ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Trump ຫ້າມຜູ້ຄົນ ທີ່ມາຈາກປະເທດ ມຸສລິມ ​ເຂົ້າມາ​ຍັງ​ ສະຫະລັດ


ປະທານາທິບໍດີ ດໍໂນລ ທຣຳ ວາງແຜນ ທີ່ຈະອອກດຳລັດ ອີກສະບັບນຶ່ງ ຫ້າມຜູ້ຄົນທີ່ ມາຈາກກຸ່ມປະເທດ ທີ່ນັບຖືສາສະໜາອິສລາມ ເປັນສ່ວນໃຫຍ່ ​ເຂົ້າມາ​ໃນ​ສະຫະລັດ ຫຼັງຈາກທີ່ໄດ້ອອກດຳລັດຝ່າຍບໍລິຫານ ເພື່ອສ້າງກຳແພງ ຢູ່ຕາມຊາຍແດນລະຫວ່າງ ສະຫະລັດ ແລະ ເມັກຊິໂກ ໄປແລ້ວ ແລະຈະຊຸກຍູ້ໃຫ້ໃຊ້ລະບຽບກົດໝາຍຫຼາຍຂຶ້ນ ຕໍ່ ພວກຜູ້ຄົນທີ່ໄດ້ເຂົ້າມາໃນປະເທດຢ່າງຜິດກົດ ໝາຍ.

ທ່ານທຣຳ ໄດ້ກ່າວໃນການໃຫ້ສຳພາດ ກັບລາຍການຂ່າວຂອງໂທລະພາບ ABC ເມື່ອວັນພຸດວານນີ້ ວ່າ “ມັນແມ່ນພວກປະເທດ ທີ່ມີການກໍ່ການຮ້າຍຫຼາຍ ແລະ ມັນແມ່ນພວກປະເທດ ບ່ອນທີ່ພົນລະເມືອງຂອງ​ເຂົາ​ເຈົ້າຈະເຂົ້າ ມາ ແລະສ້າງ ບັນຫາຢ່າງຫຼວງຫຼາຍ ໃຫ້ແກ່ພວກເຮົາ.”

ຊາວອາເມຣິກັນ ເຊື້ອສາຍບັງກລາແດັສ ລົງຄະແນນສຽງໃນ ເຂດ Queens borough ໃນ New York, 8 ພະຈິກ, 2016.
ຊາວອາເມຣິກັນ ເຊື້ອສາຍບັງກລາແດັສ ລົງຄະແນນສຽງໃນ ເຂດ Queens borough ໃນ New York, 8 ພະຈິກ, 2016.

ບັນດາຜູ້ທີ່​ເລື່ອງດີ ກ່ຽວກັບຮ່າງດຳລັດນັ້ນ ກ່າວວ່າ ມັນຈະປະກອບດ້ວຍ ການຫ້າມເຂົ້າ
ປະເທດ ຢ່າງນ້ອຍ 30 ວັນ ສຳລັບ ຜູ້ໃດກໍຕາມ ທີ່ມາຈາກ ປະເທດ ອີຣັກ ອີຣ່ານ ລີເບຍ ຊີເຣຍ ໂຊມາເລຍ ຊູດານ ແລະເຢເມນ.

ໃນລະຫວ່າງການໂຄສະນາຫາສຽງຂອງທ່ານນັ້ນ ໃນຂັ້ນຕົ້ນທ່ານທຣຳໄດ້ສະເໜີ ຫ້າມບໍ່​ໃຫ້ຊາວມຸສລິມທັງ​ໝົດ ເຂົ້າມາໃນສະຫະລັດ ແຕ່ລຸນຫຼັງຕໍ່ມາ ກໍໄດ້ປ່ຽນ ໂດຍແນໃສ່
ບັນດາປະເທດທີ່ເຊື່ອມໂຍງກັບພວກກໍ່ການຮ້າຍ.

ພວກປະທ້ວງ ຮວມຕົວກັນ ໃນສາວນຈະຕຸລັດ ທີ່ວໍຊີງຕັນ ເພື່ອຕ້ານຕໍ່ທ່ານ Donald Trumpໃນນະຄອນ ນິວຢອກ, 25 ມັງກອນ, 2017.
ພວກປະທ້ວງ ຮວມຕົວກັນ ໃນສາວນຈະຕຸລັດ ທີ່ວໍຊີງຕັນ ເພື່ອຕ້ານຕໍ່ທ່ານ Donald Trumpໃນນະຄອນ ນິວຢອກ, 25 ມັງກອນ, 2017.

ເມື່ອຖືກຖາມໃນລະຫວ່າງການໃຫ້ສຳພາດ ກ່ຽວກັບ ບັນດາປະເທດ ເຊັ່ນ ອັຟການິສຖານ ປາກິສຖານ ແລະ ຊາອຸດີ ອາຣາເບຍ ທີ່ບໍ່ໄດ້ຢູ່ໃນບັນຊີ ນັ້ນ ທ່ານທຣຳ ໄດ້ກ່າວວ່າ ພວກຄົນຈາກບັນດາປະເທດ ທີ່ບໍ່ໄດ້ລະບຸແບບເຈາະຈົງ ໃນດຳລັດນັ້ນ ຈະປະເຊີນກັບ
ອັນທີ່ ທ່ານເອີ້ນວ່າ “ການກວດກາຢ່າງເຂັ້ມງວດທີ່ສຸດ.” ການຫ້າມເຂົ້າປະເທດນີ້ ອາດຈະຮວມທັງ ການຍົກເວັ້ນສຳລັບພວກທີ່​ນັບ ຖື​ສາສະໜາກຸ່ມນ້ອຍ ຢູ່ໃນປະເທດ
ຂອງພວກ​ເຂົາ​ເຈົ້າ ແລະ ປະເຊີນກັບການປະຫັດປະຫານ.

ດຳລັດດັ່ງກ່າວ ຍັງຈະວາງມາດຕະການ ໂຈະການຮັບເອົາ ອົບພະຍົບທັງໝົດ ເຂົ້າມາ
ໃນສະຫະລັດ ໄລຍະ 4 ເດືອນນຳດ້ວຍ.

ທ່ານທຣຳ ໄດ້ຕຳນິ ບັນດາປະເທດໃນຢູໂຣບ ຕໍ່ການຕັດສິນໃຈຂອງພວກເຂົາເຈົ້ທີ່ຮັບ
ເອົາພວກຜູ້ຄົນທີ່ໄດ້ຫລົບໜີອອກຈາກປະເທດ ຫຼາຍແສນຄົນ ສ່ວນຫຼາຍແລ້ວແມ່ນ
ຍ້ອນສົງຄາມ ການກໍ່ການຮ້າຍ ແລະການຂາດສະຖຽນລະພາບດ້ານການເມືອງ ຢູ່ໃນ
ປະເທດຂອງພວກເຂົາເຈົ້າ. ທ່ານໄດ້ກ່າວອີກວ່າ ໃນບາງກໍລະນີ ພວກເຂົາເຂົ້າມາພ້ອມ
ກັບ “ຈຸດປະສົງທີ່ຊົ່ວຮ້າຍ” ຮວມທັງພວກສະມາ ຊິກຂອງກຸ່ມຫົວຮຸນແຮງລັດອິສລາມ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG