ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ກ່າວວ່າ ທ່ານໄດ້ເອົາຊະນະ ໄວຣັສໂຄໂຣນາ


ປະທານາທິບໍດີ ດໍໂນລ ທຣຳ ປົດໜ້າກາກອອກ ເພື່ອກ່າວຄຳປາໄສຈາກລະບຽງຫ້ອງສີຟ້າຂອງທຳນຽບຂາວຕໍ່ຜູ້ສະໜັບສະໜູນໃນວັນເສົາທີ 10, ຕຸລາ, 2020. ນະຄອນຫຼວງ ວໍຊິງຕັນ. (AP Photo/Alex Brandon)
ປະທານາທິບໍດີ ດໍໂນລ ທຣຳ ປົດໜ້າກາກອອກ ເພື່ອກ່າວຄຳປາໄສຈາກລະບຽງຫ້ອງສີຟ້າຂອງທຳນຽບຂາວຕໍ່ຜູ້ສະໜັບສະໜູນໃນວັນເສົາທີ 10, ຕຸລາ, 2020. ນະຄອນຫຼວງ ວໍຊິງຕັນ. (AP Photo/Alex Brandon)

ດົນກວ່ານຶ່ງອາທິດແລ້ວຫຼັງຈາກໄດ້ກວດໄວຣັສໂຄໂຣນາເປັນຜົນບວກ, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ອະທິບາຍຕົນເອງໃນວັນອາທິດວານນີ້ວ່າ “ແຂງແຮງຫຼາຍ” ແລະ ໄດ້ກ່າວວ່າທ່ານບໍ່ໄດ້ຮັບການປິ່ນປົວຮັກສາອີກຕໍ່ໄປ.

ທ່ານ ທຣຳ ໄດ້ກ່າວໃນການສຳພາດຜ່ານທາງໂທລະສັບກັບລາຍງການ Sunday Morning Futures ຂອງໂທລະພາບ Fox News ວ່າ “ຂ້ອຍໄດ້ ເອົາຊະນະໄວຣັສຈີນທີ່ຜີບ້າ ແລະ ຮ້າຍ ແຮງນີ້. ມັນເບິ່ງຄືວ່າຂ້າພະເຈົ້າມີພູມຕ້ານທານຕໍ່ມັນ, ບາງເທື່ອເປັນໄລຍະຍາວ, ໄລຍະສັ້ນ ແລະ ອາດຈະຕະຫຼອດຊີວິດກໍເປັນໄດ້.”

ທ່ານ ທຣຳ ໄດ້ກ່າວວ່າທ່ານ “ມີພູມຕ້ານທານ” ຫຼັງຈາກໄດ້ຮັບການປິ່ນປົວດ້ວຍຢາຫຼາຍຊະນິດ ໃນລະຫວ່າງການເຂົ້າໂຮງໝໍສີ່ວັນ ແລະ ຫຼັງຈາກໄດ້ກັບຄືນໄປທຳນຽບຂາວໃນອາທິດທີ່ຜ່ານມາ.

ແຕ່ທ່ານບໍ່ໄດ້ຖືກຖາມໂດຍຜູ້ສຳພາດນາງ ມາເຣຍ ມາຕີໂຣໂມ ວ່າທ່ານໄດ້ກວດໂຣກເປັນຜົນລົບຢ່າງແນ່ນອນສຳລັບໄວຣັສດັ່ງກ່າວຫຼືບໍ່ ທີ່ຕອນນີ້ມັນໄດ້ສັງຫານປະຊາຊົນຫຼາຍກວ່າ 214,000 ຄົນແລ້ວໃນ ສະຫະລັດ ແລະ ໄດ້ຕິດແປດປະຊາຊົນ ອາເມຣິກັນ ຫຼາຍກວ່າ ເຈັດລ້ານເຈັດແສນຄົນ, ອີງຕາມຂໍ້ມູນຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ບໍ່ດົນຫຼັງຈາກການສຳພາດອອກໂທລະພາບນັ້ນ, ທ່ານ ທຣຳ ໄດ້ກ່າວໃນທວິດເຕີ ວ່າ ທ່ານໄດ້ຢຸດຮັບການປິ່ນປົວທັງໝົດຈາກບັນດາແພດໝໍຂອງທຳນຽບຂາວ ມື້ວານນີ້” ແລະໄດ້ກ່າວຕື່ມວ່າ “ນັ້ນກໍໝາຍຄວາມວ່າຂ້າພະເຈົ້າບໍ່ສາມາດຕິດໄວຣັສໄດ້ອີກ ແລະ ບໍ່ສາມາດແຜ່ກະຈາຍມັນ. ມັນດີຫຼາຍທີ່ໄດ້ຮູ້ຈັກແນວນັ້ນ.”

ນັ້ນໄດ້ກໍ່ໃຫ້ເກີດການອອກມາຕອບໂຕ້ຢ່າງວ່ອງໄວຈາກທວິດເຕີ, ເຊິ່ງເຂົາເຈົ້າໄດ້ ມອດຕົວເລືອກການແບ່ງປັນຂໍ້ມູນບາງອັນ ແລະ ໄດ້ລະບຸມັນວ່າລະເມີດ “ກົດລະບຽບຂອງ ທວິດເຕີ ກ່ຽວກັບ ການເຜີຍແຜ່ຂໍ້ມູນທີ່ເຮັດໃຫ້ເຂົ້າໃນຜິດ ແລະ ອາດເປັນອັນຕະລາຍ ກ່ຽວກັບ COVID-19.”

ແຕ່ເຟສບຸກ ບໍ່ໄດ້ເຮັດຫຍັງໃຫ້ຂໍ້ຄວາມດຽວກັນຂອງທ່ານ ທຣຳ ໃນເວັບໄຊ້ຂອງ ເຂົາເຈົ້າ.

ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ໄດ້ສະໜອງຂໍ້ມູນທີ່ຈຳກັດ ກ່ຽວກັບ ພູມຄຸ້ມກັນ ແລະ ການຕິດໂຣກຄືນ. ຄົນຜູ້ນຶ່ງທີ່ໄດ້ຫາຍດີຈາກ COVID-19 ອາດຈະມີໄວຣັສລະດັບຕໍ່າໃນຮ່າງກາຍຂອງເຂົາເຈົ້າເຖິງ 3 ເດືອນຫຼັງຈາກການຖືກກວດພົບ ແລະ ຈະບໍ່ກະຈາຍເຊື້ອໃຫ້ຄົນອື່ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG