ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ເດີນທາງ ໄປຍັງ ນະຄອນຮາໂນ່ຍ ເພື່ອກອງປະຊຸມສຸດຍອດ ຄັ້ງທີ 2 ກັບ ທ. ກິມ


ປະທານາທິບໍດີ ດໍໂນລ ທຣຳ ຍ່າງໄປຂຶ້ນ ເຮືອບິນ ປະຈຳຕຳແໜ່ງ Air Force One ສຳລັບ ການເດີນທາງ ໄປຍັງຫວຽດນາມ ເພື່ອພົບປະກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົ່ງ ອຶນ, ວັນທີ 25 ກຸມພາ 2019, ຢູ່ທີ່ຖານທັບອາກາດຮ່ວມ ແອນດຣູສ, ໃນລັດແມຣີແລນ.
ປະທານາທິບໍດີ ດໍໂນລ ທຣຳ ຍ່າງໄປຂຶ້ນ ເຮືອບິນ ປະຈຳຕຳແໜ່ງ Air Force One ສຳລັບ ການເດີນທາງ ໄປຍັງຫວຽດນາມ ເພື່ອພົບປະກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົ່ງ ອຶນ, ວັນທີ 25 ກຸມພາ 2019, ຢູ່ທີ່ຖານທັບອາກາດຮ່ວມ ແອນດຣູສ, ໃນລັດແມຣີແລນ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ອອກເດີນທາງມຸ້ງໜ້າ ໄປຍັງນະຄອນ
ຫຼວງ ຮາໂນ່ຍ ໃນວັນຈັນວານນີ້ເພື່ອເຂົ້າ​ຮ່ວມກອງປະຊຸມສຸດຍອດ ຄັ້ງທີສອງ ກັບ ຜູ້ນຳ
ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໂດຍທີ່ທ່ານ​ໄດ້​ສະ​ແດງຄວາມຫວັງ ໄປ​ໃນ​ທຳ​ນອງ ທີ່ຈະ
ບັນລຸຂໍ້ຕົກລົງ ກ່ຽວກັບລາຍລະອຽດຕ່າງໆ ໃນການປະຕິຍານ ທີ່ຈະປົດອາວຸດນິວເ​ຄ​ລຍ
​ໂດຍ​ປະ​ເທດຂອງທ່ານ ນັ້ນ.

ທ່ານທຣຳ ໄດ້ກ່າວຢູ່ໃນທວີດເຕີ ວ່າ ​ຖ້າປາດສະຈາກການປົດອາວຸດນິວເຄລຍ ແລ້ວ
ເກົາຫຼີເໜືອ ຈະໄດ້ຢູ່​ໃນ “ສະພາບແບບດຽວກັນຄືເກົ່າ.” ແຕ່ທ່ານທຣຳ ໄດ້ຄາດຄະເນ
ວ່າ “ປະທານ ກິມ ຈະຕັດສິນໃຈດ້ວຍຄວາມສະຫຼຽວສະຫຼາດ!”

ໃນແລງວັນອາທິດມື້ຜ່ານ​ມານີ້ ທ່ານ ທຣຳ ໄດ້ກ່າວ​ຕໍ່ບັນດາຜູ້ປົກຄອງລັດ ວ່າ ທ່ານ
ແລະ ທ່ານ ກິມ “ມີທັດສະນະແບບດຽວກັນ ຂ້າພະເຈົ້າເຊື່ອຈັ່ງຊັ້ນ ແຕ່ພວກທ່ານ
ຈະໄດ້ເຫັນມັນຫຼາຍຂຶ້ນ ແລະຫຼາຍຂຶ້ນ ຕະຫຼອດໄລຍະສອງສາມວັນ ຂ້າງໜ້ານີ້.
ພວກເຮົາຈະມີ, ຂ້າພະເຈົ້າຄິດ, ຈະເປັນການປະຊຸມ ສອງມື້ເຄິ່ງທີ່ ໜ້າສົນໃຈ ຢູ່
ໃນຫວຽດນາມ. ແລະພວກເຮົາ ມີໂອກາດ ສຳລັບການປົດອາວຸດນິວເຄລຍຢ່າງ
ສິ້ນເຊີງ ອອກຈາກເຂດທີ່ເປັນອັນຕະລາຍຢ່າງຍິ່ງໃນໂລກ.”

ໃນພາບນີ້ ຖ່າຍເມື່ອວັນທີ 12 ມິຖຸນາ 2018, ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົ່ງ ອຶນ, ຊ້າຍ, ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈັບມືກັນ ຢູ່ທີ່ ຣີຊອຣຕ໌ ຄາແປລລາ (Capella resort) ໃນເກາະ ເຊັນໂຕຊາ ຂອງສິງກະໂປ.
ໃນພາບນີ້ ຖ່າຍເມື່ອວັນທີ 12 ມິຖຸນາ 2018, ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົ່ງ ອຶນ, ຊ້າຍ, ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈັບມືກັນ ຢູ່ທີ່ ຣີຊອຣຕ໌ ຄາແປລລາ (Capella resort) ໃນເກາະ ເຊັນໂຕຊາ ຂອງສິງກະໂປ.

ທ່ານ ທຣຳ ແລະ ທ່ານ ກິມ ໄດ້ພົບປະກັນ ເມື່ອເດືອນມິຖຸນາປີກາຍນີ້ ​ທີ່ປະເທດ
ສິງກະໂປ ຫຼັງຈາກນັ້ນ ທ່ານ ທຣຳ ໄດ້ປະກາດວ່າ “ບໍ່ມີໄພຂົ່ມຂູ່ດ້ານ ນິວເຄລຍ ຈາກເກົາຫຼີເໜືອ ອີກຕໍ່ໄປແລ້ວ.”

ແຕ່ໃນຂະນະທີ່ ທ່ານຈະພົບປະກັບ ທ່ານກິມ ຢູ່ນະຄອນຫຼວງ ຮາໂນ່ຍ ຂອງຫວຽດນາມ ໃນວັນພຸດ ແລະວັນພະຫັດນີ້ ກໍບໍ່ມີຫລັກຖານທີ່ເປັນຈິງ ຂອງຄວາມກ້າວໜ້າທີ່ໄດ້ຖືກເຮັດອອກມາ ໃນຂໍ້ກຳນົດສະເພາະເຈາະຈົງໃດເລີຍ ຂອງການປົດອາວຸດນິວເຄລຍ ທີ່ເກົາຫຼີເໜືອໄດ້ໃຫ້ຄຳໝັ້ນສັນຍາໄປແລ້ວນັ້ນ.

ໃນແລງວັນພຸດມື້ອື່ນ ທ່ານທຣຳ ຈະມີການສົນທະນາແບບນຶ່ງຕໍ່ນຶ່ງ ກັບທ່ານກິມ ​ແບບສັ້ນໆ ຕິດຕາມມາດ້ວຍ ການຮັບປະທານອາຫານຄ່ຳ ທີ່ຮວມທັງລັດຖະມົນ ຕີວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ແລະຫົວໜ້າທີ່ປຶກສາ ຂອງທຳ ນຽບຂາວ ທ່ານ ມິກຄ໌ ໂມລວານີ. ສ່ວນທ່ານກິມກໍຈະມີທີ່ປຶກສາສອງທ່ານຢູ່ນຳ ແລະທັງສອງທ່ານ ກໍຈະ​ມີ​ນາຍພາສານຳດ້ວຍ.

ຕໍ່ຈາກນັ້ນ ທ່ານ ທຣຳ ແລະ ທ່ານ ກິມ ຈະເຂົ້າປະຊຸມຢ່າງເປັນທາງການ ຫຼາຍຄັ້ງ ໃນວັນພະຫັດມື້ຮືນີ້.

What's Happened Since the First US-DPRK Summit?
please wait

No media source currently available

0:00 0:01:05 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG