ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ທ​ຣຳ ກ່າວ​ວ່າ ຂໍ້​ຕົກ​ລົງ ​ການ​ຄ້າ ລະ​ຫວ່າງ ສຫລ ກາ​ນາ​ດາ ແລະ​ເມັກ​ຊິ​ໂກ ແມ່ນ ວິ​ເສດ


ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ຮັບຊາບຕົວ​ແທນ​ຂອງ​ສະ​ຫະ​ລັດ ທ່ານ​ໂຮ​ເບ​ີຣ໌ດ ໄລ​ຟ​ຕ​ເຊິ​ຣ໌ and ​ແລະ​ທີ່​ປຶກ​ສາ​ທຳ​ນຽບ​ຂາວ ທ່ານແຈ​ເຣັດ ຄູ​ສ​ເນີ​ຣ໌ ​ຢູ່​ຄຽງ​ຂ້າງ ໃນ​ຂະ​ນະ​ທີ່ ທ່ານ​ໃຫ້​ການ​ຖະ​ແຫຼງ​ການ ໃນ​ຂໍ້​ຕົກ​ລົງ​ການ​ຄ້າ ລະ​ຫວ່າງ
ສະ​ຫະ​ລັດ ກາ​ນາ​ດາ ແລະ​ເມັກ​ຊິ​ໂກ (USMCA) ໃນສວນ​ກຸ​ຫຼາບ ທີ່​ທຳ​ນຽບ​ຂາວ.
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ຮັບຊາບຕົວ​ແທນ​ຂອງ​ສະ​ຫະ​ລັດ ທ່ານ​ໂຮ​ເບ​ີຣ໌ດ ໄລ​ຟ​ຕ​ເຊິ​ຣ໌ and ​ແລະ​ທີ່​ປຶກ​ສາ​ທຳ​ນຽບ​ຂາວ ທ່ານແຈ​ເຣັດ ຄູ​ສ​ເນີ​ຣ໌ ​ຢູ່​ຄຽງ​ຂ້າງ ໃນ​ຂະ​ນະ​ທີ່ ທ່ານ​ໃຫ້​ການ​ຖະ​ແຫຼງ​ການ ໃນ​ຂໍ້​ຕົກ​ລົງ​ການ​ຄ້າ ລະ​ຫວ່າງ ສະ​ຫະ​ລັດ ກາ​ນາ​ດາ ແລະ​ເມັກ​ຊິ​ໂກ (USMCA) ໃນສວນ​ກຸ​ຫຼາບ ທີ່​ທຳ​ນຽບ​ຂາວ.

​ມັນເປັນຂໍ້ຕົກລົງການຄ້າທີ່ໃຫຍ່ທີ່ສຸດ ແລະດີທີ່ສຸດໃນໂລກ ນັ້ນຄື​ສິ່ງ​ທີ່ປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ບັນດາສະມາຊິກໃນຄະນະລັດຖະບານຂອງທ່ານ
ພວມປະກາດໂຄສະນາກ່ຽວ​ກັບຂໍ້ຕົກລົງການຄ້າສະ​ບັບ​ໃໝ່ ທີ່ພວກເພິ່ນ ໄດ້ບັນລຸກັບ
ປະເທດການາດາ ແລະເມັກຊິໂກ ທີ່​ເປັນ​ເພື່ອນ​ບ້ານ.

ທ່ານ ທຣຳ ໄດ້ທຳ​ນາຍ​ໄວ້ວ່າ “​ຂໍ້​ຕົກທີ່ເປັນຂີດໝາຍນີ້ ຈະສົ່ງເງິນ ແລະວຽກເຮັດ
ງານທຳໃຫ້​ຫລັ່ງໄຫລເຂົ້າມາໃນສະຫະລັດ ແລະ ເຂົ້າມາ ໃນອາເມຣິກາ ເໜືອ.”

ຫຼັງຈາກ ທີ່ໄດ້ປຶກສາຫາລືກັນໃນນາທີສຸດທ້າຍ ກ່ອນໜ້າເສັ້ນຕາຍທີ່​ໄດ້​ຕັ້ງ​ໄວ້ ໃນເວລາ
ທ່ຽງຄືນຂອງວັນອາທິດແລ້ວນີ້ ສະຫະລັດແລະການາດາ ໄດ້ປະກາດ ວ່າ ພວກເພິ່ນໄດ້
ບັນລຸຂໍ້ຕົກລົງ ທີ່ອະນຸຍາດໃຫ້ດັດແກ້ຂໍ້ຕົກລົງສາມຝ່າຍ ກັບ ເມັກຊິໂກ ເພື່ອໃຊ້ແທນ​
ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ ​ໃນອາ​ເມ​ຣິ​ກາ​ເໜືອ ຫຼື NAFTA ທີ່​ມີ​ຜົນ​ບັງ​ຄັບ​ໃຊ້​ມາ​ໄດ້​ເກືອບ 25 ປີ​ແລ້ວນັ້ນ.

ທ່ານ ທຣຳ ໄດ້ກ່າວຖະແຫລງໃນໄຊຊະນະ ຢູ່ທີ່ສວນກຸ​ຫຼາບ ຂອງທຳນຽບຂາວ ບ່ອນທີ່ ບັນດາສະມາຊິກ ໃນ​ຄະນະລັດຖະບານຂອງທ່ານຈຳນວນນຶ່ງ ຢືນອ້ອມ ທ່ານ ແລະ ບັນດາຄູ່ເຈລະຈາການຄ້າຂອງທ່ານຜູ້ທີ່ໄດ້ເຮັດວຽກເພື່ອບັນລຸຂໍ້ຕົກ ລົງສະ​ບັບໃໝ່
ລະຫວ່າງ ສະຫະລັດ ເມັກຊິໂກ ແລະ ການາດາ ທີ່ເອີ້ນຫຍໍ້ວ່າ USMCA.

ຂໍ້ຕົກລົງດັ່ງກ່າວ ​ຊຶ່ງ​ມີມູນຄ່າ​ການ​ຄ້າ​ຂາຍ 1200 ຕື້ໂດລາ​ຕໍ່​ປີນັ້ນ ແມ່ນ​ຕັ້ງ​ຢູ່ ບົນພື້ນຖານ
ຂອງ “ຄວາມເປັນທຳ ແລະການໄດ້ຮັບຜົນປະໂຫຍດນຳກັນ” ອີງຕາມ ທ່ານ ທຣຳ ຜູ້ທີ່ກ່າວຕື່ມວ່າ ຊຶ່ງ​ໄດ້​ມີ​ການບັນລຸກັນ ຫຼັງຈາກໄດ້​ມີ​ການ​ບໍ່ລົງ​ລອຍ​ກັນກັບຄູ່ຕຳແໜ່ງ
ຈາກເມັກຊິໂກຊີຕີ​ຄື ທ່ານ ເອນຣີເກ ປີຍາ ນີເອໂຕ ແລະ ຈາກອອດຕາວາ ຄື ທ່ານຈັສຕິນ
ທຣູໂດ.

ທ່ານທຣຳ ໄດ້ກ່າວອີກວ່າ ທ່ານໄດ້ໂອ້ລົມກັບຜູ້ນຳທັງ​ສອງ ໃນວັນຈັນວານນີ້.

ຂໍ້ຕົກລົງດັ່ງກ່າວ ຈະລວບລວມເອົາຂົງເຂດອາເມຣິກາເໜືອ “ໃຫ້ເປັນເຂດອັນ ນຶ່ງອັນ
ດຽວທີ່ມີການແຂ່ງຂັນຫຼາຍທີ່ສຸດຂອງໂລກ”
ອີງຕາມຂໍ້ຄວາມ ທີ່ປະທາ ນາທິບໍດີເມັກຊິໂກ ໄດ້ຂຽນລົງໃນທວີດເຕີ້.

ສ່ວນທ່ານ ທຣູໂດ ໄດ້ຂຽນລົງທວີດເຕີ້ວ່າ “ຂໍ້ຕົກລົງນີ້ ເຮັດໃຫ້ຄູ່ການຄ້າຂອງ ພວກເຮົາ ເຂັ້ມແຂງຂຶ້ນຕື່ມອີກ ແລະ ປະຊາຊົນໃນທົ່ວອາເມຣິກາເໜືອ ຈະໄດ້ ຮັບຜົນປະໂຫຍດ.”

ຂໍ້ຕົກລົງນີ້ຄາດກັນວ່າ ຈະມີ​ການລົງນາມ ພາຍໃນ 60 ວັນ ໂດຍຜູ້ນຳ​ທັງ​ສາມ ອາດເປັນ
ໄປໄດ້ວ່າ ຢູ່ທີ່ກອງປະຊຸມສຸດຍອດ ກຸ່ມ 20 ປະເທດ ຫຼື G-20 ໃນ ທ້າຍເດືອນພະຈິກ ຈະມາເຖິງນີ້ ຢູ່ໃນປະເທດອາເຈັນຕິນາ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

Trump Announces 'Brand New' Deal to Replace NAFTA
please wait

No media source currently available

0:00 0:01:55 0:00

XS
SM
MD
LG