ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ສາບານໂຕ ຮັບຕຳແໜ່ງ ປະທານາທິບໍດີ ຄົນທີ 45 ສຫລ ມື້ນີ້


ຮອງປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Mike Pence ແລະພັນລະຍາ ທ່ານນາງ Karen ຕົບມື ໃນຂະນະທີ່ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Donald Trump ແລະພັນລະຍາ ທ່ານນາງ Melania ໄປຮອດ ງານລ້ຽງຮັບປະທານອາຫານຄ່ຳ ແລະຕ້ອນຮັບ ກັບພວກສະໜັບສະໜຸນ. (19 ມັງກອນ 2017)​
ຮອງປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Mike Pence ແລະພັນລະຍາ ທ່ານນາງ Karen ຕົບມື ໃນຂະນະທີ່ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Donald Trump ແລະພັນລະຍາ ທ່ານນາງ Melania ໄປຮອດ ງານລ້ຽງຮັບປະທານອາຫານຄ່ຳ ແລະຕ້ອນຮັບ ກັບພວກສະໜັບສະໜຸນ. (19 ມັງກອນ 2017)​

ມະຫາ​ເສດຖີ​ພັນ​ລ້ານ ທ່ານ​ດໍ​ໂນ​ລ ທຣຳ ຈະ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ປະທານາທິ ບໍດີ ຄົນທີ 45 ຂອງ​ສະຫະລັດ ​ໃນ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຂ້າງ​ໜ້ານີ້.

​ໃນ​ຕອນ​ແລງ​ກ່ອນ​ພິທີ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງນັ້ນ ທ່ານ​ທຣຳໄດ້​ທຳນາຍ​ວ່າ​ປະ​ເທດ​ຊາດ​ຈະ​ໄດ້​ເຫັນ “​ບາງ​ສິ່ງ​ທີ່ໜ້າ​ອັດສະຈັນ​ຫຼາຍ” ​ເວລາ​ທ່ານ​ສາບານໂຕ​ເຂົ້າຮັບ​ຕຳ​ແໜ່​ງ.

ທ່ານ​ທຣຳໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ເຮັດ​ວຽກ​ຢ່າງ​ບໍ່​ຮູ້​ອິດ​ເໝື່ອຍ ສ້າງ​ຄວາ​ມ​ປຸ້ມລຸ​ມສາມັກ ຄີ​ໃຫ້​ແກ່​ປ​ະ​ເທດ​ຊາດ ​ແລະ “​ເຮັດ​ໃຫ້​ອາ​ເມຣິກາ​ຍິ່ງ​ໃຫຍ່​ສຳລັບ​ທຸກໆ​ຄົນ.”

Trump speaks at inaugural concert, says things are going to change
please wait

No media source currently available

0:00 0:01:04 0:00

ຫລັງ​ຈາກ​ໄດ້​ເຂົ້າຊົມ​ຄອນ​ເຊີດ ​ທີ່​ບໍລິ​ເວນ​ຂັ້ນໄດ ​ຂອງ​ອະນຸສາວະລີ​ລິນ​ຄອນ​ທີ່​ນະຄອນ​ຫລວງ​ວໍ​ຊິງ​ຕັນ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້​ແລ້ວ ທ່ານ​ທຣຳກ່າວ​ວ່າ ​ທີ່​ຈິງ​ແລ້ວ ທ່ານ ​ບໍ່ໄດ້​ສົນ​ໃຈ​ວ່າ ​ອາກາດ​ຈະ​ດີ​ຫຼືຝົນ​ຈະ​ຕົກ ​ໂດຍ​ກ່າວ​ຕໍ່​ຫລາຍໆ​ພັນ​ຄົນ​ວ່າ ​ໂລກ​ທັງ​ໂລກ​ກຳລັງ​ຈ້ອງ​ມາ​ເບິ່ງ​ວ່າ ​ແມ່ນ​ຫຍັງ​ພວມ​ເກີດ​ຂຶ້ນຢູ່​ໃນ​ສະຫະລັດ.

ມີ​ການ​ພະຍາກອນ​ວ່າ ຈະ​ມີ​ຝົນຕົກ​ເລັກ​ນ້ອຍ ​ແລະ​ກໍອາກາດ​ໜາວ​ເຢັນ ​ໃນ​ວັນ​ສາບານ ​ໂຕເຂົ້າຮັບ​ຕຳ​ແໜ່​ງຂອງ​ທ່ານ​ທຣຳໃນມື້ນີ້.

ຄວາມ​ຮູ້ສຶກ​ກໍ “​ເຢັນໆ” ​ເຊັ່ນ​ດຽວ​ກັນ ​ໃນ​ຄືນ​ວັນ​ພະຫັດ​ວານ​ນີ້​ໃນ​ຂະນະ​ທີ່​ພວກ​ເດີນ​ຂະ​ບວນຕໍ່ຕ້ານ​ທ່ານ​ທຣຳ ທີ່​ສົ່ງ​ສຽງ​ດັງ ​ໄດ້​ປະ​ທະ​ກັບ​ຕຳ​ຫຼວດ ຢູ່​ນອກ​ສະ​ໂມສອນ​ນັກ​ຂ່າວ​ແຫ່ງ​ຊາດທີ່​ນະຄອນຫຼວງວໍ​ຊິງ​ຕັນ.​ ຢູ່​ຂ້າງ​ໃນ​ແມ່ນ​ງານ​ດື່ມ​ສັງ​ສັນທີ່​ເອີ້ນວ່າ “Deplora- ball” ພວມ​ດຳ​ເນີນ​ໄປ​ຢູ່.

ເບິ່ງວີດີໂອ ທ່ານ Pence ກ່າວຂອບໃຈ ທ່ານໂອບາມາ ແລະທ່ານໄບເດັນ

Vice President-elect Mike Pence Thanks Obama for Smooth Transition
please wait

No media source currently available

0:00 0:00:30 0:00

ພວກ​ປະ​ທ້ວງ​ ພາກັນ​ຮ້ອງ​ຂຶ້ນວ່າ “ບໍ່​ມີ​ທຣຳ ບໍ່​ມີ​ຟາ​ຊິ​ສ ຢູ​ເອສ​ເອ” ​ໃນ​ຂະນະ​ທີ່ຕຳຫຼວດ ຂັດ ຂວາງ​ບໍ່​ໃຫ້​ພວກ​ເຂົາເຈົ້າບໍ່ໃຫ້ເຂົ້າ​ໄປ​ໃກ້​ອາຄານ​ດັ່ງກ່າວ.

ພວກ​ປະ​ທ້ວງ​ບາງ​ຄົນ​ໄດ້​ພາກັນ​ແກວ່ງ​ສິ່ງ​ຂອງ​ເຂົ້າ​ໃສ່​ຕຳຫຼວດ. ມີ​ການ​ຈູດ​ໄຟ​ຂຶ້ນຢູ່ໃນ​ຫົນທາງຢ່າງ​ໜ້ອຍ​ນຶ່ງ​ບ່ອນ. ​ເຈົ້າໜ້າ​ທີ່​ໄດ້​ນຳ​ໃຊ້​ການ​ສີດ​ສານ​ເຄມີ​ເຂົ້າໃສ່​ຝູງ​ຊົນ.

ທ່ານ Sean Spicer ຊຶ່ງ​ຈະ​ເປັນ​ເລຂາ​ດ້ານ​ການ​ຂ່າວ​ຂອງ​ທ່ານ​ທຣຳ ກ່າວ​ວ່າ ປະທານາ ທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ຍັງ​ສືບ​ຕໍ່​ທຳ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ຄຳ​ປາ​ໄສ​ທີ່​ທ່ານ​ຈະ​ກ່າວ​ຢູ່​ບໍລິ​ເວນ​ຂັ້ນໄດ​ຕຶກ​ລັດຖະສະພາ ​ໃນ​ຕອນ​ທ່ຽງ​ວັນ​ສຸກ​ມື້ນີ້. ທ່ານ Spicer ​ເວົ້າວ່າ “ຄຳ​ປາ​ໄສ ​ນີ້ຈະ​ເປັນວິ​ໄສ​ທັດ​ສ່ວນ​ຕົວ​ແທ້ໆ​ຂອງ ທ່ານ​ສຳລັບ​ອາ​ເ​ມຣິກາ.”

Trump Transition
please wait
Embed

No media source currently available

0:00 0:01:46 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG