ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ກ່າວວ່າ 'ຂ້າພະເຈົ້າ ບໍ່ແມ່ນຄົນ ແບ່ງແຍກສີຜິວ'

ປະທານາທິບໍດີ ດໍໂນລ ທຣຳ ຍ່າງໄປກັບ ຜູ້ນຳ ສຽງສ່ວນຫຼາຍ ຂອງສະພາຕ່ຳ ທ່ານແຄບວິນ ເມັກຄາຣຕີ (Kevin McCarthy) ຈາກລັດຄາລີຟໍເນຍ, ກ່າວຖະແຫລງຕໍ່ບັນດາ ສະມາຊິກຂອງສື່ມວນຊົນ ໃນຂະນະທີ່ພວກເພິ່ນ ໄປຮອດງານລ້ຽງອາຫານຄ່ຳ ຢູ່ທີ່ສະໂມສອນ ກິລາກັອຟ ສາກົນ ທຣຳ ໃນເມືອງ ແວັສ ພາລ໌ມ ບິຈສ (West Palm Beach) ລັດຟລໍລີດາ, ວັນອາທິດ ທີ 14 2018.

ໃນວັນອາທິດວານນີ້ ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະຕິເສດວ່າ ທ່ານບໍ່ແມ່ນຄົນ
ແບ່ງແຍກສີຜິວ ສາມມື້ ຫຼັງຈາກທີ່ ປາກົດວ່າ ທ່ານໄດ້ອ້າງອີງເຖິງພວກຄົນເຂົ້າເມືອງ
ທີ່ມາຈາກ ປະເທດເກາະ ເຮຕີ ແອລຊາລວາດໍ ແລະ ອາຟຣິກາ ວ່າມາຈາກປະເທດ
“ຂຸມຂີ້” ນັ້ນ.

“ຂ້າພະເຈົ້າ ບໍ່ແມ່ນຄົນແບ່ງແຍກສີຜິວເລີຍ ທີ່ເຈົ້າຈະໄດ້ສຳພາດ” ທ່ານທຣຳ ໄດ້
ຕອບຄຳຖາມຂອງນັກຂ່າວຄົນນຶ່ງ ຢູ່ທີ່ບ້ານພັກຣີສອດ Mar-a-Lago ຂອງທ່ານ
ໃນລັດຟໍລີດາ.

ອີງຕາມບາງຄົນ ຢູ່ໃນຫ້ອງຂອງທຳນຽບຂາວ ລະຫວ່າງກອງປະຊຸມ ກ່ຽວກັບເລື່ອງ
ຄົນເຂົ້າເມືອງ ທ່ານທຣຳ ໄດ້ຖາມວ່າ ເປັນຫຍັງ ສະຫະລ ຈຶ່ງໃຫ້ພວກຄົນເຂົ້າເມືອງ
ຈາກເຮຕີ ແອລຊາລວາດໍ ແລະ ອາຟຣິກາ ເຂົ້າມາ ແລະໄດ້ກ່າວວ່າ ທ່ານຢາກໃຫ້
ປະເທດອື່ນ ເຊັ່ນວ່າ ນໍເວ ເຂົ້າມາຫຼາຍຂຶ້ນ. ທ່ານຍັງອາດຈະ ໄດ້ກ່າວວ່າ ທ່ານຢາກ
ຈະຍົກເວັ້ນ ເຮຕີ ຈາກການປະຕິຮູບຂໍ້ຕົກລົງກ່ຽວກັບຄົນເຂົ້າເມືອງ.

ພວກປະທ້ວງພາກັນເຕົ້າໂຮມກັນຢູ່ນອກ ຫ້ອງການຂອງສະມາຊິກສະພາສູງ ຈາກລັດຄາລີຟອຣເນຍ ສັງກັດພັກເດໂມແຄຣັດ ທ່ານນາງ ໄດແອນ ໄຟສໄຕນ໌ (Dianne Feinstein) ເພື່ອຊຸກຍູ້ໃຫ້ ພັກເດໂມແຄຣັດ ປົກປ້ອງໂຄງການ DACA ໃນນະຄອນ ລອສ ແອນຈີແລັສ, ວັນທີ 3 ມັງກອນ 2018.

ໃນຂະນະດຽວກັນ ທຳນຽບຂາວ ບໍ່ເຄີຍປະຕິເສດວ່າ ທ່ານທຣຳ ໄດ້ໃຊ້ຄຳຫຍາບຄາຍ
ເມື່ອເວົ້າເຖິງເລື່ອງສີຜິວຂອງຄົນເຂົ້າເມືອງ ເລີຍ ແລະວ່າ ທ່ານປະທານາທິບໍດີ ໄດ້
ປະຕິເສດ.

ຫຼັງຈາກນັ້ນ ທ່ານທຣຳໄດ້ຂຽນລົງທະວິດເຕີ ວ່າ “ບໍ່ເຄີຍເວົ້າຫຍັງທີ່ເສື່ອມເສຍເລີຍ
ກ່ຽວກັບ ເຮຕີ. ພວກເດໂມແຄຣັດ ໄດ້ສ້າງເລື່ອງຂຶ້ນມາ. ຂ້າພະເຈົ້າມີສາຍສຳພັນ
ທີ່ດີ ກັບຊາວເຮຕີ. ຄົງຈະເປັນການພົບປະທີ່ເປັນປະວັດການໃນອະນາຄົດ ໜ້າ
ເສຍດາຍ ເຊື່ອໃຈບໍ່ໄດ້.”

ສະມາຊິກສະພາສູງ ຈາກລັດອີລລີໂນຍ ສັງກັດພັກເດໂມແຄຣັດ ທ່ານ ດິກ ເດີີຣບິນ
(Dick Durbin) ຜູ້ທີ່ໄດ້ຢູ່ທີ່ຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນກອງປະຊຸມ ໄດ້
ອ້າງວ່າ ທ່ານປະທານາທິບໍດີ ໄດ້ໃຊ້ຄຳສັບທີ່ເສື່ອມເສຍ.

ການປະຕິເສດຂອງທ່ານທຣຳນັ້ນ ໄດ້ຖືກຢັ້ງຢືນ ໂດຍບັນດາສະມາຊິກສະພາສູງ ສັງກັດ
ພັກຣີພັບບລີກັນ ທ່ານ ທອມ ຄອດຕັນ (Tom Cotton) ຈາກລັດ ອາແຄນຊໍ້ ແລະ ທ່ານ
ເດວິດ ເປີຣດູ ຈາກລັດຈໍເຈຍ ຢູ່ໃນການປາກົດໂຕຕ່າງຫາກ ຢູ່ໃນລາຍການຂ່າວ ໃນວັນ
ອາທິດວານນີ້.

ທ່ານ ຄອນຕັນ ໄດ້ກ່າວຢູ່ໃນລາຍການ Face the Nation ຂອງໂທລະພາບ CBS
ວ່າ “ຂ້າພະເຈົ້າ ບໍ່ໄດ້ຍິນ ແລະ ຂ້າພະເຈົ້າໄດ້ນັ່ງຢູ່ບໍ່ໄກກວ່າ ທ່ານດິກ ເດີຣບິນ
ຈາກ ທ່ານດໍໂນລ ທຣຳ.”

ທ່ານເປີຣດູ ໄດ້ຢູ່ໃນລາຍການໂທລະພາບ ຂອງ ABC ແລະ ໄດ້ປະຕິເສດຢ່າງສິ້ນເຊີງ
ວ່າ ທ່ານທຣຳ ໄດ້ເວົ້າຈັ່ງຊັ້ນ.

ທ່ານທຣຳ ຍັງໄດ້ບອກບັນດານັກຂ່າວ ໃນລັດຟໍລີດາ ເມື່ອຕອນແລງວັນອາທິດວານນີ້
ວ່າ ທ່ານຍັງຈະພະຍາຍາມ ທີ່ຈະເຕໍ່ລອງ ຂໍ້ຕົກລົງ ກ່ຽວກັບ DACA ໂຄງການທີ່ປົກ
ປ້ອງພວກຄົນເຂົ້າເມືອງຜິດກົດໝາຍ ທີ່ໄດ້ຖືກນຳເຂົ້າມາສະຫະລັດ ໃນຂະນະທີ່ ຍັງ
ເປັນເດັກນ້ອຍຢູ່ ຈາກການຖືກເນລະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG