ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ກ່າວວ່າ ພັນທະມິດ ລະຫວ່າງ ສຫລ ກັບ ຍີ່ປຸ່ນ ແມ່ນພື້ນຖານ ສັນຕິພາບ ໃນເອເຊຍ ຕາເວັນອອກ


ປະທານາທິບໍດີທຣຳ (ຂວາ) ແລະນາຍົກຍີ່ປຸ່ນ ທ່ານ Shinzo Abe ຈັບມືກັນ ຫຼັງຈາກ ກອງປະຊຸມ ຖະແຫຼງຂ່າວຮ່ວມກັນ ທີ່ທຳນຽບຂາວ. (10 ກຸມພາ 2017)​
ປະທານາທິບໍດີທຣຳ (ຂວາ) ແລະນາຍົກຍີ່ປຸ່ນ ທ່ານ Shinzo Abe ຈັບມືກັນ ຫຼັງຈາກ ກອງປະຊຸມ ຖະແຫຼງຂ່າວຮ່ວມກັນ ທີ່ທຳນຽບຂາວ. (10 ກຸມພາ 2017)​

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ກ່າວ​ໃນ​ມື້ວັນ​ສຸກ​ວານ​ນີ້ວ່າ ມິດຕະພາບ​ລະ ຫວ່າງ​ສະຫະລັດ ​ກັບ​ຍີ່ປຸ່ນແມ່ນ “​ເລິກ​ເຊິ່ງຫຼາຍ” ​ແລະ​ປ​ະກາດ​ວ່າ ການ​ເປັນ​ພັນທະ​ມິດ​ລະຫວ່າງ​ປະ​ເທດ​ທັງ​ສອງ ​ແມ່ນ​ເປັນ​ເສົາ​ຫລັກ​ສຳຄັນ​ຂອງ​ສັນຕິ​ພາບ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ.

ທ່ານ​ທຣຳ ກ່າວ​ຕໍ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ ​ທີ່ທຳນຽບຂາວ ຮ່ວມ​ກັບ​ນາຍົກລັດຖະມົນຕີ​ຍີ່ປຸ່ນ ທ່ານ Shinzo Abe ວ່າ “ພວກ​ເຮົາ​ມີ​ຄວາມ​ໝັ້ນໝາຍ ​ຕໍ່​ຄວາມໝັ້ນຄົງ​ຂອງ​ຍີ່ປຸ່ນ ​ແລະ​ຕໍ່​ທຸກ​ຂົງ​ເຂດທີ່ຢູ່​ພາຍ​ໃຕ້​ການ​ປົກຄອງ ແລະເສີມ​ຄວາມ​ເຂັ້ມ​ແຂງ​ເພີ້ມຕື່ມ ​ໃຫ້​ແກ່​ການ​ເປັນ​ພັນທະ​ມິດ ​ທີ່​ສຳຄັນ​ຂອງ​ພວກ​ເຮົາ.”

ທ່ານ Abe ​ແລະ​ທ່ານ​ທຣຳ ​ໄດ້​ບັນລຸ​ການ​ຕົກລົງ​ກ່ຽວ​ກັບ​ຂອບ ການ​ເຈລະຈາທາງ​ດ້ານ​ເສດຖະກິດ​ແລະ​ຂໍ້​ຕົກລົງ​ການ​ຄ້າ​ ພາຄີ​ຂ້າມ​ມະຫາ​ສະມຸດ ກໍ​ຈະ​ຮວມຢູ່​ໃນ​ເລື່ອງຕ່າງໆ ​ທີ່ຖືກ​ຍົກ​ຂຶ້ນມາ​ຫາລື​ກັນ. ທ່ານ​ທຣຳກ່າວ​ວ່າ ຄວາມ​ສຳພັນ​ໃນດ້ານ​ການ​ຄ້າ​ໃດໆ​ກໍ​ຕາມ ລະຫວ່າງ​ປະ​ເທດ​ທັງ​ສອງຈະ​ຕ້ອງ​ເປັນຄວາມ​ສຳພັນທີ່​ “​ເສ​ລີ ຍຸຕິ​ທຳແລະ​ຊີ້​ນ​ໄປ​ປາມາ.”

Trump Reassures Japan About US Commitment to Asia-Pacific
please wait

No media source currently available

0:00 0:02:28 0:00

ຍີ່ປຸ່ນ​ແມ່ນ​ມີ​ຄວາມ​ວິຕົກ​ກັງວົນກ່ຽວ​ກັບ​ຜົນ​ກະທົບ​ຈາກ​ການ​ຕັດສິນ​ໃຈ​ຂອງ​ທ່ານທຣຳທີ່​ໄດ້​ຖອນ​ໂຕ​ອອກ​ຈາກ​ຂໍ້​ຕົກລົງ​ການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະໝຸດ​ປາຊີ​ຟິກພ້ອມ​ທັງ​ຍຸດ​ທະ​ສາດ “ອາ​ເມຣິກາມາ​ກ່ອນ” ທີ່​ຈະ​ມີ​ຕໍ່​ເຂດ​ເອ​ເຊຍ.

ທ່ານ Abe ​ໄດ້​ສະ​ແດງ​ຄວາມ​ຫວັງ​ອອກ​ມາ ​ກ່ຽວ​ກັບ​ແຜນການ​ກະຕຸກ​ຊຸກຍູ້​ເສດຖະກິດ​ຮ່ວມທີ່​ອາດ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ຫລາຍໆ​ພັນ​ວຽກ ຢູ່​ໃນ​ສະຫະລັດ ​ໂດຍ​ຜ່ານ​ການ​ລົງທຶນ​ຂອງ​ພາກ​ເອກ​ກະ​ຊົນ​ແລະ​ຂອງ​ລັດຖະບານ ​ໃນ​ດ້ານ​ພື້ນຖານ​ໂຄງ​ລ່າງ.

ພວກ​ຜູ້ນຳ​ທັງ​ສອງ​ເລີ້ມການ​ເຈລະຈາ​ເປັນ​ເວລາ​ສອງ​ມື້ ທີ່​ທຳນຽບຂາວ​ໃນ​ຕອນເຊົ້າວັນ​ສຸກ​ວານ​ນີ້ ​ໂດຍ​ອຳນວຍ​ໃຫ້​ພວກ​ທ່ານ ​ມີ​ໂອກາດໄດ້​ເສີມ​ສ້າງ​ສົນທິສັນຍາ​ດ້ານ​ຄວາມ ​ໝັ້ນຄົງ​ທີ່​ມີ​ການຈັດຕັ້ງກັນ​ມາ​ດົນ​ນານ​ແລ້ວນັ້ນ ​ແລະ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳພັນ​ທາງ​ດ້ານ​ເສດຖະກິດ​ຂອງ​ພວກ​ທ່ານ.

ທ່ານ​ທຣຳ ພ້ອມ​ດ້ວຍ​ທ່ານ Abe ​ແລະ​ພັນ​ລະ​ຍາ​ຂອງ​ພວກ​ທ່ານ ໄດ້​ເດີນທາງ​ໄປເມືອງ Palm Beach ​ໃນ​ລັດ​ຟລໍຣິດາ ​ໃນ​ຕອນ​ບ່າຍ​ວັນ​ສຸກ​ວານ​ນີ້ ​ສຳລັບ​ວັນສຸດ​ສັບປະດາ​ທີ່ ​ບ້ານ​ພັກ Mar-a-Lago ຂອງ​ທ່ານ​ທຣຳ.

US, Japan Leaders Depart for Florida
please wait

No media source currently available

0:00 0:01:46 0:00

ການ​ພົບ​ປະສຸ​ດຍອດ​ເປັນ​ເວລາ​ສອງ​ມື້ດັ່ງກ່າວ​ເປັນ​ຊ່ວງ​ເວລາ​ທີ່​ທ່ານ​ທຣຳ​ໄດ້​ພົບປະ​ກັບ​ຜູ້ນຳ​ຕ່າງປະ​ເທດ​ດົນ​ທີ່​ສຸດ ນັບ​ຕັ້ງ​ແຕ່​ທ່ານ​ ໄດ້​ເຂົ້າຮັບ​ຕຳ​ແໜ່​ງ​ ເປັນປະທານາທິບໍດີ​ແຕ່​ວັນ​ທີ 20 ມັງກອນ​ເປັນຕົ້ນມາ. ນີ້​ແມ່ນ​ການ​ພົບ​ປະ​ແບບເຊິ່ງໜ້າຄັ້ງທີສອງ​ຂອງ​ທ່ານ​ທຣຳ ກັບ​ພັນທະ​ມິດ​ທີ່​ສຳຄັນ​ຂອງ​ສະຫະລັດ ຫລັງຈາກ​ທ່ານໄດ້​ພົບ​ປະ​ ກັບ​ນາຍົກລັດຖະມົນຕີ Theresa May ​ແຫ່ງ​ອັງກິດ ທີ່​ນະຄອນຫຼວງວໍ​ຊິງ​ຕັນ​ເມື່ອ​ສອງ​ອາທິດ​ກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG