ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ​ປະຕິ​ເສດ​ວ່າ ເພິ່ນບໍ່​ເຄີຍ ​ເຮັດ​ວຽກ ​ໃຫ້​ຣັ​ດ​ເຊຍ


ທ່ານ​ທ​ຣຳ ​ກ່າວ​ຕໍ່​ນັກ​ຂ່າວ​ຄົນ​ນຶ່ງ ທີ່​ຖາມ​ເພິ່ນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ຂອງ​ເພິ່ນ ​ກັບ​ຣັດ​ເຊຍ ຢູ່ນອກ​ທຳ​ນຽບ​ຂາວ ໃນ​ຂະ​ນະ​ທີ່​ທ່ານ​ ກຳ​ລັງ​ຈະ​ອອກ​ເດີນ​ທາງ​ ໄປ​ຍັງນະ​ຄອນນີວ ໂອ​ລີນ​ສ໌ (New Orleans) ໃນ​ວັນ​ທີ 14 ມັງ​ກອນ, 2019
ທ່ານ​ທ​ຣຳ ​ກ່າວ​ຕໍ່​ນັກ​ຂ່າວ​ຄົນ​ນຶ່ງ ທີ່​ຖາມ​ເພິ່ນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ຂອງ​ເພິ່ນ ​ກັບ​ຣັດ​ເຊຍ ຢູ່ນອກ​ທຳ​ນຽບ​ຂາວ ໃນ​ຂະ​ນະ​ທີ່​ທ່ານ​ ກຳ​ລັງ​ຈະ​ອອກ​ເດີນ​ທາງ​ ໄປ​ຍັງນະ​ຄອນນີວ ໂອ​ລີນ​ສ໌ (New Orleans) ໃນ​ວັນ​ທີ 14 ມັງ​ກອນ, 2019

ປະ​ທານ​າ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂອງ​ສະ​ຫະ​ລັດ ໄດ້​ປະ​ກາດ​ໃນ​ວັນ​ຈັນ​ວານນີ້​ວ່າ “ຂ້າ​ພະເຈົ້າບໍ່​ເຄີຍ​ເຮັດ​ວຽກ​ໃຫ້​ຣັ​ດ​ເຊຍ”, ຫລັງ​ຈາກມີ​ລາຍ​ງານ​ຂ່າວບໍ່​ພໍ​ເທົ່າ​ໃດ​ມື້​ທີ່​ເວົ້າ​ວ່າ ທ່ານ​ອາດ​ຈະເປັນ​ໜີ້​ບຸນ​ຄຸນ​ຕໍ່ຣັດ​ເຊຍ ແລະ​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ.

"ຂ້າ​ພະເຈົ້າ​ຄິດ​ວ່າ ມັນ​ເປັນ​ເລື້ອງໜ້າ​ອັບ​ອາຍສຳ​ລັບ​ເຈົ້າ​ທີ່ບັງ​ອາດຖາມ​ຄຳ​ຖາມ ນີ້" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳ ທີ່​ກ່າວ​ຕໍ່​ນັກ​ຂ່າວ​ຄົນ​ນຶ່ງ ທີ່​ຖາມ​ເພິ່ນ ​ກ່ຽວ​ກັບ​ສາຍ​ພົວ​ພັນ​ຂອງ​ເພິ່ນ​ກັບ​ຣັດ​ເຊຍຢູ່ນອກ​ທຳ​ນຽບ​ຂາວໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ຈະ​ອອກ​ເດີນ​ທາງ​ໄປ​ຍັງນະ​ຄອນນີວ ໂອ​ລີນ​ສ໌ (New Orleans) ເພື່ອ​ໄປ​ກ່າວ​ຄຳ​ປາ​ໄສຢູ່ກອງ​ປະ​ຊຸມ​ຂອງ​ຊາວ​ນາ ຊາວ​ສວນ.

