ຂໍ້ສະເໜີ ທີ່ “ເປັນທຳ ທັນສະໄໝ ແລະຖືກຕ້ອງຕາມກົດໝາຍ” ເພື່ອປັບປຸງລະບົບຄົນເຂົ້າເມືອງຂອງສະຫະລັດ ທີ່ພວກສະມາຊິກສະພາຈາກທັງສອງພັກການເມືອງໃຫຍ່ ກ່າວວ່າ ມີໂອກາດໜ້ອຍທີ່ສຸດ ທີ່ຈະໄດ້ຮັບການອະນຸມັດຈາກລັດຖະສະພານັ້ນ ໄດ້ມີການປະກາດໃຫ້ຊາບ ໃນວັນພະຫັດວານນີ້ ໂດຍປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ.
ປະທານາທິບໍດີທຣຳ ກ່າວຢູ່ສວນດອກກຸຫຼາບຂອງທຳນຽບຂາວ ໃນວັນພະຫັດວານນີ້ວ່າ “ການຄັດເລືອກແບບບໍ່ເປັນລະບົບ ແມ່ນຂັດຕໍ່ຫຼັກຄຸນຄ່າຂອງອາເມຣິກັນ ແລະຂັດຂວາງບໍ່ໃຫ້ພວກຄົນເຂົ້າເມືອງຫຼາຍໆຄົນ ທີ່ອາດມີຄຸນນະສົມບັດພຽບພ້ອມ ໄດ້ປະກອບສ່ວນ.”
ປະທານາທິບໍດີໄດ້ໃຫ້ການອະທິບາຍ ກ່ຽວກັບລະບົບຄົນເຂົ້າເມືອງຂອງທ່ານ ທີ່ແນໃສ່ເພື່ອຈະປ່ຽນແປງ ຂັ້ນຕອນໃນການຮັບເອົາພວກຄົນເຂົ້າເມືອງ ຈາກການໃຫ້ບູລິມະສິດ ແກ່ຄວາມສຳພັນທາງດ້ານຄອບຄົວ ແລະຄວາມຈຳເປັນທາງດ້ານມະນຸດສະທຳ ໄປໃສ່ໃນອັນທີ່ຈະດຶງດູດເອົາ “ພວກທີ່ດີທີ່ສຸດແລະມີທັກສະຄວາມສາມາດເກັ່ງທີ່ສຸດຈາກທົ່ວໂລກ.”
ອີງຕາມທ່ານທຣຳແລ້ວ ພັກຝ່າຍຄ້ານ “ເດໂມແຄຣັດ ແມ່ນສະເໜີໃຫ້ເປີດຊາຍແດນ ຫຼຸດເງິນເດືອນລົງ ແລະ ເວົ້າຕາມຄວາມຈິງແລ້ວ ວຸ້ນວາຍແບບບໍ່ມີມີກົດໝາຍ. ພວກເຮົາແມ່ນສະເໜີແຜນການຄົນເຂົ້າເມືອງ ທີ່ເນັ້ນໜັກໃສ່ວຽກງານ ຄ່າຈ້າງເງິນເດືອນ ແລະຄວາມປອດໄພຂອງພວກຄົນງານອາເມຣິກັນ ເປັນສິ່ງສຳຄັນສຸດ. ຂໍ້ສະເໜີຂອງພວກເຮົາແມ່ນສະໜັບສະໜຸນອາເມຣິກັນ ສະໜັບສະໜຸນຄົນເຂົ້າເມືອງ ສະໜັບສະໜຸນພວກຄົນງານ. ມັນກໍເປັນເລື້ອງທີ່ດີ.”
ແຜນການດັ່ງກ່າວ ແມ່ນຮ່າງຂຶ້ນມາໂດຍຄະນະທີມງານ ທີ່ນຳພາໂດຍລູກເຂີຍຂອງປະທານາທິບໍດີ ທ່ານຈາເຣັດ ຄຸສເນີ ບໍ່ໄດ້ເວົ້າເຖິງເລື້ອງພວກທີ່ມີຄວາມໄຝ່ຝັນ ທີ່ເອີ້ນຫຍໍ້ວ່າ DACA ຊຶ່ງເປັນພວກເດັກນ້ອຍທີ່ຖືກນຳພາເຂົ້າມາໃນສະຫະລັດຢ່າງຜິດກົດໝາຍ ເມື່ອຕອນທີ່ພວກເຂົາເຈົ້າຍັງເປັນເດັກນ້ອຍ. ແຜນການດັ່ງກ່າວນີ້ ຈຶ່ງມີທ່າທາງວ່າ ຈະບໍ່ໄປຮອດໃສ ສຳລັບພວກສະມາຊິກສະພາຈຳນວນນຶ່ງ.
ໂຄສົກຂອງທຳນຽບຂາວ ທ່ານນາງຊາຣາ ແຊນເດີ ຖະແຫຼງຕໍ່ພວກນັກຂ່າວກ່ອນທີ່ປະທານາທິບໍດີກ່າວຄຳປາໄສວ່າ ພວກເຈົ້າໜ້າທີ່ຂອງລັດຖະບານໄດ້ຕັດສິນໃຈ ບໍ່ໄດ້ຮວມເອົາເລື້ອງຂອງພວກ DACA ເຂົ້າໃນຂໍ້ສະເໜີນີ້ ຍ້ອນບັນຫາດັ່ງກ່າວ ເປັນບັນຫາ “ທີ່ສ້າງຄວາມແຕກແຍກ.” ທ່ານນາງໄດ້ຖິ້ມໂທດໃສ່ການບໍ່ລົງລອຍກັນໃນເລື້ອງ DACA ທີ່ເຮັດໃຫ້ຂໍ້ສະເໜີກ່ຽວກັບພວກຄົນເຂົ້າເມືອງໃນອະດີດຜ່ານມາຕ້ອງໄດ້ມີການຍົກເລີກ.
ໄດ້ມີການຕໍ່ສູ້ກັນຢູ່ໃນທຳນຽບຂາວ ກ່ຽວກັບແຜນການຄົນເຂົ້າເມືອງຂອງປະທານາທິບໍດີ ລະຫວ່າງທ່ານຄຸສເນີ ທີ່ຖືຫຼັກປະຕິບັດນິຍົມ ກັບພວກຫົວແຂງກະດ້າງ ທ່ານສຕີເວັນ ມິລເລີ ທີ່ປຶກສາອະວຸໂສຂອງທຳນຽບຂາວ.
ລັດຖະບານຂອງປະທານາທິບໍດີທຣຳ ໄດ້ພະຍາຍາມທີ່ຈະຍຸຕິໂຄງການ DACA ສະໄໝປະທານາທິບໍດີບາຣັກ ໂອບາມາ ໃນປີ 2017 ແລະຕ້ອງໄດ້ຕໍ່ສູ້ກັບບັນຫາທ້າທາຍທາງດ້ານກົດໝາຍຈຳນວນນຶ່ງ. ໃນເດືອນມັງກອນຜ່ານມາ ສານສູງສຸດກໍບໍ່ໄດ້ດຳເນີນການໃດໆ ຕໍ່ການຮ້ອງຂໍຂອງລັດຖະບານທ່ານທຣຳ ເພື່ອໃຫ້ທົບທວນເບິ່ງໂຄງການ DACA ດັ່ງກ່າວ.