ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ຟ້ອງ​ຮ້ອງ​ທ່ານ ທ​ຣຳ ມີ​ຄວາມ​ເປັນ​ໄປ​ໄດ້ ໃນ​ຂະ​ນະ​ທີ່ ສະ​ພາ​ຕ່ຳ​ ລົງ​ຄະ​ແນນ​ສຽງ ໃນ​ວັນ​ພຸດມື້ນີ້


ສະ​ມາ​ຊິກ​ສະ​ພາ​ຕ່ຳ ສັງ​ກັດ​ພັກຣີ​ພັບ​ບ​ລີ​ກັນ ທ່ານ ທັອມ ໂຄ​ລ, ຊ້າຍ, ຈັບ​ມື​ກັບ​ທ່ານ ອາ​ລ​ຊີ ເ​ຮ​ສ​ຕິງ​ສ໌, ສັງ​ກັນ​ພັກ​ເດ​ໂມ​ແຄ​ຣັດ, ຂວາ.
ສະ​ມາ​ຊິກ​ສະ​ພາ​ຕ່ຳ ສັງ​ກັດ​ພັກຣີ​ພັບ​ບ​ລີ​ກັນ ທ່ານ ທັອມ ໂຄ​ລ, ຊ້າຍ, ຈັບ​ມື​ກັບ​ທ່ານ ອາ​ລ​ຊີ ເ​ຮ​ສ​ຕິງ​ສ໌, ສັງ​ກັນ​ພັກ​ເດ​ໂມ​ແຄ​ຣັດ, ຂວາ.

ສະ​ພາ​ຕ່ຳ ສະ​ຫະ​ລັດ ຄາດ​ວ່າ​ຈະ​ລົງ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜູນ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ຕອນ​ແລງວັນ​ພຸດມື້ນີ້, ເຮັດ​ໃຫ້​ທ່ານ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ​ສາມ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ ທີ່​ປະ​ເຊີນ​ກັບ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ ແລະ ມີ​ໂອ​ກາດ​ຖືກ​ລົງ​ໂທດ ກ່ຽວ​ກັບ ການ​ປົດ​ອອກ​ຈາກ​ຕຳ​ແໜ່ງ.

ສະ​ພາ​ຕ່ຳ, ອີງ​ຕາມ​ກົດ​ລະ​ບຽບ​ທີ່​ຖືກ​ຮັບ​ຮອງ​ໃນ​ວັນ​ອັງຄານ​ວານນີ້, ຈະ​ໃຊ້​ເວ​ລາ​ຫົກ​ຊົ່ວ​ໂມງ​ເພື່ອ​ອະ​ພິ​ປາຍ​ການ​ຟ້ອງ​ຮ້ອງຕ່າງໆ​ທີ່​ກ່າວ​ຫາທ່ານ ທ​ຣຳ ກ່ຽວ​ກັບ ການ​ລະ​ເມີດ​ອຳ​ນາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດ້ວຍ​ການ​ຂໍ​ໃຫ້ ຢູ​ເຄ​ຣນ ແຊກ​ແຊງ​ເຂົ້າໃນ​ການ​ເລືອກ​ຕັ້ງ​ ສະ​ຫະ​ລັດ ປີ 2020 ແລະ ການ​ຂັດ​ຂວາ​ງ​ລັດ​ຖະ​ສະ​ພາ ​ໂດຍຂັດ​ຂືນ​ຕໍ່​ໝາຍ​ຮຽກ​ຕົວ ເພື່ອໄປໃຫ້​ການ ແລະ ເອ​ກະ​ສານ​ຕ່າງໆ ໃນ​ຂະ​ນະ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສືບ​ສວນ​ສອບ​ສວນ​ບັນ​ຫາ​ນັ້ນ.

ການ​ລົງ​ຄະ​ແນນ​ສຽງ​ແມ່ນ​ຄາດ​ວ່າ​ຈະ​ດຳ​ເນີນ​ຂຶ້ນ​ໃນ​ຕອນ​ແລງ, ປະ​ມານ​ເວ​ລາ​ດຽວ​ກັບ​ທີ່​ທ່ານ ທ​ຣຳ ມີ​ກຳ​ນົດ​ກ່າວ​ຄຳ​ປາ​ໄສ​ໃນ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ລັດ ມິ​ຊິ​ແກັນ.

ດ້ວຍ​ພັກ​ເດ​ໂມ​ແຄ​ຣັດ​ ຄວບ​ຄຸມ​ສະ​ພາ​ຕ່ຳ​ນັ້ນ, ​ຂໍ້​ກ່າວ​ຫາຕ່າງໆ​ ໃນ​ຟ້ອງ​ຮ້ອງ​ ​ແມ່ນ​ຄາດ​ວ່າ​ຈະ​ຖືກ​ຮັບ​ຜ່ານ ​ເຖິງ​ແມ່ນ​ຈະ​ມີ​ການ​ຄັດ​ຄ້ານ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ​ທີ່ກຳສຽງ​ສ່ວນ​ນ້ອຍ​. ການ​ດຳ​ເນີນ​ຄະ​ດີ​ໃນ​ສະ​ພາ​ສູງ​ຈະ​ດຳ​ເນີນ​ຂຶ້​ນຫຼັງ​ຈາກ​ນັ້ນ​ໃນ​ເດືອນມັງ​ກອນ, ແຕ່​ດ້ວຍ​ພັກ​ຣີ​ພັບ​ບ​ລີ​ກັນ​ຄວບ​ຄຸມ​ສະ​ພາ​ດັ່ງ​ກ່າວ ແລະ ຕ້ອງ​ການ​ສອງ​ສ່ວນ​ສາມ​ຂອງ​ສຽງ​ສ່ວນຫຼາຍ ​ເພື່ອ​ຕັດ​ສິນ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ​ມີ​ຄວາມ​ຜິດ​ນັ້ນ, ທ່ານ ທ​ຣຳ ແມ່ນເບິ່ງ​ຄື​ວ່າ​ຈະ​ຍັງ​ຢູ່​ໃນ​ຕຳ​ແໜ່ງ​ຄື​ເກົ່າ.

ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ໃນ​ສະ​ພາ​ຕ່ຳ​ນັ້ນ, ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີຫຼາຍ​ຄັ້ງ ເພື່ອ​ຕຳ​ໜິ​ວິ​ຈານ​ການ​ສືບ​ສວນ​ສອບ​ສວນ​ຕໍ່​ທ່ານ ແລະ ໄດ້​ກ່າວ​ຢ້ຳ​ການ​ປ້ອງ​ກັນ​ຂອງ​ທ່ານ​ວ່າ “ທ່ານບໍ່​ໄດ້​ເຮັດ​ຫຍັງ​ຜິດ.”

ທ່ານ​ໄດ້​ຂຽນ​ວ່າ “ຂ້ອຍບໍ່​ໄດ້​ເຮັດ​ຫຍັງ​ຜິດ.”

ທ່ານ​ຍັງ​ໄດ້​ສົ່ງ​ຈົດ​ໝາຍ​ຍາວ​ຫົກ​ໜ້າ​ໄປ​ຫາ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນ​ນ​ຊີ ເພ​ໂລ​ຊີ ທີ່​ເວົ້າ​ວ່າ​ ມັນ​ແມ່ນ​ພັກ​ເດ​ໂມ​ແຄ​ຣັດ ແລະ ບໍ່​ແມ່ນ​ທ່ານ ທ​ຣຳ, ຜູ້​ທີ່​ໄດ້​ທຳ​ການ​ກະ​ທຳ​ ທີ່​ຖືກ​ກ່າວ​ຫາ​ໃນການ​ຟ້ອງ​ຮ້ອງ​ນັ້ນ.

ທ່ານ ທ​ຣຳ ໄດ້​ຂຽນ​ວ່າ “ເຈົ້າ​ນັ້ນ​ແຫຼະ​ແມ່ນ​ຜູ້​ທີ່​ແຊກ​ແຊງ​ການ​ເລືອກ​ຕັ້ງ​ຂອງ ອາ​ເມ​ຣິ​ກາ. ເຈົ້າ​ແມ່ນ​ຜູ້​ທີ່​ໄດ້​ທຳ​ລາຍ​ປະ​ຊາ​ທິ​ປະ​ໄຕ​ ຂອງ ອາ​ເມ​ຣິ​ກາ. ເຈົ້າ​ແມ່ນ​ຜູ້​ທີ່​ໄດ້​ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ. ເຈົ້າ​ແມ່ນ​ຜູ້​ທີ່​ນຳ​ເອົາ​ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ​ທໍ​ລະ​ມານ​ມາ​ສູ່​ສາ​ທາ​ລະ​ນະ​ລັດ​ຂອງ​ພວກ​ເຮົາ ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ທີ່​ເຫັນ​ແກ່​ຕົວ, ການ​ເມືອງ ແລະ ພັກ​ຂອງ​ພວກ​ເຈົ້າເອງ.”

ທ່ານ​ນາງ ເພ​ໂລ​ຊີ ໄດ້​ສົ່ງ​ຈົດ​ໝາຍ​ຂອງ​ເພິ່ນ​ເອງ​ຫາ​ສະ​ພາ​ຕ່ຳ​ພັກ​ເດ​ໂມ​ແຄ​ຣັດ​ວ່າ ໃນ​ການ​ລົງ​ຄະ​ແນນ​ສຽງ​ເພື່ອ​ຮັບ​ຮອງ​ຂໍ້​ຫາ​ໃນການ​ຟ້ອງ​ຮ້ອງ​ນັ້ນ, ມັນ​ຈະ​ຖືກ​ໃຊ້ “ເປັນ​ນຶ່ງ​ໃນ​ອຳ​ນາດ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ຖືກ​ມອບ​ໃຫ້​ພວກ​ເຮົາ​ໂດຍ​ລັດ​ຖະ​ທຳ​ມະ​ນູນ.”

ທ່ານ​ນາງ ເພ​ໂລ​ຊີ ໄດ້​ຂຽນ​ວ່າ “ມັນ​ເສົ້າຫຼາຍ, ຂໍ້​ເທັດ​ຈິງ​ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ແລ້​ວວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ລະ​ເມີດ​ອຳ​ນາດ​ຂອງ​ລາວ ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ ແລະ ການ​ເມືອງ​ຂອງ​ລາວ ແລະ ທ່ານ​ໄດ້​ຂັດ​ຂວາງ​ລັດ​ຖະ​ສະ​ພາ ໃນ​ຂະ​ນະ​ທີ່​ລາວ​ໄດ້​ຮຽກ​ຮ້ອງວ່າ ລາວ​ຢູ່​ເໜືອ​ຄວາມ​ຮັບ​ຜິດ​ຊອບ, ເໜືອ​ລັດ​ຖະ​ທຳ​ມະ​ນູນ ແລະ ຢູ່​ເໜືອ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ. ໃນ​ ອາ​ເມ​ຣິ​ກາ, ມັນ​ບໍ່​ມີ​ໃຜ​ຢູ່​ເໜືອ​ກົດ​ໝາຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG