການຕັດສິນໃນການດຳເນີນຄະດີທີ່ໃກ້ຈະມາເຖິງນີ້.

ສະມາຊິກສະພາສັງກັດພັກຣິພັບບລີກັນໄດ້ກຳຊະຕາກຳຂອງທ່ານ ທຣຳ ໄວ້ໃນ ມືຂອງເຂົາເຈົ້າ, ເຖິງແມ່ນວ່າການດຳລົງຕຳແໜ່ງນຶ່ງສະໄໝ 4 ປີໃນທຳນຽບຂາວຂອງອະດີດປະທານາທິບໍດີ ໄດ້ສິ້ນສຸດລົງໃນວັນທີ 20 ມັງກອນ ດ້ວຍການສາບານຕົວຮັບຕຳແໜ່ງຂອງທ່ານ ໄບເດັນ ກໍຕາມ.

ຖ້າທ່ານ ທຣຳ ຖືກຕັດສິນມີຄວາມຜິດ, ການລົງຄະແນນສຽງສ່ວນຫຼາຍຕ່າງຫາກ ແມ່ນສາມາດຫ້າມທ່ານ ທຣຳ ຈາກການເຂົ້າຮັບຕຳແໜ່ງລັດຖະການຕະຫຼອດໄປ.

ທ່ານ ໄບເດັນ, ຜູ້ທີ່ໄດ້ເປັນສະມາຊິກສະພາສູງ 36 ປີ ແລະ ອະດີດຮອງປະທານາທິບໍດີໃນລັດຖະ ບານ ທ່ານ ໂອບາມາ ໄດ້ກ່າວຕໍ່ໂທລະພາບ CNN ໃນ ວັນຈັນທີ່ຜ່ານມາວ່າ ທ່ານສະໜັບສະໜູນການດຳເນີນຄະດີດັ່ງກ່າວ ແຕ່ບໍ່ຄິດວ່າຈະມີສະມາຊິກພັກຣີພັບບລີກັນຫຼາຍພໍ ທີ່ຈະລົງຄະແນນສຽງຕໍ່ການຕັດສິນໂທດທ່ານ ທຣຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG