ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ເດີນທາງໄປເຖິງປະເທດຍີປຸ່ນແລ້ວ ໃນການຢ້ຽມຢາມຢ່າງເປັນທາງການເປັນເວລາ 4 ມື້ ຊຶ່ງສ່ວນໃຫຍ່ແມ່ນຈະເນັ້ນໜັກໃສ່ເລື້ອງພິທີການແລະກິລາ ເຖິງແມ່ນເຈົ້າໜ້າທີ່ທຳນຽບຂາວທ່ານນຶ່ງສັນຍາວ່າ “ຈະມີເລື້ອງທີ່ເປັນແກ່ນສານຈຳນວນນຶ່ງປະກາດໃຫ້ຊາບ.”
ຈຸດເພັ່ງເລັງອັນນຶ່ງ ກໍແມ່ນໂອກາດໃນການສ້າງພາບພົດ ແທນທີ່ຈະແມ່ນການຕົກລົງກັນທີ່ອາດມີຂຶ້ນດ້ວຍຄວາມຕັ້ງໃຈ ໃນສ່ວນຂອງນາຍົກລັດຖະມົນຕີຍີປຸ່ນ ທ່ານຊິນໂຊ ອາເບະ ຜູ້ທີ່ໄດ້ພະຍາຍາມສ້າງຄວາມສຳພັນອັນໃກ້ຊິດກັບປະທານາທິບໍດີທຣຳ. ພວກຜູ້ນຳທັງສອງເຄີຍພົບປະແລະໂອ້ລົມກັນມາແລ້ວຫຼາຍກວ່າ 40 ເທື່ອ ຊຶ່ງແນ່ນອນແມ່ນ “ບໍ່ເຄີຍມີມາກ່ອນ” ອີງຕາມທຳນຽບຂາວ.
ທ່ານໂທໂມຮິໂກະ ທານິກູຊິ ສາສະດາຈານ ທີ່ມີຫາວິທະຍາໄລ ເກອີໂອະ ຊຶ່ງຜູ້ຂຽນຄຳປາໄສໃຫ້ແກ່ນາຍົກລັດຖະມົນຕີຍີ່ປຸ່ນ ຍັງມອງເຫັນວ່າ ນອກຈາກພິທີການຕ່າງໆໃນການຢ້ຽມຢາມແລ້ວກໍຈະມີເລື້ອງທີ່ເປັນແກ່ນສານສຳຄັນບາງຢ່າງຢູ່. ແຕ່ທ່ານທານິກູຊິ ຊີ້ໃຫ້ເຫັນວ່າ ທ່ານອາເບະແມ່ນຜູ້ນຳຕ່າງປະເທດພຽງຄົນດຽວເທົ່ານັ້ນ “ທີ່ທ່ານທຣຳສາມາດໂອ້ລົມນຳເປັນເວລາຫຼາຍຊົ່ວໂມງໂດຍບໍ່ຕ້ອງມີການກະກຽມລ່ວງໜ້າ ຊຶ່ງໃນຕົວຂອງມັນເອງແລ້ວແມ່ນມີຄຸນຄ່າທາງດ້ານຍຸດທະສາດ ສຳລັບການທູດຂອງຍີ່ປຸ່ນ.”
ເມື່ອວີໂອເອຖາມວ່າ ການຢ້ຽມຢາມດັ່ງກ່າວນີ້ຈະຍັງຜົນໃຫ້ມີການຮ່ວມມືກັນທີ່ເປັນຮູບປະທຳ ໃນດ້ານການຄ້າແລະການປ້ອງກັນປະເທດຫຼືບໍ່ ເຈົ້າໜ້າທີ່ອະວຸໂສຂອງສະຫະລັດທ່ານນຶ່ງ ຊີ້ໃຫ້ເຫັນໝາຍກຳນົດການ ໃນການຖະແຫຼງຂ່າວຮ່ວມກັນ ລະຫວ່າງທ່ານທຣຳແລະທ່ານອາເບະ ໃນມື້ວັນຈັນ ໂດຍກ່າວຕອບວ່າ “ພວກທ່ານມີການປະກາດບາງຢ່າງທີ່ໜ້າສົນໃຈ ກ່ຽວກັບຂອບເຂດຂອງຄວາມສຳພັນລະຫວ່າງສອງປະເທດ.”
ໃນການກ່າວຄຳປາໄສ ຕໍ່ພວກຜູ້ນຳທຸລະກິດຍີ່ປຸ່ນຫຼາຍສິບຄົນ ບໍ່ດົນຫຼັງຈາກທ່ານໄດ້ໄປເຖິງ ນະຄອນຫຼວງໂຕກຽວ ແລ້ວນັ້ນ ທ່ານທຣຳໄດ້ກ່າວຊົມເຊີຍ “ຄວາມສຳພັນທີ່ດີທີ່ສຸດ ໃນເວລານີ້ກັບປະເທດຍີ່ປຸ່ນ ແບບທີ່ພວກເຮົາບໍ່ເຄີຍມີມາກ່ອນ.” ທ່ານໄດ້ສະແດງຄວາມຫວັງອອກມາກ່ຽວກັບການຕົກລົງທາງດ້ານການຄ້າ ທີ່ “ຂ້ອນຂ້າງເປັນທຳແດ່ໜ້ອຍນຶ່ງ” ສຳລັບສະຫະລັດ ດີກວ່າສະຖານະການທີ່ເປັນຢູ່ໃນປັດຈຸບັນ ໃນເລື້ອງຄວາມສຳພັນທາງດ້ານການຄ້າ ຊຶ່ງປະ
ເທດຍີ່ປຸ່ນໄດ້ປຽບດຸນການຄ້າຢ່າງຫຼວງຫຼາຍນັ້ນ.