ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທ​ຣຳ ຈັດ​ການ​ເຈ​ລະ​ຈາ ກັບ ​ລັດ​ຖະ​ມົນ​ຕີ ຕ່າງ​ປະ​ເທດ ອີ​ຈິບ ເອ​ທິ​ໂອ​ເປຍ ແລະ ຊູ​ດານ


ເຂື່ອນ​ໃຫຍ່​ເພື່ອ​ການ​ຟື້ນ​ຟູ ເອ​ທິ​ໂອ​ເປຍ ກຳ​ລັງ​ຢູ່​ໃນ​ການ​ກໍ່​ສ້າງ ຢູ່​ແມ່​ນ້ຳ ໄນ​ລ໌, ໃນ​ເມືອງ ກູ​ບາ, ພາກ​ພື້ນ ເບ​ນິ​ສ​ຊານ​ກູ​ລ ກູ​ມັ​ສ. 26 ກັນ​ຍາ, 2019.
ເຂື່ອນ​ໃຫຍ່​ເພື່ອ​ການ​ຟື້ນ​ຟູ ເອ​ທິ​ໂອ​ເປຍ ກຳ​ລັງ​ຢູ່​ໃນ​ການ​ກໍ່​ສ້າງ ຢູ່​ແມ່​ນ້ຳ ໄນ​ລ໌, ໃນ​ເມືອງ ກູ​ບາ, ພາກ​ພື້ນ ເບ​ນິ​ສ​ຊານ​ກູ​ລ ກູ​ມັ​ສ. 26 ກັນ​ຍາ, 2019.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຈິບ, ເອ​ທິ​ໂອ​ເປຍ ແລະ ຊູ​ດານ ໄດ້​ພົບ​ປະ​ກັນ​ໃນ​ວັນ​ພຸດ​ວານນີ້ ທີ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ທ່ານ ສ​ຕີ​ຟ ມະ​ນູ​ຊິນ ເພື່ອ​ປຶກ​ສາ​ຫາ​ລື ເຂື່ອນໃຫຍ່​ເພື່​ອການ​ຟື້ນ​ຟູ ເອ​ທິ​ໂອ​ເປຍ ຫຼື GERD ຢູ່​ແມ່​ນ້ຳ​ໄນ​ລ໌​ຂອງ ເອ​ທິ​ໂອ​ເປຍ.

ໃນ​ຖະ​ແຫຼງ​ການ​ຮ່ວມ​ທີ່​ໄດ້​ປະ​ກາດຫຼັງ​ຈາ​ກກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ ທ່ານ ຊາ​ເມ​ ຮາ​ສ​ຊານ ຊູ​ຄ​ຣີ ຈາກ ອີ​ຈິບ, ທ່ານ ເກ​ດູ ອັນ​ດ​າ​ກາ​ຈິວ ຈາກ ເອ​ທິ​ໂອ​ເປຍ ແລະ ທ່າ​ນ ແອັ​ສ​ມາ ໂມ​ຮາ​ເມັດ ຈາກ ຊູ​ດານ ໄດ້​ກ່າວ​ຢໍ້​າ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ແມ່​ນ້ຳ ​ໄນ​ລ໌ ຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​ໃນ​ປະ​ເທດ​ຂອງ​ພວກ​ເພິ່ນ ແລະ “ໄດ້​ຢືນ​ຢັນອີກ​ຄັ້ງ​ນຶ່ງ​ຕໍ່​ຄວາມ​ມຸ່ງ​ໝັ້ນ​ຮ່ວມ​ກັນ​ຂອງ​ພວກ​ເພິ່ນ ເພື່ອ​ບັນ​ລຸ​ຂໍ​ຕົກ​ລົງ​ທີ່​ຮອບ​ດ້ານ, ມີການ​ຮ່ວມ​ມື, ການ​ປັບ​ຕົວ, ຄວາມ​ໝັ້ນ​ຄົງ ແລະ ເປັນ​ປະ​ໂຫຍດ​ໃຫ້​ກັນ​ແລະ​ກັນ ກ່ຽວ​ກັບ ການ​ເຮັດ​ວຽກ ແລະ ການ​ປະ​ຕິ​ບັດ​ງານ​ເຂື່ອນ GERD.

ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ຂະ​ໜາດ​ໃຫຍ່​ດັ່ງ​ກ່າວ ໄດ້​ເປັນ​ຈຸດ​ສົນ​ໃຈ​ຂອງ​ຄວາມ​ຂັດ​ແຍ້ງ​ທີ່​ເພີ່ມ​ຂຶ້ນ​ລະ​ຫວ່າງ​ລັດ​ຖະ​ບານ ອາ​ດິ​ສ ອາ​ບາ​ບາ ກັບ ລັດ​ຖະ​ບານ ໄຄ​ໂຣ ກ່ຽວ​ກັບ ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ.

ກອງ​ປະ​ຊຸມ​ທີ່​ໄດ້​ບໍ່​ໄດ້​ຖືກ​ປະ​ກາດ ແມ່ນບໍ່​ໄດ້​ຢູ່​ໃນ​ຕາ​ຕະ​ລາງ​ລັດ​ຖະ​ການ​ຂອງ​ທ່ານ ທ​ຣຳ ແລະ ທຳ​ນຽບ​ຂາວກໍບໍ່​ໄດ້​ຕອບ​ຕໍ່​ການ​ຂໍ​ໃຫ້​ອະ​ທິ​ບາຍ​ຂອງ ວີ​ໂອ​ເອ ກ່ອນ​ໜ້ານີ້.

ການ​ປະ​ຊຸມ​ດັ່​ງ​ກ່າວ, ທີ່​ຢູ່​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ ມະ​ນູ​ຊິນ ແລະ ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ທານ​ກຸ່ມ​ທະ​ນາ​ຄານ​ໂລກ ທ່ານ ເດ​ວິດ ມາ​ລ​ປາ​ສ ນັ້ນ, ໄດ້​ມີ​ຂຶ້ນ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຈິບ ທ່ານ ອັບ​ແດ​ລ ຟັດ​ທາ ແອ​ລ ຊິ​ສ​ຊີ ໄດ້​ຂໍ​ໃຫ້​ທ່ານ ທ​ຣຳ ເປັນ​ຜູ້​ໄກ່​ເກ່ຍ​ຄວາມ​ຂັດ​ແຍ້ງ ກ່ຽວ​ກັບ ເຂື່ອນດັ່ງ​ກ່າວ.

ທັງ​ສາມ​ປະ​ເທດ​ທີ່​ວ່ານັ້ນ ແມ່​ນ​ມີ​ຄວາມ​ສຳ​ຄັນ​ຢ່າງຫຼວງຫຼ​າຍ​ຕໍ່​ຜົ​ນ​ປະ​ໂຫຍດ​ຂອງ ສະ​ຫະ​ລັດ, ແລະ ຄວາມ​ພະ​ຍາ​ຍາມ​ຂອ​ງ​ລັດ​ຖະ​ບານ​ທ່ານ​ ທ​ຣຳ ທີ່​ຈະ​ຈັດ​ການ​ເຈ​ລະ​ຈາ ກ່ຽວ​ກັບ ເຂື່ອນ​ບໍ່​ໄດ້​ແມ່ນ​ເລື່ອງ​ທີ່​ປະຫຼ​າດ​ໃຈ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ບ​ຣ​ອນ​ວິນ ບ​ຣູ​ຕັນ, ຜູ້​ອຳ​ນວຍ​ການ​ໂຄງ​ການ ແລະ ການ​ສຶກ​ສາ​ທີ່​ສູນ​ກາງ ອາ​ຟ​ຣິ​ກາ ຂອງ ສະ​ພາ​ແອັດ​ແລນ​ຕິກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG