ທຳນຽບຂາວ ກ່າວວ່າ ປະທານາທີບໍດີສະຫະລັດ ທ່ານດໍໂນລ ທຣຳ ກຳລັງພິຈາລະນາ
ທີ່ຈະໂຈມຕີຊີເຣຍ ດ້ວຍລູກສອນໄຟ ໃນຖານະທີ່ເປັນນຶ່ງໃນທາງເລືອກ ເພື່ອຕອບໂຕ້
ຄືນຕໍ່ການໂຈມຕີ ດ້ວຍສານພິດເຄມີ ທີ່ມີການກ່າວຫາວ່າ ທະຫານລັດຖະບານຊີເຣຍ
ເປັນຜູ້ກະທຳນັ້ນ.
ເຈົ້າໜ້າທີ່ ແລະພວກນັກວິເຄາະ ໃນວໍຊີງຕັນ ກ່າວວ່າ ການໂຕ້ຕອບທາງທະຫານທີ່
ຮ້າຍແຮງພາຍໃຕ້ການນຳພາຂອງສະຫະລັດດັ່ງກ່າວຄາດວ່າຈະມີຂຶ້ນພາຍໃນສອງ
ສາມມື້ຂ້າງໜ້ານີ້.
“ພຽງແຕ່ ເພິ່ນເຮັດຢ່າງນຶ່ງ ບໍ່ໄດ້ໝາຍຄວາມວ່າ ເພິ່ນຈະບໍ່ສາມາດ ເອົາມາດຕະການ
ຢ່າງອື່ນໄດ້” ນັ້ນຄືຄຳເວົ້າ ຂອງທ່ານນາງຊາຣາ ຮັກກາບີ ແຊນເດີສ໌ ໂຄສົກຂອງທຳນຽບ
ຂາວ ໄດ້ບອກກັບພວກນັກຂ່າວ ໃນຕອນບ່າຍວັນພຸດວານນີ້ ແລະທ່ານນາງຍັງກ່າວຍ້ຳ
ອີກວ່າ “ທາງເລືອກທຸກຢ່າງແມ່ນຢູ່ເທິງໂຕະແລ້ວ.”
ທ່ານຈິມ ແມັຕຕິສ ລັດຖະມົນຕີກະຊວງປ້ອງກັນປະເທດ ແມ່ນໄດ້ໄປທຳນຽບຂາວໃນ
ວັນ ພຸດວານນີ້ ໃນຂະນະທີ່ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ເປີດປະຊຸມຄະນະທີ່ປຶກ
ສາດ້ານແຫ່ງຊາດຂອງປະທານາທິບໍດີເພື່ອໄຕ່ຕອງວິເຄາະເບິ່ງການໃຊ້ກຳລັງເທື່ອຫຼ້າ
ສຸດຕໍ່ປະທາ ນາທິບໍດີບາຊາ ອາລ ອາຊາດ.
ທ່ານແມັຕຕິສ, ກ່ອນໜ້ານີ້, ໄດ້ກ່າວວ່າ ໃນຂະນະທີ່ຂ່າວກອງກ່ຽວກັບການໂຈມຕີ
ຢູ່ຊີເຣຍກຳລັງມີການຊັ່ງຊາຢູ່ນັ້ນ “ພວກເຮົາແມ່ນພ້ອມແລ້ວທີ່ຈະສະໜອງທາງເລືອກດ້ານທະຫານຖ້າຫາກວ່າ ເປັນການເໝາະສົມຕາມທີ່ປະທານາທິບໍດີໄດ້
ຕັດສິນໃຈ.”
ຫຼັງຈາກເອກອັກຄະລັດຖະທູດຣັດເຊຍ ປະຈຳເລບານອນ ໄດ້ກ່າວວ່າ ກອງກຳລັງ
ຣັດເຊຍ ຈະຍິງທຳລາຍ ລູກສອນໄຟໃດໆກໍຕາມ ທີ່ຍິງໃສ່ຊີເຣຍ, ທ່ານທຣຳ ໄດ້ຂຽນ
ລົງໃນທວິດເຕີວ່າ “ຣັດເຊຍຄວນຈະຕຽມພ້ອມ ເພາະວ່າ ຈະມີການຍິງໄປແທ້ໆ.”
“ເຈົ້າບໍ່ຄວນເປັນພາຄີກັບພວກທີ່ສັງຫານຜູ້ຄົນດ້ວຍແກັສແບບສັດເດຍລະສານ
ທີ່ຂ້າຄົນຂອງຕົນ ແລະມ່ວນໄປກັບມັນ!” ນັ້ນຄືຄຳເວົ້າທີ່ທ່ານທຣຳໄດ້ຂຽນລົງ
ໃນທວີດເຕີ.
ໃນຂະນະດຽວກັນນັ້ນ ນາຍົກລັດຖະມົນຕີອັງກິດ ທ່ານນາງ ເທຣີຊາ ເມ ກໍຄາດວ່າ
ຈະເປີດປະຊຸມຄະນະລັດຖະບານສຸກເສີນ ໃນວັນພະຫັດມື້ນີ້ ເພື່ອປຶກສາຫາລືກ່ຽວ
ກັບບົດບາດຂອງອັງກິດ ໃນການຕອບໂຕ້ຕໍ່ສະຖານະການໃນຊີເຣຍ.
ວັງເຄຣັມລິນ ໄດ້ຮຽກຮ້ອງໃຫ້ທຸກພັກຝ່າຍ ທີ່ມີສ່ວນພົວພັນໃນຊີເຣຍ ໃຫ້ລະເວັ້ນຈາກ
ການເອົາບາດກ້າວໃດໆ ທີ່ອາດຈະສ້າງຄວາມບໍ່ທຸ່ນທ່ຽງໃຫ້ແກ່ຂົງເຂດດັ່ງກ່າວ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