ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ທ​ຣຳ ຕ້ອນ​ຮັບ ປະ​ທາ​ນາ​ທິ​ບໍ​ດີ ກົວ​ເຕ​ມາ​ລາ ທີ່​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ ຢູ່​ທຳ​ນຽບ​ຂາວ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ ສະ​ຕີ​ໝາຍ​ເລ​ກ​ນຶ່ງ ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ ຢືນ​ຖ່າຍ​ຮູບ​ກັບ ປະ​ທາ​ນາ​ທິ​ບໍ​ດີ ກົວ​ເຕ​ມາ​ລາ ທ່ານ ຈິມ​ມີ ໂມ​ຣາ​ເລັ​ສ ແລະ ພັນ​ລະ​ຍາ ທ່າ​ນ​ນາງ ແພັດ​ທ​ຣີ​ເຊຍ ມາ​ໂຣ​ຄວິນ ເດິ ໂມ​ຣາ​ເລັ​ສ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 17 ກັນ​ຍາ, 2019. (AP Photo/ Evan Vucci)
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ ສະ​ຕີ​ໝາຍ​ເລ​ກ​ນຶ່ງ ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ ຢືນ​ຖ່າຍ​ຮູບ​ກັບ ປະ​ທາ​ນາ​ທິ​ບໍ​ດີ ກົວ​ເຕ​ມາ​ລາ ທ່ານ ຈິມ​ມີ ໂມ​ຣາ​ເລັ​ສ ແລະ ພັນ​ລະ​ຍາ ທ່າ​ນ​ນາງ ແພັດ​ທ​ຣີ​ເຊຍ ມາ​ໂຣ​ຄວິນ ເດິ ໂມ​ຣາ​ເລັ​ສ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 17 ກັນ​ຍາ, 2019. (AP Photo/ Evan Vucci)

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ​ຂອງ ກົວ​ເຕ​ມາ​ລາ ທ່ານ ຈິມ​ມີ ໂມ​ຣາ​ເລັ​ສ ຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ອັງ​ຄານ​ວານນີ້, ບ່ອນ​ທີ່​ທັງ​ສອງ​ທ່ານ​ໄດ້​ລົມ​ກັນ ກ່ຽວ​ກັບ ບັນ​ຫາ​ຄົນ​ເຂົ້າ​ເມືອງ ແລະ ການ​ຄ້າ.

ທ່ານ ທ​ຣຳ ໄດ້​ເອີ້ນ​ສາຍ​ພົວ​ພັນ​ກັບ​ ກົວ​ເຕ​ມາ​ລາ​ ວ່າ “ໃຫຍ່​ໂຕ” ແລະ ໄດ້​ຍົກ​ຍ້ອງ​ທ່ານ ໂມ​ຣາ​ເລັ​ສ ກ່ຽວ​ກັບ ຂໍ້​ຕົ​ກ​ລົງ​ຄົນ​ເຂົ້າ​ເມືອງ ເຊິ່ງ ກົວ​ເຕ​ມາ​ລາ ໄດ້​ຕົກ​ລົງ​ທີ່​ຈະ​ຮັບ​ເອົາ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ພະ​ຍາ​ຍາມ​ຂໍ​ລີ້​ໄພ​ໃນ ສະ​ຫະ​ລັດ.

ທ່ານ ທ​ຣຳ ໄດ້​ກ່າວ​ຕື່ມ​ວ່າ “ສາຍ​ພົວ​ພັນ​ແມ່ນ​ດີຫຼາຍ, ມັນ​ເປັນ​ປະ​ເທດ​ທີ່​ສຳ​ຄັນຫຼາຍ​ໃນ​ແງ່​ຂອງ​ເຂດ​ຊາຍ​ແດນ ແລະ ການ​ຄ້າ.”

ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ​ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ກັບ​ລັດ​ຖະ​ບານ​ຂອງ​ທ່ານ ໂມ​ຣາ​ເລັ​ສ ວ່າ​ຈະ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ຄົນ​ເຂົ້າ​ເມືອງ ສະ​ຫະ​ລັດ ສົ່ງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ຂໍ​ລີ້​ໄພ​ຢູ່​ເຂດ​ຊາຍ​ແດນ ສະ​ຫະ​ລັດ ຕິດ​ກັບ ເມັກ​ຊິ​ໂກ ໄປ​ປະ​ເທດ ກົວ​ເຕ​ມາ​ລາ.

ສະ​ຫະ​ລັດ ໄດ້​ເຊັນ​ຂໍ້​ຕົກ​ລົງ​ທີ່​ຄ້າຍ​ຄື​ກັນ ກັບ​ປະ​ເທດ ແອ​ລ ຊາ​ລ​ວາ​ດໍ ແລະ ຮອນ​ດູ​ຣັ​ສ, ຮຽກ​ຮ້ອງ​ໃຫ້​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ກຳ​ລັງ​ເດີນ​ທາງ​ມາ​ ສະ​ຫະ​ລັດ ສະ​ໝັກ​ຂໍ​ການ​ປົກ​ປ້ອງ​ໃນ​ປະ​ເທດທີ່​ວ່າ​ນັ້ນ​ກ່ອນ. ບັນ​ດາ​ເຈົ້າ​ໜ້າ​ທີ່ຄົນ​ເຂົ້າ​ເມືອງ ສະ​ຫະ​ລັດ ອາດ​ສົ່ງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ກັບ​ຄືນ​ໄປ​ປະ​ເທດ​ທີ່​ວ່າ​ນັ້ນ ​ຖ້າ​ເຂົາ​ເຈົ້າ​ບໍ່​ປະ​ຕິ​ບັດ​ຕາມ, ເຮັດ​ໃຫ້​ມັນ​ເກືອບ​ວ່າ​ເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຈາກ​ບັນ​ດາ​ປະ​ເທດ​ສາມຫຼ່ຽມ​ພາກ​ເໜືອ​ຂອງ ອາ​ເມ​ຣິ​ກາ ນັ້ນ ທີ່​ຈະ​ຂໍ​ລີ້​ໄພ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ສົ່ງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ກຸ່ມ​ທຳ​ອິດ​ໄປ​ ກົວ​ເຕ​ມາ​ລາ ໃນ​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ. ອີງ​ຕາ​ມ​ລັດ​ຖະ​ບານ ກົວ​ເຕ​ມາ​ລາ, ປະ​ຊາ​ຊົນ​ທັງ​ໝົດ 24 ຄົນ​ໄດ້​ຖືກ​ສົ່ງ​ໄປ​ປະ​ເທດ​ນັ້ນ​ພາຍ​ໃຕ້​ໂຄງ​ການ​ດັ່ງ​ກ່າວ.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ຕອນນີ້​ເຂົາ​ເຈົ້າ​ຕ້ອງ​ໄດ້​ເອົາ​ພວກ​ເຂົາ​ກັບ​ໄປ​ຄືນ, ແລະ ເຂົາ​ເຈົ້າ​ຕ້ອງ​ເອົາ​ພວກ​ເຂົາ​ໄປ​ດ້ວຍ​ຄວາມ​ຍິນ​ດີ.”

ນັ້ນ​ອາດບໍ່​ແມ່ນ​ກໍ​ລະ​ນີ ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ກົວ​ເຕ​ມາ​ລາ ທີ່​ຫາ​ກໍ່​ຖືກ​ເລືອກ​ໃໝ່ ທ່ານ ອາ​ເລ​ຮານ​ໂດ​ຣ ກຽມ​ແມັດ​ເຕ ຜູ້​ທີ່​ຈະ​ເຂົ້າ​ກຳ​ຕຳ​ແໜ່ງ​ໃນ​ເດືອນ​ມັງ​ກອນ​ນີ້ ໄດ້​ຄັດ​ຄ້ານ​ຕໍ່​ຂໍ້​ຕົກ​ລົງ​ການ​ຮັບ​ເອົາ ທີ່​ຖືກ​ບັນ​ລຸ​ໂດຍ​ຜູ້​ກຳ​ຕຳ​ແໜ່ງ​ກ່ອນ​ທ່ານ​.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG