ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ເດີນທາງໄປຢ້ຽມ ເຂດຊາຍແດນ ສຫລ ຕິດກັບ ເມັກຊິໂກ ເພື່ອກວດກາເບິ່ງ ກຳແພງ ທີ່ໄດ້ຖືກປ່ຽນໃໝ່


ປະທານາທິບໍດີ ສຫລ ທ່ານ ດໍໂນລ ທຣຳ ເຂົ້າຮ່ວມໃນການປຶກສາຫາລື ແບບໂຕະມົນ ກ່ຽວກັບເລື້ອງຄົນເຂົ້າເມືອງ ແລະຄວາມປອດໄພຢູ່ຊາຍແດນ ທີ່ ປ້ອມ​ຕຳ​ຫຼວດ​ລາດ​ຕະ​ເວນ​ຊາຍ​ແດນ ​ກາ​​ເລັກ​ຊີໂກ ກ່ອນໜ້າການໄປຢ້ຽມ ເຂດຊາຍແດນລະຫວ່າງ ສະຫະລັດ ກັບ ເມັກຊິໂກ ທີເມືອງກາ​​ເລັກ​ຊີໂກ ຂອງລັດຄາລີຟໍເນຍ ວັນທີ 5 ເມສາ 2019.
ປະທານາທິບໍດີ ສຫລ ທ່ານ ດໍໂນລ ທຣຳ ເຂົ້າຮ່ວມໃນການປຶກສາຫາລື ແບບໂຕະມົນ ກ່ຽວກັບເລື້ອງຄົນເຂົ້າເມືອງ ແລະຄວາມປອດໄພຢູ່ຊາຍແດນ ທີ່ ປ້ອມ​ຕຳ​ຫຼວດ​ລາດ​ຕະ​ເວນ​ຊາຍ​ແດນ ​ກາ​​ເລັກ​ຊີໂກ ກ່ອນໜ້າການໄປຢ້ຽມ ເຂດຊາຍແດນລະຫວ່າງ ສະຫະລັດ ກັບ ເມັກຊິໂກ ທີເມືອງກາ​​ເລັກ​ຊີໂກ ຂອງລັດຄາລີຟໍເນຍ ວັນທີ 5 ເມສາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ໄປ​ຢ້ຽມ​ປ້ອມ​ຕຳ​ຫຼວດ​ລາດ​ຕະ​ເວນ
​ຊາຍ​ແດນ ​ກາເລັກ​ຊີໂກ ຊຶ່ງ​ເປັນ​ດ່ານ​ຂ້າມ​ຊາຍ​ແດນ ລະ​ຫວ່າງ​ ສະ​ຫະ​ລັດ​ກັບເມັກ​ຊິ​ໂກ.

ຢູ່​ໃນ​ຫ້ອງທີ່​ເຕັມ​ໄປ​ດ້ວຍ​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ຊາຍ​ແດນ ສະ​ມາ​ຊິກ​ລັດ​ຖະ​ສະພາ
ແລະ​ພວກ​ເຈົ້າ​ໜ້າ​ທີ່ ​ໃນ​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ ປ​ະ​ທາ​ນາ​ທິ​ບໍ​ດີ ​ທ​ຣຳ​ ໄດ້​ກ່າວ
​ຊົມ​ເຊີຍ​ຄວາມ​ກ້າວ​ໜ້າ ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ຄົນ​ເຂົ້າ​ມາ​ໃນ ​ສະ​ຫະ​ລັດ ໂດຍ​ກຳ​ແພງ
​ຊາຍ​ແດນ​ຢູ່​ໃນ​ເຂດ​ດັ່ງ​ກ່າວ.

ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ​ ກ່າວ​ເຖິງ​ລະ​ບົບ​ຄົນ​ເຂົ້າ​ເມືອງ​ຂອງ​ສະ​ຫະ​ລັດ ​ວ່າ “ລະ​ບົບແມ່ນ
​ເຕັມ​ແລ້ວ. ພວກ​ເຮົາ​ຕ້ອງ​ໄດ້​ເວົ້າ​ວ່າ ພວກ​ເຮົາ​ເສຍ​ໃຈ ‘ພວກ​ເຮົາ​ບໍ່​ສາມາດ​ຮັບ​ເອົາ​
ເຈົ້າ​ໄດ້’ ພ​ວກ​ເຮົາ​ຈະ​ສຶກ​ສາ​ເບິ່ງ ແລະ​ຈະ​ສຶກ​ສາ​ເບິ່ງ ເບິ່ງ​ຢ່າງເຂັ້ມ​ງວດ​ແທ້ໆ.”

ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ຕໍ່​ໄປ​ວ່​າ ຜູ້​ຄົນ​ຕ້ອງ​ການ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ຍ້ອນ​ນຶ່ງ​ໃນ​ສອງ
​ເຫດ​ຜົນ. ທ່ານ​ເວົ້າ​ວ່າ “ສ່ວນ​ນຶ່ງ​ກໍ​ແມ່ນ​ເປັນ​ຍ້ອນ​ຄວາມ​ຈິງ​ທີ່​ວ່າປະ​ເທດ​ຂອງ​ເຮົາ
ມີ​ເສດ​ຖະ​ກິດ​ດີ​ຫຼາຍ ແລະ​ອີກ​ສ່ວນ​ນຶ່ງນັ້ນ​ແມ່ນເປັນ​ແຜນ​ການ​ຫຼອກລວງ. ຜູ້​ຄົນ​
ຕ້ອງ​ການ​ເຂົ້າ​ມາ ແລະ​ພວກ​ເຂົາ​ເຈົ້າ​ ບໍ່​ຄວນ​ເຂົ້າ​ມາ. ມີ​ສະ​ມາ​ຊິກກຸ່ມ​ອັນ​ຕະ​ພານ
ກຸ່ມ​ອື່ນໆ​ອີກ​ຈຳ​ນວນ​ຫຼວງ​ຫຼາຍ.”

ຕຳຫຼວດລັດຖະບານກາງຂອງເມັກຊິໂກ ກຳລັງປ້ອງກັນກຳແພງຂັ້ນຊາຍແດນ ໃນລະຫວ່າງ ການເດີນທາງມາຢ້ຽມ ເຂດຊາຍແດນ ກາເລັກ​ຊີໂກ ໃນທີ່ລັດຄາລີຟໍເນຍ ຂອງປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ນັ້ນ, ຟາກເມືອງ ເມັກຊິຄາລີ ຂອງເມັກຊິໂກ, ວັນທີ 5 ເມສາ 2019.
ຕຳຫຼວດລັດຖະບານກາງຂອງເມັກຊິໂກ ກຳລັງປ້ອງກັນກຳແພງຂັ້ນຊາຍແດນ ໃນລະຫວ່າງ ການເດີນທາງມາຢ້ຽມ ເຂດຊາຍແດນ ກາເລັກ​ຊີໂກ ໃນທີ່ລັດຄາລີຟໍເນຍ ຂອງປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ນັ້ນ, ຟາກເມືອງ ເມັກຊິຄາລີ ຂອງເມັກຊິໂກ, ວັນທີ 5 ເມສາ 2019.

ນອກນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຍັງ​ໄດ້​ກ່າວ​ຢ້ຳ​ວ່າ ທ່ານ​ເຕັມ​ໃຈ​ທີ່​ຈະ​ປິດ​ຊາຍ​ແດນ ​ທີ່​
ຕິດ​ກັບ​ເມັກ​ຊິ​ໂກ ຖ້າ​ເມັກ​ຊິ​ໂກ​ຫາກ​ບໍ່​ທຳ​ການ​ຂັດ​ຂວາງ​ ພວກ​ຄົນ​ເຂົ້າ​ເມືອງ ຢູ່​ທີ່​ຊາຍ
​ແດນ​ດ້ານ​ໃຕ້​ຂອງ​ຕົນ. ທ່ານ​ກ່າວ​ວ່າ “ແຕ່​ເມັກ​ຊິ​ໂກ ໃນ​ໄລຍະ​ສີ່ມື້​ຜ່ານ​ມານີ້ ​ແມ່ນ​
ດຳ​ເນີນ​ການ ​ຫຼາຍ​ໄປ​ກວ່າ​ທີ່​ພວກ​ເຂົາ​ເຈົ້າ​ເຄີຍ​ໄດ້​ເຮັດມາ ຢູ່​ທີ່​ຊາຍ​ແດນ​ໃນ​ພາກ​
ໃຕ້​ຂອງ​ເຂົາ​ເຈົ້າ.”

ໃນ​ຕອນ​ເຊົ້າ​ວັນ​ສຸກວານນີ້ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ປະ​ຕິ​ເສດ​ວ່າ ທ່ານ​ບໍ່​ໄດ້​ປ່ຽນ​ໃຈ​
ກ່ຽວ​ກັບ​ການ​ປິດ​ຊາຍ​ແດນ​ທີ່​ຕິດ​ກັບ​ເມັກ​ຊິ​ໂກນຶ່ງມື້​ຫຼັງ​ຈາກ​ໃນ​ອັນ​ທີ່​ປາ​ກົດ​ວ່າ ເປັນ
​ການປ່ຽນ​ຄຳ​ເວົ້າ​ໃນ​ການ​ຂົ່ມ​ຂູ່ ຖ້າ​ເມັກ​ຊິ​ໂກ ​ຫາກ​ບໍ່​ດຳ​ເນີນ​ການ​ເພື່ອ​ຢັບ​ຢັ້ງ​ການ​ຫຼັ່ງ​
ໄຫຼ​ຂອງ​ພວກ​ຄົນ​ເຂົ້າ​ເມືອງ ແລະ​ຢາ​ເສບ​ຕິດທີ່ຜິດ​ກົດ​ໝາຍ ເຂົ້າ​ມາ​ໃນສະ​ຫະ​ລັດ.

ທ່ານ​ທ​ຣຳ​ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ກ່ອນ​ອອກ​ເດີນ​ທາງ​ຈາກ​ທຳ​ນຽບ​ຂາວ ໄປ​ຢ້ຽມ​ເຂດ
ຊາຍ​ແດນ​ທີ່​ຕິດ​ກັບ​ເມັກ​ຊິ​ໂກ ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ປ່ຽນ​ໃຈ​ເລີຍ. ​ຂ້າ​ພະ​ເຈົ້າ ອາດ​
ຈະ​ປິດ​ຊາຍ​ແດນ ໃນ​ເວ​ລາ​ໃດ​ເວ​ລາ​ນຶ່ງ.”

ໃນ​ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ​ຂອງ​ທ່ານທ​ຣຳນັ້ນ ຍັງ​ເປັນ​ທີ່​ຄາດ​ກັນ​ວ່າ​ທ່ານ​ຈະ​ປະ​
ກອບ​ສ່ວນ​ເຂົ້າ​ຮ່ວມ​ການ​ຫາ​ລື​ໂຕະ​ມົນ​ ກ່ຽວ​ກັບ​ເລື້ອງ​ພວກ​ຄົນ​ເຂົ້າ​ເມືອງ ​ແລະ​ຄວາມ
​ໝັ້ນ​ຄົງ​ຊາຍ​ແດນ ກ່ອນ​ຈະ​ໄປ​ຢ້ຽມ​ບາງ​ເຂດ ທີ່​ຫາ​ກໍ​ມີ​ການ​ສ້າງ​ຮົ້ວ​ເມື່ອ​ບໍ່​ດົນ​ມານີ້.
ລັດ​ຖະ​ບານ​ຂອງ​ທ່​ານ ​ໄດ້​ກ່າວ​ເຖິງ​ຮົ້ວ​ດັ່ງ​ກ່າວນີ້​ ວ່າ “ເປັນ​ພາກ​ສ່ວນ​ໃໝ່ຂອງ​ກຳ​
ແພງ​ຊາຍ​ແດນ​ທີ່ກໍ​ສຳ​ເລັດ​ເສັດ​ສິ້ນຕາມ​ທີ່ໄດ້​ສັນ​ຍາ​ໄວ້​.”

ຮົ້ວ​ທີ່​ເມືອງ​ກາ​ເລັກ​ຊີ​ໂກ ຊຶ່ງ​ໄດ້​ເລີ້ມ​ສ້າງ​ມາ​ແຕ່​ປີ 2009 ແລະ​ແລ້ວ​ສຳ​ເລັດ​ໃນ​ປີ​ກາຍນີ້
ເປັນ​ຮົ້ວ​ທີ່​ເຮັດ​ຂຶ້ນ​ແທນ​ຮົ້ວ​ເກົ່າທີ່​ໄດ້​ສ້າງ​ເມື່ອ​ຫຼາຍ​ທົດ​ສະ​ວັດ​ມາ​ແລ້ວ.

Trump at US-Mexico Border: 'System is Full'
please wait

No media source currently available

0:00 0:01:33 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG