ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ສະເໜີວ່າ ຈະອະໄພໂທດ ໃຫ້ຕຳຫຼວດເມືອງ ອາຣິໂຊນາ ທ່ານ Joe Arpaio


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເດີນທາງຮອດ
ບ່ອນຊຸມນຸມແບບໂຄສະນາຫາສຽງໃນນະຄອນ ຟີນິກສ, ລັດ ອາຣິໂຊນາ. 22 ສິງຫາ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເດີນທາງຮອດ ບ່ອນຊຸມນຸມແບບໂຄສະນາຫາສຽງໃນນະຄອນ ຟີນິກສ, ລັດ ອາຣິໂຊນາ. 22 ສິງຫາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ທຳການບົ່ງຊີ້ເຖິງສິ່ງທີ່ມີຄວາມເຂັ້ມ
ແຂງທີ່ສຸດ ໃນການຊຸມນຸມຮູບແບບການໂຄສະນາຫາສຽງໃນລັດ ອາຣິໂຊນາ ໃນຕອນ
ແລງຂອງວັນອັງຄານວານນີ້ ທ່ານຈະໃຫ້ອະໄພໂທດແກ່ອະດີດຕຳຫຼວດເມືອງ
Maricopa ທ່ານ Joe Arpaio, ຜູ້ທີ່ເຄັ່ງຄັດເລື່ອງຄົນເຂົ້າເມືອງ ທີ່ໄດ້ຖືກຕັດສິນໂທດ
ວ່າມີຄວາມຜິດຖານໜິ່ນປະໝາດສານ ທີ່ບໍ່ເອົາຫົວຊາຕໍ່ຄຳສັ່ງສານ ເພື່ອໂຈະການ
ກວດກາຄົນເຂົ້າເມືອງເມື່ອບໍ່ດົນມານີ້.

ທ່ານ ທຣຳ ໄດ້ກ່າວຕໍ່ພວກຜູ້ສະໜັບສະໜູນວ່າ “ໜ້າທີ່ໆມີຄວາມສັກສິດທີ່ສຸດຂອງລັດ
ຖະບານ ແມ່ນເພື່ອປົກປ້ອງຊີວິດຂອງປະຊາຊົນ ແລະ ນັ້ນກໍລວມມີການຮັກສາເຂດ
ຊາຍແດນຂອງພວກເຮົາ ແລະ ບັງຄັບໃຊ້ກົດໝາຍຄົນເຂົ້າເມືອງຂອງພວກເຮົາ.”

ທ່ານກ່າວວ່າ “ມີຄົນຢູ່ໃນຫ້ອງນີ້ມັກຕຳຫຼວດ Joe Arpaio ບໍ່? ສະນັ້ນຕຳຫຼວດ Joe
ຈຶ່ງຄວນຖືກຕັດສິນລົງໂທດສຳລັບວຽກການຂອງລາວບໍ? ລາວຄວນມີທະນາຍຄວາມ,
ແຕ່ພວກທ່ານຮູ້ບໍ, ຂ້າພະເຈົ້າຈະເດົາເບິ່ງ, ຂ້າພະເຈົ້າຄິດວ່າລາວຈະບໍ່ເປັນຫຍັງ,ໂອ
ເຄ? ແຕ່ຂ້າພະເຈົ້າຈະບໍ່ເຮັດຫຍັງໃນຄືນນີ້, ເພາະວ່າຂ້າພະເຈົ້າບໍ່ຢາກສ້າງບັນຫາ,
ຕົກລົງບໍ່? ແຕ່ຕຳຫຼວດ Joe ກໍສາມາດຮູ້ສຶກດີໃຈໄດ້.”

ກ່ອນການຈັດງານທາງການເມືອງ ໃນເມືອງຫຼວງຂອງລັດນັ້ນ, ທ່ານປະທານາທິບໍດີ
ໄດ້ເດີນທາງໄປຖານທັບນາວິກະໂຍທິນ ໃນເມືອງ Yuma ຕັ້ງຢູ່ຕາມເຂດຊາຍແດນ
ສະຫະລັດ ກັບ ເມັກຊິໂກ. ຢູ່ຖານທັບຫຼັກຂອງການປະຕິບັດການ ສຳລັບການກວດ
ກາເຂດຊາຍແດນ ສະຫະລັດ ຂອງເຂດເມືອງ Yuma ນັ້ນ, ທ່ານ ທຣຳ ໄດ້ໄປກວດ
ກາເຮືອບິນລາດຕະເວນ ລວມມີ ເຮືອບິນບໍ່ມີຄົນຂັບ ແລະ ເຮລິຄັອບເຕີ.

ການຢຸດແວ່ແມ່ນມີເຈຕະນາທີ່ຈະເຮັດໃຫ້ທ່ານ ທຣຳ ສາມາດ “ປະເມີນຜົນຂອງການ
ປະຕິບັດການກວດກາເຂດຊາຍແດນ, ທົບທວນນະໂຍບາຍ, ແລະ ກຳລັງໃຈຂອງເຈົ້າ
ໜ້າທີ່ ເພື່ອກະກຽມໃສ່ປີງົບປະມານ 2018.” ອີງຕາມການກ່າວຂອງເຈົ້າໜ້າທີ່ລັດຖະ
ບານຄົນໜຶ່ງຕໍ່ບັນດານັກຂ່າວ ກ່ອນການຢ້ຽມຢາມໄດ້ເລີ່ມຂຶ້ນ. ພ້ອມກັນນັ້ນ, ທ່ານ
ທຣຳ ກໍໄດ້ປຶກສາຫາລື ກ່ຽວກັບ “ຄວາມພະຍາຍາມທາງນິຕິ ບັນຍັດ ເພື່ອສະໜັບສະ
ໜູນການກວດກາເຂດຊາຍແດນໃນອະນາຄົດ, ເຊັ່ນກົດໝາຍ Kate, ກົດໝາຍຫ້າມ
ສະຖານທີ່ລີ້ໄພສຳລັບພວກອາຊະຍາກອນ, ກຳແພງຕາມເຂດຊາຍແດນ, ແລະ ການ
ສະໜອງທຶນສຳລັບ ການບັງຄັບໃຊ້ກົດໝາຍຄົນເຂົ້າເມືອງ ແລະ ພາສີ ແລະ ເຈົ້າໜ້າ
ທີ່ກວດກາເຂດຊາຍແດນ.”

ທ່ານ ທຣຳ ໄດ້ກ່າວໃນລະຫວ່າງການຊຸມນຸມຄືນວານນີ້ວ່າ “ພວກທ່ານໄດ້ເຫັນມັນ
ແລ້ວ, ພວກທ່ານໄດ້ຍິນມັນແລ້ວ ແລະ ພວກທ່ານກໍໄດ້ເລືອກເອົາຂ້າພະເຈົ້າ ເພື່ອມາ
ເຮັດໃຫ້ມັນຢຸດ. ພວກເຮົາກຳລັງເຮັດວຽກທີ່ພິເສດໃນການເຮັດໃຫ້ມັນຢຸດ. ຂ້າພະເຈົ້າ
ສາມາດບອກທ່ານໄດ້.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ການບໍ່ມີການຄວບຄຸມຄົນເຂົ້າເມືອງເປັນເວລາຫຼາຍປີ ໄດ້
ສ້າງຄວາມກົດດັນຢ່າງຫຼວງຫຼາຍ ຕໍ່ຄ່າຈ້າງຂອງຄອບຄົວຜູ້ອອກແຮງງານ ແລະ ພວກ
ເຂົາໄດ້ສ້າງພາລະອັນໜັກໜ່ວງ ໃນໂຮງຮຽນທ້ອງຖິ່ນ ແລະ ໂຮງໝໍແຫ່ງຕ່າງໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Hints at Amnesty for Former Arizona Sheriff Joe Arpaio
please wait

No media source currently available

0:00 0:01:47 0:00

XS
SM
MD
LG