ໜັງ​ສື​ພິມ​ນີວຢອກ​ໄທມ​ສ໌ (New York Times) ລາຍ​ງານ​ໃນ​ວັນ​ທ້າຍ​ສັບ​ປະ​ດາ​ຜ່ານ​ມາວ່າ ພວກເຈົ້າ​ໜ້າ​ທີ່​ສັນ​ຕິ​ບານ​ກາງ ຫລື FBI ເລີ້ມ​ທຳ​ການ​ສືບ​ສວນ ເບິ່ງວ່າທ່ານ ທ​ຣຳ "ຮູ້​ຈັກ​ດີວ່າ ຕົນ​ກຳ​ລັງເຮັດ​ວຽກ​ ໃຫ້​ແກ່​ຣັດ​ເຊຍ ບໍ ຫລືວ່າ ເພິ່ນຕົກ​ຢູ່​ໃຕ້ການຄອບ​ງຳ ​ຂອງມົ​ສ​ກູ ​ໂດຍບໍ່​ຮູ້​ສຶກຕົວ" ຍ້ອນ​ການ​ປະ​ພຶດ​ຂອງ​ເພິ່ນ ພາຍ​ຫລັງ​ທີ່ເພິ່ນ​ໄດ້​ປົດ​ທ່ານ ເຈມ​ສ໌ ໂຄ​ມີ, ອະ​ດີດ​ຫົວ​ໜ້າອົງ​ການ FBI ອອກ​ຈາກ​ຕຳ​ແໜ່ງ ​ໃນເດືອນພຶດ​ສະ​ພາ ປີ 2017 ຜ່ານ​ມາ ໃນເວ​ລາ​ທີ່​ທ່ານ​ໂຄ​ມີ​ກຳ​ລັງ​ນຳ​ພາ​ການ​ສືບ​ສວນເລື້ອງ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ປີ 2016 ນັ້ນ. ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ ກໍ​ລາຍ​ງານ​ເຊັ່ນ​ກັນ ໃນ​ສອງສາມມື້ໝໍ່ໆ ຜ່ານມານີ້ວ່າ ທ່ານ ທ​ຣຳ ໄດ້​ພະ​ຍາ​ຍາມ​ສຸດ​ຂີດ​ທີ່​ຈະ​ປິດ​ບັງຂໍ້​ມູນລະ​ອຽດຂອງ​ການ​ສົນ​ທະ​ນາ​ຂອງ​ທ່ານ ​ຢູ່​ໃນ​ການ​ພົບ​ປະ​ກັບ​ທ່ານ ປູ​ຕິນ 5 ຄັ້ງ ຢູ່​ໃນ​ສອງ​ປີ​ຜ່ານ​ມານີ້.

ທ່ານ ວິ​ລ​ລຽມ ບາ ທີ່ທ່ານ ທ​ຣຳ ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຄົນ​ໃໝ່
ທ່ານ ວິ​ລ​ລຽມ ບາ ທີ່ທ່ານ ທ​ຣຳ ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຄົນ​ໃໝ່

ທັງ​ການ​ສືບສວນກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ແລະ​ການ​ສືບ​ສວນ​ເພື່ອ​ເບິ່ງວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ເຮັດ​ວຽກ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຣັດ​ເຊຍຫລືບໍ່ ນັ້ນ ດຽວນີ້​ ແມ່ນ​ຢູ່​ພາຍ​ໃຕ້​ຄວາມ​ຮັບ​ຜິດ​ຊອບ​ຂອງ​ໄອ​ຍະ​ການ​ພິ​ເສດ ໂຣ​ເບີດ ມອ​ລ​ເລີ.

​ເຖິງ​ແມ່ນ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີຈະ​ສືບ​ຕໍ່​ຕຳ​ໜິ​ການ​ດຳ​ເນີນ​ການ​ສືບ​ສວນຂອງ ​ອົງ​ການ FBI ​ຕໍ່ຄະ​ນະໂຄ​ສະ​ນາ​ຫາ​ສຽງ​ ຂອງ​ທ່ານ​ຢ່າງ​ແຮງ​ກໍ​ຕາມ ແຕ່​ຄົນ​ທີ່​ທ່ານ​ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ໃໝ່ນັ້ນ ​ກໍ​ເວົ້າ​ວ່າທ່ານ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ​ຕໍ່​ຄວາມ​ຄິດ​ທີ່​ວ່າ ປ່ອຍ​ໃຫ້​ການ​ສືບ​ສວນ​ກ່ຽວ​ກັບເລື້ອງ​ຣັ​ດ​ເຊຍ​ຂອງ​ໄອ​ຍະ​ການ​ພິ​ເສດ ດໍ​າເນີນໄປ​ໃຫ້​ສຳ​ເລັດ.

​ປ. ດໍ​ໂນ​ລ ທ​ຣຳ ແລະ ປ. ວ​ລາ​ດິ​ເມຍ ປູ​ຕິນຈັບ​ມື​ກັນກ່ອນ​ຈະ​ເລີ້ມ​ຕົ້ນ​ການ​ພົບ​ປະ​ກັນຢູ່​ນະ​ຄອນ​ແຮລຊິງ​ກີ​ຂອງ ຟີນແລນໃນ​ວັນ​ທີ 16 ກໍ​ລະ​ກົດ, 2018
​ປ. ດໍ​ໂນ​ລ ທ​ຣຳ ແລະ ປ. ວ​ລາ​ດິ​ເມຍ ປູ​ຕິນຈັບ​ມື​ກັນກ່ອນ​ຈະ​ເລີ້ມ​ຕົ້ນ​ການ​ພົບ​ປະ​ກັນຢູ່​ນະ​ຄອນ​ແຮລຊິງ​ກີ​ຂອງ ຟີນແລນໃນ​ວັນ​ທີ 16 ກໍ​ລະ​ກົດ, 2018

ທ່ານ ວິ​ລ​ລຽມ ບາ ທີ່ດຳ​ລົງ​ຕໍ​າ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳເປັນ​ເວ​ລາ ສອງ​ປີໃນ​ຕອນຕົ້ນໆ​ຂອງຊຸມ 1990 ນັ້ນ ເວົ້າ​ໃນ​ວັນ​ຈັນ​ວານນີ້ວ່າ ການ​ປ່ອຍ​ໃຫ້ການ​ສືບ​ສວນ​ຂອງໄອ​ຍະ​ການ​ພິ​ເສດດຳ​ເນີນ​ໄປ​ຈົນຈົບນັ້ນ "ເປັນ​ສິ່ງ​ສຳ​ຄັນ​ຫລາຍທີ່​ສຸດ" ແລະ​ທ່ານ​ກໍ​ສະ​ໜັບ​ສະ​ໜຸນ ໃຫ້​ມີ​ການ​ເຜີຍ​ແຜ່​ບົ​ດ​ລາຍ​ງານກ່ຽວ​ກັບ​ຜົນການສືບ​ສວນ​ດັ່ງ​ກ່າວ ​ໃຫ້​ຄົນ​ທົ່ວ​ໄປ​ຮູ້. ທ່ານ ບາ ຄາດ​ວ່າ​ຈະ​ໄປ​ປາ​ກົດ​ໂຕ ຢູ່​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ ເພື່ອ​ຮັບ​ຮອງ​ເອົາ​ທ່ານເຂົ້າ​ຮັບ​ຕຳ​ແໜ່ງ​ຢູ່​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ດ້ານ​ຕຸ​ລາ​ການ​ຂອງ​ສະ​ພາ​ສູງ ໃນ​ວັນ​ອັງ​ຄານມື້ນີ້.

ເບິ່ງວີ​ດິ​ໂອ​ ກ່ຽວ​ກັບ​ເລື້ອງ ປ. ທ​ຣຳ ​ປະຕິ​ເສດ​ວ່າ ເພິ່ນບໍ່​ເຄີຍ ​ເຮັດ​ວຽກ​ໃຫ້​ຣັ​ດ​ເຊຍ

XS
SM
MD
LG