ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຫວັງທີ່ຈະເປັນມິດກັບ ຣັດເຊຍ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ລົມກັນໃນລະຫວ່າງພິທີຖ່າຍຮູບ ທີ່ກອງປະຊຸມສຸດຍອດ ເອເປັກ "APEC". ແຂວງ ດາໜັງ, ຫວຽດນາມ. 11 ພະຈິກ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ລົມກັນໃນລະຫວ່າງພິທີຖ່າຍຮູບ ທີ່ກອງປະຊຸມສຸດຍອດ ເອເປັກ "APEC". ແຂວງ ດາໜັງ, ຫວຽດນາມ. 11 ພະຈິກ, 2017.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໃນວັນອັງຄານວານນີ້ວ່າ ທ່ານຫວັງວ່າ ສະຫະ
ລັດ ຈະ “ເຂົ້າກັນ” ກັບ ຣັດເຊຍ ໄດ້ໃນຂະນະທີ່ທ່ານໄດ້ພົບປະກັບບັນດາຜູ້ນຳ 3 ປະ
ເທດ ເຂດທະເລ ບາລຕິກ ທີ່ທຳນຽບຂາວໃນວັນອັງຄານວານນີ້.

ທ່ານ ທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າສາມາດມີສາຍພົວພັນທີ່ດີຫຼາຍ
ກັບປະທານາທິບໍດີ ຣັດເຊຍ ທ່ານ ວລດິເມຍ ປູຕິນ. ແຕ່ມັນຍັງມີຄວາມເປັນໄປໄດ້ສູງ
ວ່າ ມັນຈະບໍ່ເກີດຂຶ້ນ. ຈະມີໃຜຮູ້?”

ທ່ານ ທຣຳ ໄດ້ເວົ້າໂອ້ອວດວ່າ “ບໍ່ມີໃຜ ເຄີຍຮັບມືກັບ ຣັດເຊຍ ໄດ້ຢ່າງໜັກແໜ້ນກວ່າ
ທ່ານ,” ແຕ່ໄດ້ຢືນຢັນວ່າ ການໄວ້ວາງໃຈກັນຫຼາຍຂຶ້ນລະຫວ່າງ ທ່ານ ແລະ ຜູ້ນຳ ຣັດ
ເຊຍ ທີ່ເປັນບັນຫານັ້ນ ຈະສ້າງຜົນປະໂຫຍດໃຫ້ແກ່ ສະຫະລັດ.

ທ່ານໄດ້ເວົ້າວ່າ “ການຖືກກັນກັບ ຣັດເຊຍ ຈະເປັນສິ່ງທີ່ດີ, ບໍ່ແມ່ນສິ່ງບໍ່ດີ. ແລະ ເກືອບ
ທຸກຄົນກໍເຫັນດີແນວນັ້ນ, ນອກຈາກຄົນທີ່ໂງ່ຫຼາຍ.”

ແຕ່ບັນດານັກຊ່ຽວຊານເວົ້າວ່າ ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ ຫຼັງຈາກການວາງຢາພິດ ໃສ່
ອະດີດນັກສືບ ຣັດເຊຍ ໃນອັງກິດ ໄດ້ເຮັດໃຫ້ມັນເປັນ ເວລາທີ່ບໍ່ເໝາະສົມສຳລັບທ່ານ
ທຣຳ ທີ່ຈະເຊື້ອເຊີນທ່ານ ປູຕິນ ມາຢາມທຳນຽບຂາວ. ມົສກູ ໄດ້ປະຕິເສດວ່າ ຕົນບໍ່ມີ
ຄວາມຮັບຜິດຊອບໃນການໂຈມຕີດ້ວຍຢາພິດຢູ່ປະເທດ ອັງກິດ ນັ້ນ.

ທ່ານ ລູຄ ຄັອຟຟີ ຈາກມູນນິທິ ເຮີຣິເທຈ (Heritage Foundation) ໄດ້ກ່າວຕໍ່ວີໂອ
ເອວ່າ “ການສື່ສານຢ່າງເປັນປະຈຳ ກັບປະທານາທິບໍດີ ປູຕິນ ແມ່ນສິ່ງນຶ່ງ ແລະ ເປັນ
ຄວາມຮັບຜິດຊອບນຶ່ງ, ແລະ ບາງສິ່ງທີ່ເຮົາໄດ້ເຮັດ ແມ່ນກະທັ້ງໃນຈຸດສູງສຸດ ຂອງ
ສົງຄາມເຢັນ. ແຕ່ການຈັດກອງປະຊຸມສຸດຍອດນັ້ນ, ບໍ່ວ່າມັນຈະຢູ່ໃນນະຄອນຫຼວງ
ມົສກູ ຫຼື ວໍຊິງຕັນ ກໍຕາມ, ມັນບໍ່ແມ່ນເວລາທີ່ຖືກຕ້ອງສຳລັບສິ່ງດັ່ງກ່າວນັ້ນ.

ຄຳເຫັນຂອງທ່ານ ທຣຳ ໄດ້ມີຂຶ້ນຫຼັງຈາກໂຄສົກທຳນຽບຂາວທ່ານນາງ ຊາຣາ ຮັກຄາບີ
ແຊນເດີສ ໄດ້ກ່າວໃນວັນຈັນ ທີ່ຜ່ານມາວ່າ ທ່ານ ທຣຳ ແລະ ທ່ານ ປູຕິນ ໄດ້ “ປຶກສາ
ຫາລືເພື່ອຈັດກອງປະຊຸມສອງຝ່າຍນຳກັນ ໃນອະນາຄົດອັນໃກ້ນີ້” ຫຼັງຈາກການສົນທະ
ນາທາງໂທ ລະສັບໃນຄັ້ງຫຼ້າສຸດຂອງພວກເພິ່ນ, ແລະອາດເປັນໄປໄດ້ວ່າ ທຳນຽບຂາວ
ອາດແມ່ນສະຖານ ທີ່ຈັດກອງປະຊຸມດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG