ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ກ່າວວ່າ 'ຂ້າພະເຈົ້າ ບໍ່ແມ່ນຄົນຢຽດຫຍາມຜີວ'


ປະທານາທິບໍດີສະຫະລັດ ທ່ານດໍໂນລ໌ ທຣຳ, ຢືນຄຽງຄ້າງ
ທ່ານ ເຄບວິນ ເມັກກາທີ ຈາກລັດຄາລີຟໍເນຍ (Kevin McCarthy of Calif)., ຜູ້ນຳສຽງວ່ວນຫຼາຍ ທີ່ ກ່າວຕໍ່
ສື່ມວນຊົນ ເວລາຮັບປະທານອາຫານຄ່ຳ ທີ່ສະໜາມກ໊ອຟ
ນາໆຊາດ ທີ່ແວດ ພອມບິຈ໌ (West Palm Beach), ຟລໍຣີດາ, 14 ມັງກອນ 2018.
ປະທານາທິບໍດີສະຫະລັດ ທ່ານດໍໂນລ໌ ທຣຳ, ຢືນຄຽງຄ້າງ ທ່ານ ເຄບວິນ ເມັກກາທີ ຈາກລັດຄາລີຟໍເນຍ (Kevin McCarthy of Calif)., ຜູ້ນຳສຽງວ່ວນຫຼາຍ ທີ່ ກ່າວຕໍ່ ສື່ມວນຊົນ ເວລາຮັບປະທານອາຫານຄ່ຳ ທີ່ສະໜາມກ໊ອຟ ນາໆຊາດ ທີ່ແວດ ພອມບິຈ໌ (West Palm Beach), ຟລໍຣີດາ, 14 ມັງກອນ 2018.

​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນລ໌ ທຣຳ ຍັງ​ສືບ​ຕໍ່​ ຕ້ານ​ສະມາຊິກສະພາ​ແລະ​ພວກ
​ອື່ນໆ ທີ່​ນຳ​ເອົາ​ຄຳ​ເວົ້າທີ່ຫຽາບຄາຍ​ຂອງ​ທ່ານ ທີ່​ທ່ານ​ໄດ້​ກ່າວໄປໃນ​ສັບປະດາແລ້ວ​ນີ້ ​
ໃນ​ຂະນະ​ທີ່​ພົບ​ປະ​ກັບ​ສະມາຊິກສະພາສູງ​ກ່ຽວ​ກັບ​ເລື່ອງການປະຕິຮູບ​ບັນຫາ​ຄົນ​ເຂົ້າ
​ເມືອງ.

“ສະມາຊິກ​ສະພາ​ສູງ ທ່ານ ​ດິກ​ກີ ​ເດີຣ໌ບິນ ​ໄດ້​ຕີຄວາມ​ໝາຍ​ຜິດພາດຢ່າງສິ້ນເຊີງ​ ​
ໃນ​ກອງ​ປະຊຸມ​ດາ​ກາ ຂໍ້​ຕົກລົງຈະເປັນໄປ​ບໍ່​ໄດ້​ ເມື່ອ​ບໍ່​ມີ​ການ​ເຊື່ອ​ໃຈກັນ.
ທ່ານ​ເດີຣ໌ບິນ ​ໄດ້​ທຳລາຍ​ໂຄງການ​ດາກາ​ແລະ​ມັນເປັນຜົນ​ກະທົບ​ທີ່​ເສຍ​ຫາຍ
​ທາງ​ການທະຫານ​ຂອງ​ພວກ​ເຮົາ.”

ກອງ​ປະຊຸມ​ລະຫວ່າງສະພາກັບ​ທຳນຽບຂາວ ກ່ຽວ​ກັບ​ໂຄງການ​ດາ​ກາ ຫຼື ​ໂຄງການ​
ປົກ​ປ້ອງ​ພວກ​ເດັກນ້ອຍ​ທີ່​ໄດ້​ຖືກ​ນຳ​ເຂົ້າ​ມາ​ຍັງ​ສະຫະລັດ ​ໂດຍ​ພໍ່​ແມ່ນ​ຜູ້​ປົກຄອງ​
ເມື່ອ​ຕອນເຍົາໄວນັ້ນ ຊຶ່ງ​ມັນ​ໄດ້​ພົວພັນ​ກັບ​ການ​ພົບ​ປະກັນ​ທີ່​ສຸກ​ເສີນໃນ​ສັບປະດາ​ນີ້
ກ່ຽວ​ກັບ​ງົບປະມານ​ຂອງ​ລັດຖະບານ​ທີ່​ຈະ​ສາມາດ​ດຳ​ເນີນ​ການ​ຕໍ່​ໃຫ້ ​ພາຍ​ໃນ​ທ່ຽງ​ຄືນ
ວັນ​ສຸກ ທີ່​ຈະ​ມາ​ເຖິງ​ນີ້, ຕອນ​ທີ່ການ​ອະນຸມັດນີ້​ຈະ​ໝົດ​ອາຍຸ.

​ໃນ​ກອງ​ປະຊຸມ​ທີ່​ທຳນຽບຂາວ​ໃນວັນ​ພະຫັດ​ຜ່ານ​ມາຜ່ານ​ມາ​ນີ້, ທ່ານທຣຳ ໄດ້​ຖືກ​ລາຍ​
ງານ​ວ່າ ​ໄດ້ກ່າວ​ໃຫ້ຄວາມເຫັນ​ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ ຈາກເຮ​ຕີ ​El Salvador ​ແລະ
​ອັຟຣິກາ ນັ້ນ​ແມ່ນ​ມາ​ຈາກ​ບັນດາ​ປະ​ເທດ “s---hole.” ທີ່​ເເປ​ວ່າ ປະ​ເທດ​ “ຂຸມຂີ້”.

ພວກ​ນັກ​ຂ່າວ​ຂອງໜັງສືພິມ (The Washington Post) ຈອດຈ໌ ດໍ​ເຊ (Josh Dawsey)
ຜູ້​ທີ່​ໄດ້​ຂຽນ​ລົງກ່ຽວກັບ​ຄຳ​ເວົ້າ​ຫຍາບ​ຄາຍ​ທີ່​ຮຸນ​ແຮງ ທີ່​ໄດ້​ບອກ​ກັບ CNN ​ໃນ​ວັນ​ຈັນ
​ວານ​ນີ້ ວ່າເຈົ້າ​ໜ້າ​ທີ່ທຳນຽບຂາວ ກ່າວ​ວ່າ ທ່ານທຣຳ ອາດ​ຈະ​ໃຊ້​ຄຳ​ເວົ້າທີ່​ອາດຈະ​ແຕກ
​ຕ່າງ​ອອກ​ໄປ ທີ່​ມີ​ຄຳ​ຖາມ​ທີ່​ວ່າ ​ເປັນ​ຫຍັງ​ສະຫະລັດ ​ຈຶ່ງຮັບເອົາພວກ​ນີ້ເຂົ້າ​ເມືອງ ມາຈາກ
​ບັນ​ດາ​ປະ​ເທດ “s---hole” ​ເຫຼົ່າ​ນີ້.

ທ່ານເດີຣ໌ບິນ ຜູ້​ທີ່ຢູ່​ໃນ​ກອງ​ປະຊຸມ​ໃນ​ທຳນຽບຂາວ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ກ່າວ​ວ່າ
“ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ ການ​ປ່ຽນ​ຄຳ​ເວົ້າ​ຈາກ ຂຸມ ​ໄປ​ເປັນ ເຮືອນ ຈະປ່ຽນຜົນ​ກະທົບ​ທີ່​ມັນ
​ໄດ້​ເກີດ​ຂຶ້ນນັ້ນ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກຜູ້ຄົນປະທ້ວງຕ້ານ ຕໍ່ຄວາມເຫັນຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ໌ ທຣຳ ໃນຫວ່າງມໍ່ໆມານີ້ ແລະກົດລະບຽບການທີ່ເຄັ້ງຄັດ ໃກ້ກັບຂົວຖະໜົນເຊົ້າເດີຣນ ໃນພອມບີຈ ໃກ້ໆກັບ ມາຣ໌-ອາ-ລາໂກ(Mar-a-Lago), ຟລໍຣີດາ, 15 ມັງກອນ 2018.
ພວກຜູ້ຄົນປະທ້ວງຕ້ານ ຕໍ່ຄວາມເຫັນຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ໌ ທຣຳ ໃນຫວ່າງມໍ່ໆມານີ້ ແລະກົດລະບຽບການທີ່ເຄັ້ງຄັດ ໃກ້ກັບຂົວຖະໜົນເຊົ້າເດີຣນ ໃນພອມບີຈ ໃກ້ໆກັບ ມາຣ໌-ອາ-ລາໂກ(Mar-a-Lago), ຟລໍຣີດາ, 15 ມັງກອນ 2018.

XS
SM
MD
LG