ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ການຄັດເລືອກຄະນະຕຸລາການ ເລີ້ມຕົ້ນຂຶ້ນ ໃນຄະດີທີ່ເປັນປະຫວັດການ ຕໍ່ອະດີດປະທານາທິບໍດີ ດໍໂນລ ທຣໍາ


ອະດີດປະທານາທິບໍດີ ດໍໂນລ ທຣໍາ, ຄຽງຂ້າງໂດຍທະນາຍຄວາມຂອງທ່ານ, ປະກົດໂຕຢູ່ສານສູງຂອງລັດນິວຢອກ ໃນນະຄອນນິວຢອກ, ວັນທີ 15 ເມສາ 2024, ໃນມື້ທໍາອິດຂອງການພິຈາລະນາຄະດີຂອງທ່ານ ກ່ຽວກັບຂໍ້ຫາການປອມແປງບົດບັນທຶກທາງທຸລະກິດ.
ອະດີດປະທານາທິບໍດີ ດໍໂນລ ທຣໍາ, ຄຽງຂ້າງໂດຍທະນາຍຄວາມຂອງທ່ານ, ປະກົດໂຕຢູ່ສານສູງຂອງລັດນິວຢອກ ໃນນະຄອນນິວຢອກ, ວັນທີ 15 ເມສາ 2024, ໃນມື້ທໍາອິດຂອງການພິຈາລະນາຄະດີຂອງທ່ານ ກ່ຽວກັບຂໍ້ຫາການປອມແປງບົດບັນທຶກທາງທຸລະກິດ.

ການຄັດເລືອກຄະນະຕຸລາການສໍາລັບການພິຈາລະນາຄະດີຢູ່ລັດນິວຢອກ ກ່ຽວກັບອະດີດປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເລີ້ມຕົ້ນຂຶ້ນໃນວັນຈັນວານນີ້, ເຊິ່ງທ່ານເປັນຜູ້ທີ່ຖືກກ່າວຫາວ່າ ມີການວາງແຜນປິດບັງການຊຳລະເງິນຢ່າງຮີບດ່ວນ ເພື່ອປົກປິດຂໍ້ກ່າວຫາກ່ຽວກັບການສຳພັນນອກສົມລົດ ກ່ອນໜ້າການໂຄສະນາຫາສຽງທີ່ປະສົບຜົນສຳເລັດ ໃນຕໍາແໜ່ງປະທານາທິບໍດີຂອງທ່ານ ເມື່ອປີ 2016.

ມັນເປັນຊ່ວງເວລາທີ່ບໍ່ຄືກັບເຫດການອື່ນໆທາງປະຫວັດສາດຂອງສະຫະລັດ, ໂດຍ ທ່ານ ທຣໍາ ອະດີດຜູ້ບໍລິຫານລະດັບສູງຂອງສະຫະລັດຄົນທໍາອິດ ທີ່ປະເຊີນກັບຂໍ້ກ່າວຫາທາງອາຍາ ແລະອາດຈະຖືກຈໍາຄຸກ ຖ້າທ່ານຫາກຖືກຕັດສິນວ່າມີຄວາມຜິດ.

ຜູ້ພິພາກສາສານສູງສຸດຂອງນະຄອນນິວຢອກ ທ່ານຈວນ ເມີຊານ (Juan Merchan) ໄດ້ຮ້ອງຄະນະຕຸລາການຊຸດໃໝ່ 96 ຄົນ ເຂົ້າມາໃນສານ ເພື່ອເລີ້ມຕົ້ນໃນການສອບຖາມກັບພວກເຂົາເຈົ້າວ່າ ມີຄວາມລຳອຽງ ຫຼື ຕໍ່ຕ້ານ ທ່ານ ທຣໍາ ແລະສາມາດໃຫ້ຄຳຕັດສິນທີ່ຍຸຕິທຳໃນຄະດີໄດ້ຫຼືບໍ່, ບໍ່ວ່າພວກເຂົາເຈົ້າຈະມີທັດສະນະແນວໃດຕໍ່ ປະທານາທິບໍດີຄົນທີ 45 ຂອງປະເທດ ກໍຕາມ.

ໃນຈໍານວນຫຼາຍກວ່າ 50 ຄົນ, ເຊິ່ງເປັນຈໍານວນຫຼາຍທີ່ຜິດປົກກະຕິ, ໄດ້ຍົກມືຂອງພວກເຂົາເຈົ້າຂຶ້ນ ເຊິ່ງພວກເຂົາບໍ່ສາມາດໃຫ້ຄວາມຍຸຕິທໍາ ແລະຖືກຍົກເລີກໃນທັນທີ.

ທ່ານ ເມີຊານ ບໍ່ໄດ້ຄາດຫວັງວ່າຈະຖາມຄະນະຕຸລາການໃໝ່ແບບສະເພາະເຈາະຈົງ ວ່າພວກເຂົາເຈົ້າໄດ້ລົງຄະແນນສຽງແນວໃດສໍາລັບການໂຄສະນາຫາສຽງປະທານາທິບໍດີຂອງ ທ່ານ ທຣໍາ ໃນປີ 2016 ແລະ ປີ 2020. ກົງກັນຂ້າມ, ໃນບັນດາ 42 ຄໍາຖາມ, ທ່ານໄດ້ວາງແຜນທີ່ຈະຖາມກ່ຽວກັບຄວາມເປັນໄດ້ສໍາລັບຄະນະຕຸລາການ ວ່າພວກເຂົາອີງໃສ່ແຫຼ່ງຂ່າວທີ່ພວກເຂົາໄດ້ເຫັນ ແລະໄດ້ຍິນໃນແຕ່ລະມື້, ເຖິງແມ່ນພວກ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ທາງ​ການ​ເມືອງ​ຂອງ ​ທ່ານ ທຣໍາ ຫລື ​ຜູ້​ທີ່​ຕໍ່​ຕ້ານ​ທ່ານ ແລະ​ຖ້າພວກ​ເຂົາ​ເຈົ້າຫາກ​ເປັນ​ກຸ່ມ​ທີ່​ຂັດ​ແຍ້ງ​ກັນ​ຕໍ່​ການ​ດໍາເນີນງານຕ່າງໆຂອງ​ລັດ​ຖະ​ບານ​ກາງກໍຕາມ.

Trump on trial, Biden headed to Pennsylvania
please wait

No media source currently available

0:00 0:02:18 0:00

ການ​ຄັດ​ເລືອກ 12 ຕຸລາການ ແລະ 6 ຄົນສໍາລັບສັບປ່ຽນໃນແຕ່ລະວັນ ​ສາ​ມາດ​ໃຊ້​ເວ​ລາ​ຫຼາຍ​ມື້​. ທ່ານ ເມີຊານ ໄດ້ເລື່ອນການພິຈາລະນາຄະດີດັ່ງກ່າວໃນມື້ຕໍ່ມາ ລຸນຫຼັງຕັ້ງຄໍາຖາມທີ່ເປັນໄປໄດ້ຕໍ່ 10 ຕຸລາການ.

ໃນຂະນະທີ່ກອງປະຊຸມຕອນເຊົ້າເປີດຂຶ້ນ, ທ່ານ ເມີຊານ ໄດ້ປະຕິເສດຢ່າງໄວວາຕໍ່ການສະເໜີຄັ້ງທີສອງຂອງທະນາຍຄວາມ ທ່ານ ທຣໍາ ເພື່ອຊ່ວຍໃຫ້ ທ່ານ ທຣໍາ ອອກຈາກກໍລະນີທີ່ຖືກກ່າວຫາວ່າ ມີຄວາມລໍາອຽງຕໍ່ອະດີດປະທານາທິບໍດີ.

ທ່ານ ເມີຊານ ຮັບຟັງການອະພິປາຍທາງດ້ານກົດຫມາຍຫຼາຍໆຄັ້ງ ກ່ຽວກັບຫຼັກຖານໃນກໍລະນີດັ່ງກ່າວ, ໂດຍອອກຄໍາຕັດສິນທີ່ສະຫນັບສະຫນຸນທັງ ທ່ານ ທຣໍາ ແລະ ໄອຍະການ. ຈາກນັ້ນ, ໃນເວລາຫຼາຍຊົ່ວໂມງຕໍ່ມາ, ທ່ານ ເມີຊານ ໄດ້ໂທຫາຜູ້ທີ່ຈະມາເປັນຄະນະຕຸລາການຄັ້ງທໍາອິດ, ສໍາລັບຜູ້ທີ່ຈະຈັບຕາເບິ່ງ ທ່ານ ທຣໍາ ຢ່າງຈິງຈັງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG