ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໃນ​ແຜນ​ການ ​ຄົນ​ເຂົ້າ​ເມືອງ​ ຂອງ​ທ່ານ ທ​ຣຳ ທັກ​ສະ​ຄວາມ​ສາ​ມາດ ແມ່ນ​ສຳ​ຄັນ​ກວ່າ​ຄອບ​ຄົວ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ ໃນ​ຫ້ອງ​ປະ​ຊຸມ ຣູ​ສ​ແວ​້ລ. ທຳ​ນຽບ​ຂາວ, 9 ພຶດ​ສະ​ພາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ ໃນ​ຫ້ອງ​ປະ​ຊຸມ ຣູ​ສ​ແວ​້ລ. ທຳ​ນຽບ​ຂາວ, 9 ພຶດ​ສະ​ພາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ມີ​ກຳ​ນົດ​ທີ່​ຈະ​ປະ​ກາດ​ຂໍ້​ສະ​ເໜີ​ທີ່​ລໍ​ຖ້າ​
ມາດົນນານ ກ່ຽວກັບ ຄົນເຂົ້າເມືອງ ໃນວັນພະຫັດມື້ນີ້, ເປັນແຜນການທີ່ຈະເພັ່ງເລັງ
ໃສ່ ການຍ້າຍຂັ້ນຕອນ ການຮັບເອົາຄົນເຂົ້າເມືອງ ອອກຈາກສາຍພົວພັນທາງຄອບ
ຄົວ ກັບ ຈຳເປັນດ້ານມະນຸດສະທຳ.

ໃນ​ກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ອນ​ການ​ກ່າວ​ຄຳ​ປາ​ໄສຂອງ​ທ່ານ ທ​ຣຳ ​
ທີ່ມີກຳນົດຈັດຂຶ້ນ ໃນຕອນບ່າຍຢູ່ສວນກຸຫຼາບຂອງ ທຳນຽບຂາວ ນັ້ນ, ເຈົ້າໜ້າທີ່ລະ
ດັບສູງຂອງລັດຖະບານທ່ານນຶ່ງໄດ້ກ່າວວ່າ ແຜນການດັ່ງກ່າວຈະເສີມຂະຫຍາຍການ
ຮັກສາຄວາມປອດໄພຕາມເຂດຊາຍແດນ ແລະ ສ້າງລະບົບທີ່ອີງໃສ່ຄວາມດີງາມ,
ໂດຍຢືນຢັນວ່າ ມັນແມ່ນບັນຫາ “ຄວາມສາມາດໃນການແຂ່ງຂັນ.”

ຂໍ້​ສະ​ເໜີ​ຂອງ​ທ່ານ ທ​ຣຳ ຈະ​ເຮັດ​ໃຫ້​ມີການ​ອອກ​ບັດ​ຂຽວ ຫຼື ບັດ​ອະ​ນຸ​ຍາດ​ໃຫ້​ຢູ່ອາ​ໄສ
ຢ່າງຖາວອນ ປະມານນຶ່ງລ້ານນຶ່ງແສນບັດຕໍ່ປີ, ແຕ່ຈະປ່ຽນຈຸດເພັ່ງເລັງ ກ່ຽວກັບ ວ່າ
ມັນຈະຖືກອອກໃຫ້ແນວໃດ, ໂດຍເນັ້ນໜັກເຖິງຄົນທີ່ມີທັກສະສູງ ແລະ ມີການສຶກສາ
ສູງ ພ້ອມກັບຄວາມຄາດຫວັງຢາກເຮັດວຽກ ຫຼື ລົງທຶນ ແທນທີ່ຈະແມ່ນອາໄສຄອບຄົວ
ຜູ້ທີ່ມີສັນຊາດ ສະຫະລັດ ຫຼື ຄວາມຈຳເປັນດ້ານມະນຸດສະທຳ.

ປັດ​ຈຸ​ບັນ​ນີ້, ພວກ​ຄົນ​ເຂົ້າ​ເມືອງ 12 ເປີ​ເຊັນ ​ແມ່ນ​ໄດ້​ຮັບ​ອະ​ນຸ​ຍາດ ​ໃຫ້​ເຂົ້າ​ມາ ສະ​ຫະ​
ລັດ ອີງຕາມທັກສະຄວາມສາມາດຂອງເຂົາເຈົ້າ ແລະ 66 ເປີເຊັນແມ່ນ ຍ້ອນການ
ເຊື່ອມໂຍງ ກັບຄອບຄົວຂອງເຂົາເຈົ້າ ທີ່ໄດ້ມາຢູ່ໃນປະເທດຢ່າງຖືກຕາມກົດໝາຍ.
ພາຍໃຕ້ແຜນການດັ່ງກ່າວ, ວີຊາຄົນເຂົ້າເມືອງ 57 ເປີເຊັນ ຈະຖືກອອກໃຫ້ບຸກຄົນທີ່
ມີຄວາມສາມາດ ຫຼື ໄດ້ຮັບຂໍ້ສະເໜີເຮັດວຽກ, ແລະ ພຽງ 33 ເປີເຊັນໃຫ້ຄົນທີ່ມີສາຍ
ພົວພັນກັບຄອບຄົວ. ວີຊາທີ່ຖືກອອກໃຫ້ອີງຕາມຄວາມຈຳເປັນດ້ານມະນຸດສະທຳຈະ
ຫຼຸດລົງຈາກ 22 ເປີເຊັນເປັນ 10 ເປີເຊັນ.

ການ​ອ້າງ​ເຫດ​ຜົນ​ ກ່ຽວ​ກັບ ເສດ​ຖະ​ກິດ ເພື່ອ​ລົບ​ລ້າງ ຫຼື ຫຼຸດ​ຈຳ​ນວນ​ຄົນ​ເຂົ້າ​ເມືອງ​ທີ່​
ໄດ້ຮັບການສະໜັບສະໜູນ ຈາກຄອບຄົວຢ່າງຫຼວງຫຼາຍນັ້ນ ແມ່ນໄດ້ກາຍເປັນທີ່ຕ້ອງ
ສົງໄສ ໂດຍບັນດານັກວິເຄາະຄົນເຂົ້າເມືອງ.

ທ່ານ ເດ​ວິດ ບາຍ​ເອີ ຈາກ​ສະ​ຖາ​ບັນ​ເສ​ລີ​ນິ​ຍົມ ກາ​ໂຕ (CATO) ໄດ້​ກ່າວ​ວ່າ ຄົນ​ເຂົ້າ​
ເມືອງທີ່ໄດ້ຮັບການສະໜັບສະໜູນຈາກຄອບຄົວ ຈຳນວນເກືອບເຄິ່ງນຶ່ງມີໃບປະກາດ
ລະດັບວິທະຍາໄລ, ເຊິ່ງແມ່ນອັດຕາທີ່ສູງກວ່າຜູ້ໃຫຍ່ ທີ່ເກີດຢູ່ໃນ ສະຫະລັດ. ທ່ານ
ໄດ້ກ່າວວ່າ “ສ່ວນໃຫຍ່ ຂອງພວກຄົນເຂົ້າເມືອງ ທີ່ຖືກຕ້ອງຕາມກົດໝາຍ ສະຫະລັດ
ແມ່ນໄດ້ຮັບການສະໜັບສະໜູນຈາກຄອບຄົວ, ແຕ່ແນວໃດກໍຕາມ, ຈຳນວນພວກຄົນ
ເຂົ້າເມືອງໃນ ສະຫະລັດ ແມ່ນໄດ້ເຮັດວຽກໃນອັດຕາທີ່ສູງກວ່າຄົນທີ່ເກີດໃນ ສະຫະລັດ
ເອງ.”

ທ່ານ ບາຍ​ເອີ ໄດ້​ກ່າວ​ວ່າ ນອກ​ຈາກ​ນັ້ນ ການເພີ່ມ​ຄົນ​ເຂົ້າ​ເມືອງ​ທີ່​ມີ​ທັກ​ສະ​ ​ຈະ​ສ້າງ
ຜົນປະໂຫຍດໃຫ້ແກ່ ສະຫະລັດ ແຕ່ມັນບໍ່ມີເຫດຜົນທີ່ຈະທຳລາຍການກັບມາລວມຕົວ
ກັບຄອບຄົວໃໝ່.”

ແຜນການ​ດັ່ງ​ກ່າວ​ຈະ​ລົບ​ລ້າງ​ໂຄງ​ການ​ຈົກ​ສະຫຼາກ​ບັດ​ຂຽວ​ທັງ​ໝົດ, ເຊິ່ງ​ປັດ​ຈຸ​ບັນ​ນີ້​
ໄດ້ມອບໃຫ້ 50,000 ຄົນຈາກບັນດາປະເທດທີ່ມີຄົນເຂົ້າເມືອງ ສະຫະລັດ ໃນອັດຕາ
ທີ່ຕ່ຳ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG