ທ່າມກາງຄວາມເຄັ່ງຕຶງ ທີ່ເພີ້ມທະວີຂຶ້ນຢູ່ໃນແຫຼມເກົາຫຼີ ປະທານາທິບໍດີດໍໂນລ ທຣຳ ໄດ້ຮັບຟັງລາຍງານລັບ ໃນວັນສຸກວານນີ້ ຈາກຜູ້ບັນຊາການກຳລັງສະຫະລັດໃນເຂດ
ມະຫາສະໝຸດປາຊີຟິກ.
ການລາຍງານດັ່ງກ່າວມີຂຶ້ນຫຼັງຈາກເຮືອບິນປະຈຳຕຳແໜ່ງປະທານາທິບໍດີ Air Force
One ລົງຈອດທີ່ຖານທັບອາກາດ Hickham ຢູ່ທີ່ເກາະ Oahu ບ່ອນທີ່ທ່ານແລະສະຕີ
ໝາຍເລກນຶ່ງທ່ານນາງ Melania Trump ໄດ້ຖືກຕ້ອນຮັບ ຕາມປະເພນີ ຊາວຮາວາຍ ດ້ວຍພວງມາໄລດອກໄມ້ທີ່ເອີ້ນກັນວ່າ Leis ນັ້ນ.
ປະທານາທິບໍດີໄດ້ຮັບພວງມາໄລສີບາດຕາ ທີ່ເຮັດຈາກດອກ maile ແລະດອກ ilima ປະສົມກັນ ທີ່ມອບໃຫ້ ໂດຍເຊື້ອພະວົງ ຂອງເກາະດັ່ງກ່າວ. ສ່ວນພວງມາໄລຂອງທ່ານ
ນາງ Melania Trump ທີ່ເປັນສີຂາວ ແມ່ນເຮັດຈາກດອກຊ້ອນແລະດອກກຸຫລາບ.
ຫລັງຈາກນັ້ນ ປະທານາທິບໍດີທຣຳ ກໍໄດ້ເດີນທາງໄປຍັງຄ້າຍທະຫານມາຣີນຊຶ່ງເປັນທີ່
ຕັ້ງກອງບັນຊາການໃນເຂດມະຫາສະໝຸດປາຊີຟິກອັນເປັນກອງບັນຊາການຮ່ວມຂອງ
ກຳລັງສະຫະລັດທີ່ໃຫຍ່ທີ່ສຸດຢູ່ທີ່ນັ້ນ.
ປະທານາທິບໍດີທຣຳ ກ່າວຕໍ່ພົນເຮືອເອກ Harry Harris ຜູ້ບັນຊາການ ກຳລັງສະຫະ
ລັດ ໃນເຂດມະຫາສະໝຸດປາຊີຟິກວ່າ “ທ່ານມີບຸກຄົນທີ່ເຂັ້ມແຂງ ເປັນຈຳນວນຫຼວງ
ຫຼາຍ ແລະບຸກຄົນທີ່ສະຫລາດເປັນຈຳນວນຫຼວງຫຼາຍແລະພວກເຮົາກໍຊື່ນຊົມນຳ.”
“ພວກເຮົາທັງໝົດແມ່ນຮູ້ສຶກເປັນກຽດ ທີ່ທ່ານໄດ້ມາຢ້ຽມຢາມຢູ່ທີ່ເກາະຮາວາຍ” ພົນ
ເຮືອເອກ Harris ກ່າວຕອບ ກ່ອນທີ່ພວກທ່ານທັງສອງ ຈະຈັບມືກັນ ເພື່ອໃຫ້ມີການ
ຖ່າຍຮູບ ແລະຫລັງຈາກນັ້ນ ພວກນັກຂ່າວ ກໍຖືກນຳໄປອອກໄປຈາກຫ້ອງ.
ຫລັງຈາກ ຮັບຟັງລາຍງານແລ້ວ ປະທານາທິບໍດີທຣຳ ແລະພັນລະຍາກໍໄດ້ໄປຢ້ຽມ
ຢາມອ່າວ Pearl Harbor ເພື່ອວາງພວງມາລາ ທີ່ອະນຸສອນສະຖານໄວ້ອາໄລໃຫ້
ແກ່ກຳປັ່ນລົບ USS Arizona ທີ່ຫລົ້ມ ໃນລະຫວ່າງການໂຈມຕີຂອງຍີ່ປຸ່ນເມື່ອວັນ
ທີ 7 ທັນວາ ປີ 1941 ຊຶ່ງແກ່ດຶງເອົາສະຫະລັດເຂົ້າໄປສູ່ສົງຄາມໂລກຄັ້ງທີ 2. ທ່ານ
ທຣຳ ຍັງໄດ້ໂຮຍກີບດອກໄມ້ ລົງໃສ່ທະເລ ຢູ່ເທິງກຳປັ່ນລົບ USS Arizona ແລະ
ປະທານາທິບໍດີກໍໄດ້ກ່າວຂອບໃຈສອງສາມເທື່ອ.
ປະທານາທິບໍດີທຣຳ ຂະນະທີ່ຢູ່ເທິງເຮືອບິນ Air Force One ກ່າວວ່າ ທ່ານຢາກ
ຈະຢູ່ທີ່ລັດຮາວາຍ ຕື່ມອີກນຶ່ງມື້ ໃນຕອນທ້າຍ ຂອງອັນທີ່ທ່ານຮ້ອງວ່າ “ການເດີນ
ທາງທີ່ມີຄວາມສຳຄັນຫຼາຍ” ແຕ່ກໍໄດ້ຍົກເລີກແຜນການດັ່ງກ່າວຍ້ອນຢາກຈະຢູ່ທີ່
ປະເທດຟີລິບປິນຕື່ມເພື່ອເຂົ້າຮ່ວມກອງປະຊຸມສຸດຍອດເອເຊຍຕາເວັນອອກນອກ
ເໜືອໄປຈາກກອງປະຊຸມສຸດຍອດ ຂອງສະມາຄົມບັນດາປະຊາຊາດ ເຂດເອເຊຍ
ຕາເວັນອອກສຽງໃຕ້ຫຼືອາຊ່ຽນແລ້ວນັ້ນ.