ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ເອີ້ນວ່າ ມັນເປັນ “ໂອກາດພິເສດ
ອັນຍິ່ງໃຫຍ່” ທີ່ໄດ້ຕ້ອນຮັບເອກອັກຄະລັດຖະທູດແລະນັກການທູດຈາກປະເທດທີ່
ປະຊາຊົນສ່ວນໃຫຍ່ເປັນຊາວມຸສລິມ ມາຍັງທຳນຽບຂາວ ສຳລັບການຮັບປະທານ
ອາຫານຄ່ຳ iftar ໃນວັນຈັນວານນີ້ ຊຶ່ງເປັນມື້ສຸດທ້າຍ ຂອງການຖືສິນ ອົດອາຫານ
ຂອງຊາວມຸສລິມ ໃນຊ່ວງເດືອນສັກສິດ ຣາມາດານ.
ທ່ານໄດ້ເນັ້ນເຖິງເດືອນສັກສິດ ຣາມາດານ ແມ່ນ “ເປັນໂອກາດຂອງການກຸສົນ
ການໃຫ້ ແລະການໃຫ້ບໍລິການ ສຳລັບປະຊາຊົນພີ່ນ້ອງຮ່ວມຊາດ,” ແລະເປັນນຶ່ງ
ທີ່ຈະຍັບເຂົ້າໃກ້ຊິດ ກັບພວກຄອບຄົວ ແລະບັນດາປະຊາຄົມທັງຫຼາຍ.
ທ່ານທຣຳ ຍັງໄດ້ເອີ້ນມັນວ່າ “ນີ້ແມ່ນໄລຍະທີ່ລຳບາກ” ສຳລັບພວກຜູ້ຄົນທີ່ ນັບຖື
ສາສະໜາທີ່ແຕກຕ່າງອອກໄປ ໃນໄລຍະບໍ່ເທົ່າໃດສັບປະດາຜ່ານມານີ້ໃນການໂຈມຕີ
ຮ້າຍແຮງ ຕໍ່ຊາວມຸສລິມ, ຊາວຄຣິສ ແລະຊາວຢິວ ໃນນິວຊີ ແລນ, ສຣີລັງກາ
ແລະສະຫະລັດ.
ໃນຄວາມຊົງຈຳຂອງພວກເຂົາເຈົ້າ, ທ່ານທຣຳ ໄດ້ກ່າວວ່າ “ພວກເຮົາໄດ້ແກ້ບັນຫາ
ເພື່ອເອົາຊະນະພວກມານຂອງການກໍ່ການຮ້າຍ ແລະການກຳຈັດທາງສາສະໜາ
ສະນັ້ນຜູ້ຄົນທັງຫຼາຍ ສາມາດທີ່ຈະນັບຖືໂດຍປາດສະຈາກຄວາມຢ້ານກົວໃດໆ,
ສວດມົນພາວະນາ ໂດຍປາດສະຈາກອັນຕະລາຍໃດໆ ແລະຢູ່ໃນສິນກິນໃນທຳ
ທີ່ມີຂຶ້ນດ້ວຍສັດທາຈາກໃຈ.”
ທ່ານຍັງໄດ້ຮຽກຮ້ອງໃຫ້ພວກພວກນັບຖືທັງຫຼາຍ ຈົ່ງພາກັນ ສູດມົນພາວະນາ
“ເພື່ອໃຫ້ມີຄວາມເປັນເອກະພາບແລະສັນຕິພາບ ໃນອະນາຄົດ.”
ໃນຊ່ວງເດືອນຣາມາດານ, ພວກທີ່ເຊື່ອຖືໃນສາສະໜາ ຈະອົດອາຫານແລະເຄື່ອງດື່ມ
ແຕ່ພະອາທິດຂຶ້ນ ຈົນເຖິງພະອາທິດຕົກ. ການຮັບປະທານອາຫານ iftar ແມ່ນເປັນ
ການຮັບປະທານອາຫານແບບດັ້ງເດີມ ທີ່ໄດ້ຈັດຂຶ້ນໃນຕອນພະອາທິດຕົກ ທີ່ເປັນ
ສັນຍານຂອງການຈົບສິ້ນ ເທດສະການຖືສິນອົດທີ່ວ່ານີ້.
ທ່ານທຣຳ ໄດ້ເປັນເຈົ້າພາບຈັດງານລ້ຽງຮັບປະທານອາຫານ iftar ໃນປີກາຍນີ້,
ແຕ່ບໍ່ໄດ້ຈັດງານດັ່ງກ່າວ ໃນປີທຳອິດ ຂອງການເຂົ້າຮັບຕຳແໜ່ງຂອງທ່ານ ຊຶ່ງ ບໍ່ໄດ້
ປະຕິບັດຕາມປະເພນີ ທີ່ໄດ້ເລີ້ມມາ ໂດຍລັດຖະບານ ຂອງທ່ານຄລິນຕັນ ແລະໄດ້
ປະຕິບັດສືບທອດມາ ຈົນເຖິງ ລັດຖະບານຂອງທ່ານບຸຊ ແລະທ່ານໂອບາມາ. ໃນການ
ໂຄສະນາຫາສຽງປີ 2016 ທ່ານທຣຳ ໄດ້ຮຽກຮ້ອງໃຫ້ມີການເກືອດຫ້າມໂດຍສິ້ນເຊີງ
ຕໍ່ຊາວມຸສລິມ ເຂົ້າມາຍັງສະຫະລັດ ແລະໄດ້ລົງນາມໃນດຳລັດຫຼາຍໆສະບັບ ສັ່ງໃຫ້
ມີການຈຳກັດຮັດແຄບຄົນເຂົ້າເມືອງ ຈາກບັນດາປະເທດທີ່ປະຊາຊົນສ່ວນໃຫຍ່ເປັນ
ຊາວມຸສລິມນັ້ນ.