ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣໍາ ຍັງບໍ່​ໄດ້​ປ່ຽນ​ແປງ ​ນະໂຍບາຍທີ່ ​ແຂງ​ແກ່ນ​ ຕໍ່ຜູ້ເຂົ້າເມືອງ ຜິດກົດໝາຍ ແຕ່ຢ່າງໃດ


ທ່ານ ​ດໍ​ໂນ​ລ ທຣໍາ, ປະທານາທິບໍດີຂອງ​ສະຫະລັດກ່າວກ່ຽວກັບເລື້ອງຄົນເຂົ້າເມືອງ ໂດຍທີ່ມີສະມາຊິກຄອບຄົວ ຂອງພວກທີ່ໄດ້ຮັບຜົນກະທົບຈາກ ການກໍ່ອາດຊະຍາກໍາຂອງພວກເຂົ້າເມືອງໂດຍບໍ່ມີເອກະສານ ຢູ່ຫ້ອງປະຊຸມທີ່ຢູ່ເດີ່ນດ້ານໃຕ້ ໃນເຂດຄຸ້ມທໍານຽບຂາວ ໃນວັນທີ 22 ມິຖຸນາ, 2018
ທ່ານ ​ດໍ​ໂນ​ລ ທຣໍາ, ປະທານາທິບໍດີຂອງ​ສະຫະລັດກ່າວກ່ຽວກັບເລື້ອງຄົນເຂົ້າເມືອງ ໂດຍທີ່ມີສະມາຊິກຄອບຄົວ ຂອງພວກທີ່ໄດ້ຮັບຜົນກະທົບຈາກ ການກໍ່ອາດຊະຍາກໍາຂອງພວກເຂົ້າເມືອງໂດຍບໍ່ມີເອກະສານ ຢູ່ຫ້ອງປະຊຸມທີ່ຢູ່ເດີ່ນດ້ານໃຕ້ ໃນເຂດຄຸ້ມທໍານຽບຂາວ ໃນວັນທີ 22 ມິຖຸນາ, 2018

ພາຍຫລັງທີ່​ໄດ້​ຖອຍຫລັງ​ກັບ​ຢ່າງ​ມີ​ຍຸດ​ທະ​ສາດ​ກ່ຽວກັບ​ນະ​ໂຍບາຍ​ດ້ານ​ຄົນ​ເຂົ້າ​ເມືອງ
ໃນ​ອາທິດ​ນີ້​ແລ້ວທ່ານ ​ດໍ​ໂນ​ລ ທຣໍາ, ປະທານາທິບໍດີຂອງ​ສະຫະລັດໄດ້​ສະ​ແດງໃຫ້​ເຫັນ​
ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານບໍ່​ໄດ້ມີ​ການ​ປ່ຽນ​ແປງ​ໃນທາງ​ຍຸດ​ທະ​ສາດ​ແຕ່​ຢ່າງ​ໃດຕໍ່​ແນວ
ທາງ​ທີ່​ແຂງ​ແກ່ນ​ຂອງ​ທ່ານ​ໂດ​ຍລວມ ຕໍ່ພວກ​ທີ່​ພະຍາຍາມ​ຈະ​ເຂົ້າມາ​ປະ​ເທດ​ຢ່າງ​ຜິດ​ກົດໝາຍ-ຊຶ່ງ​ທ່ານ​ໃຫ້​ສັນຍາ​ວ່າ​ຈະ “ຈະ​ເຮັດ​ໃຫ້​ວິ​ກິດ​ການ​ດ້ານຄົນ​ເຂົ້າ​ເມືອງ​ຢຸດຕິ​ລົງ​
ໃນຄັ້ງ​ນຶ່ງ ​ແລະ​ໃຫ້ຢຸດຕິ​ລົງ​ທຸກ​ເວລາ​ຕະຫລອດ​ໄປ​ເລີຍ.”

ທ່ານ​ທຣໍາ​ໄດ້​ປະກາດ​ວ່າ​ກົດໝາຍຄົນ​ເຂົ້າ​ເມືອງຂອງ​ສະຫະລັດ​ແມ່ນ​ເປັນ "ກົດໝາຍທີ່
ອ່ອນ​ແອ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ໂລກ."
ທ່ານ​ທຣໍາ​ໄດ້​ກ່າວຄໍາ​ເຫັນເຊັ່ນ​ນັ້ນ​ຢູ່ໃນວັນ​ສຸກ​ວານ​ນີ້ ຢູ່​ຫ້ອງປະຊຸມ​ຂອງ​ຕຶກ ຫ້ອງ​ການ​
ບໍລິຫານ​ອາຍ​ເຊັນ​ຮາວ​ເວີ ຫລື Eisenhower Executive Office Building ທີ່ຢູ່​ຂ້າງ​ທໍານຽບຂາວ​ ໃນ​ຂະນະ​ທີ່​ທ່ານ​ເປັນ​ປະທານ​ຂອງ​ງານ​ພົບປະ​ກັບ​ພວກ​ທີ່ເອີ້ນວ່າ "ຄອບ
ຄົວ​ຂອງ​ເທວະ​ດາ ຫລື Angel Families" ຊຶ່ງ​ເປັນ​ພວກ​ທີ່​ມີ​ພີ່ນ້ອງ​ຖືກ​ພວກ​ເຂົ້າ​ມາ​ໃນ
​ປະ​ເທດ​ຜິດ​ກົດໝາຍຂ້າ​ຕາຍ.

ທ່ານ​ກ່າວຕໍ່ພວກຄອບຄົວ​ທີ່​ຖື​ຮູບແຜ່ນ​ໃຫຍ່ໆຂອງພີ່ນ້ອງ​ທີ່​ຖືກ​ຂ້າ​ຕາຍ​ຢູ່​ນັ້ນວ່າ "ການ
​ສູນ​ເສຍ​ຂອງ​ພວກ​ທ່ານ​ຈະ​ບໍ່ສູນຫາຍ​ໄປ​ໂດຍ​ເປົ່າໆ. ພວກ​ເຮົາ​ຈະ​ເຮັດ​ໃຫ້​ຊາຍ​ແດນ​
ຂອງ​ພວກ​ເຮົາ​ປອດ​ໄພ...ຄໍາ​ເວົ້ານີ້ຈະ​ມີ​ຄົນ​ໄດ້​ຍິນ. ພວກ​ເຮົາ​ຕ້ອງ​ມີ​ປະ​ເທດ​ທີ່​ປອດ​ໄພ
​ໃຫ້​ໄດ້. ພວກ​ເຮົາ​ຕ້ອງ​ມີ​ປະ​ເທດ​ທີ່​ປອດ​ໄພ​ໃຫ້​ໄດ້."

ທ່ານ​ທຣໍາ ​ໄດ້​ບອກ​ໃຫ້ສະມາຊິກ​ຄອບຄົວ​ເຫລົ່ານັ້ນ​ໄປ​ຍັງ​ໂຕະ​ປະທານາທິບໍດີ​ຂອງ​ທ່ານ
​ເພື່ອ​ໃຫ້​ເລົ່າຄືນ​ວ່າ ຄົນ​ທີ່​ພວກ​ເຂົາ​ເຈົ້າຮັກ​ຫອມນັ້ນ ຖືກພວກ​ທີ່​ເຂົ້າ​ມາ​ໃນ​ປະ​ເທດຢ່າງຜິດ​ກົດໝາຍຂ້າ​ຕາຍ​ແບບ​ໃດ. ຫລາຍໆຄົນໃນ​ນັ້ນ​ໄດ້​ກ່າວ​ປະນາມ​ພວກ​ສື່​ມວນ​ຊົນ ວ່າ​ບໍ່​ໄດ້
​ເອົາ​ຫົວຊາ​ຕໍ່​ເລື້ອງລາວ​ຂອງ​ພວກທີ່​ໄດ້​ຮັບ​ເຄາະ​ຮ້າຍຈາກ​ເລື້ອງນີ້ ​ແລະ​ສັນລະ​ເສີນ​ທ່ານ
​ທຣໍາ ​ແລະ​ຮອງ​ປະທານາທິບໍດີ ​ໄມຄ໌ ​ເພັນ​ສ ທີ່​ໄດ້​ເອົາ​ໃຈ​ໃສ່​ຕໍ່ບັນຫາ​ຄວາມ​ປອດ​ໄພ​ຢູ່​ເຂດ
​ຊາຍ​ແດນ.

ຢູ່​ໃນ​ການ​ກ່າວ​ຄໍາ​ປາ​ໄສ​ຂອງ​ທ່ານ​ນັ້ນ ທ່ານ​ທຣໍາ ຍັງ​ໄດ້​ໃຫ້​ຄໍາ​ເຫັນ​ວ່າພວກ​ທີ່​ເຂົ້າ​ມາ​ໃນ​ສະຫະລັດ​ຢ່າງ​ຜິດ​ກົດໝາຍ​ນັ້ນ ອີງ​ຕາມ​ສະຖິຕິ​ແລ້ວ ແມ່ນ​ໄດ້​ທໍາ​ອາດ​ຊະຍາ​ກໍາຫລາຍ
​ກວ່າ​ຄົນ​ສັນຊາດ​ອາ​ເມຣິກັນ ຫລື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ໃນ​ອາ​ເມຣິກາຢ່າງ​ຖືກ​ກົດໝາຍ.

​ແຕ່​ວ່າ ການ​ສຶກສາຄົ້ນຄວ້າຕ່າງໆ ລວມທັງ​ການ​ສຶກສາ​ໂດຍ​ສະ​ຖາ​ບັນ​ເສລີ ນິຍົມ ຄາ​ໂຕ
​(CATO) ທີ່​ພິມ​ເຜີຍ​ແຜ່​ອອກ​ໃນ​ປີນີ້ ລ້ວນ​ແຕ່ສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ເຂົ້າ​ເມືອງ​ທີ່​ບໍ່ມີ​ເອ
ກະສານ​ແມ່ນ​ຂ້ອນ​ຂ້າງ​ຈະ​ກະທໍາ​ຜິດ​ທາງ​ອາຍາໜ້ອຍກວ່າ​ພວກ​ທີ່​ເກີດ​ຢູ່ໃນ​ສະຫະລັດ.

ອ່ານບົດລາຍງານການຄົ້ນຄວ້າດັ່ງກ່າວເປັນພາສາອັງກິດໄດ້ໃນເວັບໄຊ

(https://www.cato.org/publications/immigration-research-policy-brief/criminal-immigrants-texas-illegal-immigrant).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG