ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນອາທິດວານນີ້ວ່າ ສັນຍາສະຫງົບເສິກສ່ວນນຶ່ງ 7 ວັນກັບກຸ່ມຕາລີບານ ອັຟການິສຖານ ແມ່ນໄດ້ “ດຳເນີນການປະຕິບັດການ” ແລະ ມັນອາດນຳໄປສູ່ການເຊັນຂໍ້ຕົກລົງສັນຕິພາບຂອງກັບກຸ່ມກະບົດໃນທີ່ສຸດ ເຊິ່ງມີກຳນົດໃນອາທິດນີ້.
ຄຳເຫັນຂອງທ່ານ ທຣຳ ໄດ້ມີຂຶ້ນນຶ່ງວັນຫຼັງຈາກ “ການຫຼຸດຜ່ອນຄວາມຮຸນແຮງ” ໄດ້ມີຜົນບັງຄັບໃຊ້ທົ່ວ ອັຟການິສຖານ ໃນວັນເສົາທີ່ຜ່ານມາ, ພ້ອມດ້ວຍກຸ່ມຕາລີບານ ກັບ ກອງກຳລັງ ອັຟການິສຖານ ໄດ້ຕົກລົງກັນທີ່ຈະບໍ່ເປີດການປະຕິບັດການໂຈມຕີຕ່າງໆເປັນເວລານຶ່ງອາທິດ.
ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວກ່ອນການເດີນທາງໄປ ອິນເດຍ ວ່າ “ຂ້າພະເຈົ້າຢາກເຫັນວ່າ ໄລຍະເວລານຶ່ງອາທິດນີ້ຈະເປັນແນວໃດ.” ທ່ານໄດ້ກ່າວວ່າ ໄລຍະເວລາການສະຫງົບເສິກ “ໄດ້ດຳເນີນຂຶ້ນ” ແຕ່ທ່ານ ທຣຳ ໄດ້ກ່າວຢ້ຳວ່າ ຄວາມກ້າວໃນວັນທີ່ເຫຼືອແມ່ນມີຄວາມສຳຄັນ ເພື່ອເອົາບາດກ້າວຕໍ່ໄປໃນຂະບວນການສັນຕິພາບ ອັຟການິສຖານ.
ການຫຼຸດຜ່ອນຄວາມຮຸນແຮງ” ແມ່ນມີຈຸດປະສົງທີ່ຈະປູທາງໄປສູ່ການເຊັນຂໍ້ຕົກລົງຮອບດ້ານລະຫວ່າງ ສະຫະລັດ ກັບ ພວກເຈົ້າໜ້າທີ່ກຸ່ມຕາລີບານ ໃນປະເທດ ກາຕ້າ ໃນອາທິດນີ້ ທີ່ຈະກະກຽມການຖອນກຳລັງ ສະຫະລັດ ເພື່ອສິ້ນສຸດສົງຄາມທີ່ຍາວທີ່ສຸດຂອງ ອາເມຣິກາ ນັ້ນ.
ທ່ານ ທຣຳ ໄດ້ກ່າວເມື່ອຖືກຖາມວ່າທ່ານຈະເຊັນຂໍ້ຕົກລົງລະຫວ່າງ ສະຫະລັດ ກັບ ກຸ່ມຕາລີບານ ຫຼືບໍ່ໃນວັນເສົາທີ່ຜ່ານມານັ້ນ, ທ່ານໄດ້ຕອບວ່າ “ຖ້າມັນໄດ້ຜົນໃນໄລຍະເວລາບໍ່ເຖິງນຶ່ງອາທິດນີ້, ຂ້າພະເຈົ້າຈະເອົາຊື່ຂອງຂ້າພະເຈົ້າໃສ່ມັນ. ແມ່ນແລ້ວ. ມັນເຖິງເວລາກັບບ້ານແລ້ວ.”
ປະທານາທິບໍດີ ສະຫະລັດ ໄດ້ກ່າວວ່າ “ແລະ ເຂົາເຈົ້າຢາກທີ່ຈະຢຸດ. ຂ້າພະເຈົ້າຄິດວ່າ ພວກຕາລີບານ ກໍຢາກເຮັດຂໍ້ຕົກລົງຄືກັນ. ເຂົາເຈົ້າເມື່ອຍຕໍ່ສູ້ແລ້ວ.”
ຄູ່ປໍລະປັກທັງສອງຝ່າຍນັ້ນໄດ້ຕົກລົງກັນ ກ່ຽວກັບ ຮ່າງຂໍ້ຕົກລົງສະບັບນຶ່ງ ໃນການເຈລະຈາທີ່ມີການໂຕ້ແຍ້ງກັນໄປມາເປັນໄລຍະເວລາ 18 ເດືອນ, ເຊິ່ງເປັນເຈົ້າພາບໂດຍລັດຖະບານ ໂດຮາ, ປະເທດ ກາຕ້າ. ປະເທດທີ່ຕັ້ງຢູ່ອ່າວເປີເຊຍ ດັ້ງກ່າວ ແມ່ນບ່ອນທີ່ກຸ່ມຕາລີບານ ຕັ້ງຫ້ອງການທາງການເມືອງຂອງພວກເຂົາຢູ່.
ໃນຂະນະດຽວກັນ, ນັກການທູດອາວຸໂສ ກະຊວງການຕ່າງປະເທດ ກາຕ້າ ທ່ານນຶ່ງໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງ ກາບູລ ຂອງ ອັຟການິສຖານ ໃນວັນອາທິດວານນີ້ ເຊິ່ງລາວໄດ້ພົບປະກັບປະທານາທິບໍດີ ອາສຣັຟ ການີ ແລະ ນັກການເມືອງສອງຄົນເພື່ອປຶກສາຫາລື ກ່ຽວກັບ ພິທີເຊັນສັນຍາທີ່ໃກ້ຈະມາເຖິງນີ້, ພ້ອມກັບບັນຫາອື່ນໆ. ທ່ານ ມຸດລັກ ບິນ ມາເຈັດ ອາລ-ກາຕານີ ຕໍ່ມາໄດ້ເປີດເຜີຍລາຍລະອຽດ ກ່ຽວກັບ ການພົບປະຂອງລາວກັບໂທລະພາບ TOLO ຂອງ ອັຟການິສຖານ.
ໂທລະພາບດັ່ງກ່າວໄດ້ກ່າວຢ້ຳຄຳເວົ້າຂອງທ່ານ ອາລ-ກາຕານີ ວ່າ “ປະເທດ ແລະ ອົງການທີ່ຂ້ອນຂ້າງສຳຄັນ, ສະມາຊິກຖາວອນ ແລະ ບໍ່ຖາວອນໃນສະພາຄວາມໝັ້ນຄົງ, ບັນດາປະເທດເພື່ອນບ້ານ ແລະ ຜູ້ມີສ່ວນຮ່ວມທຸກຝ່າຍ. ທຸກປະເທດທີ່ຈະສະໜັບສະໜູນຂະບວນການສັນຕິພາບຂອງ ອັຟການິສຖານ ຈະເຂົ້າຮ່ວມໃນພິທີເຊັນສັນຍາ.” ທ່ານທູດໄດ້ກ່າວຕື່ມວ່າ “ຫວັງວ່າ, ພວກເຮົາຈະສາມາດສະຫຼຸບ ແລະ ເຊັນມັນໃນນະຄອນຫຼວງ ໂດຮາ ໃນວັນທີ 29 ຂອງເດືອນນີ້.”