ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ການ​ສະຫຼຸບ ຂໍ້​ໂຕ້​ແຍງ ​ໃນການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ ປ. ທ​ຣຳ ທີ່​ໜັກ​ແໜ້ນ ເພື່ອໃຫ້​ເອົາ​ຜິດ ຫຼື ຍົກ​ຟ້ອງທ່ານ


ໄອ​ຍະ​ການ ​ຂອງສະ​ພາ​ຕ່ຳ ທ່ານນາງ ໂຊ ຣອ​ຟ​ເກ​ຣນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ໃນ​ລະ​ຫວ່າງ ການ​ສະ​ຫຼຸບ ຂໍ້​ໂຕ້​ແຍ້ງ ໃນ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງຕໍ່ ປ. ທ​ຣຳ​ ໃນ​ສະ​ພາ​ສູງ ທີ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ວໍ​ຊິງ​ຕັນ, ​ວັນ​ທີ 3 ກຸມ​ພາ 2020.
ໄອ​ຍະ​ການ ​ຂອງສະ​ພາ​ຕ່ຳ ທ່ານນາງ ໂຊ ຣອ​ຟ​ເກ​ຣນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ໃນ​ລະ​ຫວ່າງ ການ​ສະ​ຫຼຸບ ຂໍ້​ໂຕ້​ແຍ້ງ ໃນ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງຕໍ່ ປ. ທ​ຣຳ​ ໃນ​ສະ​ພາ​ສູງ ທີ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ວໍ​ຊິງ​ຕັນ, ​ວັນ​ທີ 3 ກຸມ​ພາ 2020.

ກ່ອນ​ໜ້າ​ທີ່​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ຈະ​ເຕົ້າ​ໂຮມ​ກັນ ເພື່ອ​ຮັບ​ຟັງ ການ​ກ່າວຄຳ​ປາ​ໄສ ຂອງປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຕໍ່ປະ​ເທດ​ຊາດ ໃນ​ວັນ​ອັງ​ຄານມື້ນີ້ ນັ້ນ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ທັງຫຼາຍ ຈະ​ມີ​ໂອ​ກາດ​ທີ່​ຈະ​ກ່າວ​ຄຳ​ຖະ​ແຫລງ ຢູ່​ທີ່​ຫໍ​ປະ​ຊຸມ​ຂອງ​ສະ​ພາ​ສູງ ເພື່ອ​ອະ​ທິ​ບາຍ​ເຖິງ​ຈຸດ​ຢືນ​ຂອງ​ພວກ​ເພິ່ນ ກ່ຽວ​ກັບ​ ​ການ​ດຳ​ເນີນຄະ​ດີ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ.

ການ​ກ່າວ​ຖະ​ແຫລງ​ຂອງບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ ຜູ້​ທີ່​ເຮັດ​ໜ້າ​ທີ່​ເປັນ​ຕຸ​ລາ​ການ​ໃນ​ການ​ດຳ​ເນີນ​ຄະ​ດີນັ້ນ ​ກໍ​ບໍ່ເປັນ​ພາກ​ສ່ວນ​ນຶ່ງໂດຍ​ກົງ ທີ່​ເປັນ​ທາງ​ການ ແລະ​ເປັນ​ໄດ້​ສູງ​ທີ່​ຈະ​ບໍ່​ເຮັດ​ໃຫ້​ການ​ດຳ​ເນີນ​ຄະ​ດີນັ້ນ ຈະ​ມີ​ການ​ປ່ຽນ​ແປງ​ໃດໆ​ເລີຍ ຢູ່​ໃນ​ສະ​ພາ​ສູງ ຊຶ່ງມີ​ການ​ຄາດ​ກັນ​ໄວ້​ແລ້ວ​ວ່າ ​ທ່ານ​ທ​ຣຳ ຈະ​ໄດ້​ຮັບ​ການ​ຍົກ​ຟ້ອງ ເມື່ອ​ພວກ​ເພິ່ນ ຈະ​ລົງ​ຄະ​ແນນ​ສຽງ​ຂັ້ນ​ສຸດ​ທ້າຍ ໃນ​ວັນ​ພຸດມື້​ອື່ນນີ້.

ສ່ວນ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ ທີ່​ເຮັດ​ໜ້າ​ທີ່​ເປັນ​ໄອ​ຍະ​ການ ​ດຳ​ເນີນ​ຄະ​ດີຟ້ອງ​ຮ້ອງ​ຕໍ່​ທ່ານ​ທ​ຣຳ ແລະ ທີມ​ປ້ອງ​ກັນ​ຂອງ​ທ່​າ​ນ​ທ​ຣຳ ໄດ້​ໃຫ້​ຄຳ​ສະຫຼຸບ​ການໂຕ້​ແຍ້ງ​ທີ່​ໜັກ​ແໜ້ນ​ໄປ​ແລ້ວ ໃນ​ວັນ​ຈັນ​ວານນີ້ ຫຼັງ​ຈາກ​ການ​ດຳ​ເນີນ​ຄະ​ດີ​ປະ​ຕິ​ບັດ ມາ​ໄດ້ສອງ​ສັບ​ປະ​ດາ​ແລ້ວ​.

ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ​ອາ​ດຳ ຊີ​ຟ ຜູ້​ນຳ​ພາ​ກຸ່ມ​ໄອ​ຍະ​ການ​ຂອງ​ສະ​ພາ​ຕ່ຳ ດຳ​ເນີນ​ການຟ້ອງ​ຮ້ອງ​ຕໍ່​ທ່ານ​ທ​ຣຳ ໃນ​ສອງ​ມາດ​ຕາ​ ໄດ້​ວິງວອນແບບ​ເຕັມ​ໄປ​ດ້ວຍ​ອາ​ລົມ ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ 100 ທ່ານ​ ທີ່​ເຮັດ​ໜ້າ​ທີ່​ເປັນ​ຕຸ​ລາ​ການນັ້ນ ວ່າ “ພວກ​ເຮົາ​ໄດ້​ພິ​ສູດ​ໄປ​ແລ້ວວ່າ ທ່ານ​ດໍ​ໂນ​ລ ທ​ຣຳ ຜິດ. ບັດ​ນີ້ ໃຫ້​ທ່ານ​ຕັດ​ສິນ​ຢ່າງບໍ່ລຳ​ອຽງ ແລະຕັດ​ສິນເອົາ​ຜິດ​ກັບ​ເພິ່ນ.”

ທ່ານ​ຊີ​ຟ ໄດ້​ຂໍ​ຮ້ອງ​ຕໍ່​ກຸ່ມ​ທີ່​ມີ​ສຽງ​ສ່ວນຫຼາຍ ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ຈຳ​ນວນ 53 ທ່ານ ວ່າ “ມີ​ຄົນ​ຜູ້​ນຶ່ງ ພາຍ​ໃນ​ກຸ່ມ​ຂອງ​ພວກ​ທ່ານບໍ່ ຜູ້​ທີ່​ຈະ​ບອກວ່າ ‘ພໍ​ແລ້ວ’” ທ່ານ​ຊີ​ຟ ໄດ້​ກ່າວ​ຕໍ່​ໄປ​ວ່າ ທ່ານ​ທ​ຣຳ ຄວນ​ຖືກ​ປົດ​ອ​ອກ​ຈາກ​ຕຳ​ແໜ່ງ ສຳ​ລັບ​ການ​ຂໍ​ຮ້ອງ ເມື່ອ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເສ​ເລັນສກີ ເປີ​ດ​ການ​ສືບ​ສວນ​ສອບ​ສວນ ຄູ່​ແຂ່ງ​ຄົນ​ສຳ​ຄັນຈາກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ການ​ເລືອກ​ຕັ້ງ​ປີ 2020 ​ຂອງ​ທ່ານ​ທ​ຣຳ ກໍ​ຄື ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃນ​ຂະ​ນະເວ​ລາ​ດຽວ​ກັນ​ນັ້ນ ກີດ​ຂວາງ​ການ​ປ່ອຍ​ເງິນ​ຊ່ອຍ​ເຫຼືອ​ດ້ານ​ການ​ທະ​ຫານ 391 ລ້ານ​ໂດ​ລາ ແກ່​ກີ​ຢິບ ທີ່​ຕ້ອງ​ການ​ເພື່ອ​ຕໍ່​ສູ້ງ ພວກ​ແບ່ງ​ແຍກ​ດິນ​ແດນ ທີ່​ສະ​ໜັບ​ສະ​ໜຸນ​ຣັດ​ເຊຍ.

ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ໂຈ ແມນ​ຊິນ ຈາກ​ພັກ​ເດ​ໂມ​ແຄ​ຣັດ ຫົວ​ນິ​ຍົມແນວ ທາງປານ​ກາງ ໄດ້​ຮຽກ​ຮ້ອງ​ຕໍ່​ລັດ​ຖະ​ສະ​ພາ​ ໃຫ້ຕ້ອງ​ຕິ​ຕໍ່​ທ່ານ​ທ​ຣຳ.

“ສິ່ງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ເຮັດ​ໄປ​ນັ້ນ ແມ່ນບໍ່​ຖືກ​ຕ້ອງ” ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ເວີ​ຈີ​ເນຍ​ຕາ​ເວັນ​ຕົກ ໄດ້​ກ່າວ​ໄປ​ຢູ່​ໃນ​ສະ​ພາ​ສູງ ເມື່ອ​ວັນ​ຈັນ​ວານນີ້ ແຕ່​ທ່ານ​ໄດ້​ກ່າວ​ຕື່ມ​ອີກວ່າ “ຂ້າ​ພະ​ເຈົ້າ ບໍ່​ເຫັນ​ເສັ້ນ​ທາງ ທີ່​ຈະ​ໄດ້​ຮັບ​ຄະ​ແນນ​ສຽງ 67 ຄະ​ແນນ ທີ່​ຕ້ອງ​ການ​ເພື່ອ​ເອົາ​ຜິດ​ກັບ​ປ​ະ​ທາ​ນາ​ທິ​ບໍ​ດີ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG