ປະທານາທິບໍດີດໍໂນລ ທຣຳ ກ່າວໃນວັນພະຫັດວານນີ້ວ່າ ທ່ານບໍ່ຮູ້ເລື້ອງຫຍັງເລີຍ ກ່ຽວກັບເວັບໄຊຂອງວິກິລິກສ໌ ຫຼັງຈາກຜູ້ກໍ່ຕັ້ງເວັບໄຊດັ່ງກ່າວ ທ້າວຈູລຽນ ອັສຊາງ ໄດ້ຖືກຈັບຢູ່ທີ່ປະເທດອັງກິດ.
ທ້າວອັສຊາງ ຊຶ່ງເປັນຄົນສັນຊາດອອສເຕຣເລຍ ອາຍຸ 47 ປີ ໄດ້ອາໄສຢູ່ໃນສະຖານທູດເອກົວດໍ ທີ່ນະຄອນຫຼວງລອນດອນ ມາແຕ່ປີ 2012 ແຕ່ໄດ້ຖືກຂັບໄລ່ ໃນວັນພະຫັດວານນີ້ ແລະຖືກຕຳຫຼວດອັງກິດຄວບຄຸມຕົວຜູ້ກ່ຽວໄວ້.
ເອກົວດໍກ່າວວ່າ ທ້າວອັສຊາງ ໄດ້ລະເມີດສັນຍາການຂໍລີ້ໄພ ໂດຍສືບຕໍ່ແຊກແຊງເຂົ້າໃຈກິດຈະການຂອງປະເທດອື່ນໆ ດ້ວຍການພິມເຜີຍແຜ່ຂໍ້ມູນລັບ.
ພວກນັກຂ່າວໄດ້ຖາມປະທານາທິບໍດີທຣຳ ກ່ຽວກັບການຈັບກຸມດັ່ງກ່າວ ໃນວັນພະຫັດວານນີ້.
ປະທານາທິບໍດີທຣຳກ່າວວ່າ “ຂ້າພະເຈົ້າບໍ່ຮູ້ຫຍັງເລີຍກ່ຽວກັບວິກິລິກສ໌ ມັນບໍ່ແມ່ນເລື້ອງຂອງຂ້າພະເຈົ້າ. ຂ້າພະເຈົ້າຮູ້ແຕ່ວ່າ ມັນກ່ຽວຂ້ອງກັບທ້າວຈູນລຽນ ອັສຊາງ ແລະຂ້າພະເຈົ້າກໍເຫັນວ່າແມ່ນຫຍັງໄດ້ເກີດຂຶ້ນຕໍ່ທ້າວອັສຊາງ ແລະນັ້ນຈະເປັນການຕັດສິນ ຂ້າພະເຈົ້າສາມາດວາດມະໂນພາບໄດ້ ສ່ວນໃຫຍ່ແລ້ວແມ່ນໂດຍລັດຖະມົນຕີກະຊວງຍຸຕິທຳ ຜູ້ຊຶ່ງກຳລັງເຮັດໜ້າທີ່ໄດ້ເປັນຢ່າງດີທີ່ສຸດດັ່ງນັ້ນ ທ່ານຈະເປັນຜູ້ຕັດສິນ.”
ໃນລະຫວ່າງການໂຄສະນາຫາສຽງເມື່ອປີ 2016 ທ່ານທຣຳໄດ້ກ່າວເຖິງກຸ່ມວິກີລິກສ໌ຊ້ຳແລ້ວຊ້ຳອີກ ຫຼັງຈາກທີ່ກຸ່ມດັ່ງກ່າວໄດ້ພິມເຜີຍແຜ່ອີແມລທີ່ລັກເຈາະເອົາມາຈາກສຳນັກງານຄະນະກຳມະການແຫ່ງຊາດຂອງພັກເດໂມແຄຣັດ. ທ່ານໄດ້ປະກາດໃນຄັ້ງນຶ່ງວ່າ “ວິກິລິກສ໌ ຂ້ອຍມັກວິກີລິກສ໌” ຢູ່ບ່ອນໂຮມຊຸມນຸມ ທີ່ລັດເພັນຊິລເວເນຍ.
ໃນປີ 2010 ກຸ່ມວິກີລິກສ໌ໄດ້ນຳອອກເຜີຍແຜ່ເອກກະສານ ວີດີໂອ ໂທລະເລກການທູດແລະລາຍງານການສູ້ລົບຢູ່ໃນອີຣັກແລະອັຟການິສຖານ ທັງໝົດ 700 ພັນສະບັບທີ່ໄດ້ມາຈາກອະດີດທະຫານກອງທັບບົກ ນາງ ແຊລຊີ ແມນນິງ ຊຶ່ງໃນເວລານັ້ນ ແມ່ນທ້າວແບຣດລີ ແມນນິງ. ເອກກະສານເຫຼົ່ານີ້ໄດ້ໃຫ້ລາຍລະອຽດກ່ຽວກັບການບາດເຈັບລົ້ມຕາຍຂອງພົນລະເຮືອນ ແລະລາຍລະອຽດຂອງພວກກໍ່ການຮ້າຍທີ່ຖືກຄຸມຂັງຢູ່ອ່າວກວນຕານາໂມ ໃນປະເທດຄິວບາ.
ນາງແມນນິງໄດ້ຖືກດຳເນີນຄະດີພາຍໃຕ້ກົດໝາຍຈາລະກຳ ແລະຖືກຈຳຄຸກໃນປີ 2010. ນາງໄດ້ຖືກປ່ອຍໃນປີ 2017 ແຕ່ໄດ້ຖືກຈັບເຂົ້າຄຸກອີກໃນປີ 2019 ຍ້ອນປະຕິເສດບໍ່ຍອມໃຫ້ການ ຕໍ່ຄະນະຕຸລາການໃຫຍ່ ກ່ຽວກັບກຸ່ມວິກີລິກສ໌.