ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ ທຣຳ ຢ້ຽມຢາມ ເປີໂຕ ຣີໂກ ເພື່ອເບິ່ງ ຄວາມເສຍຫາຍ ແລະ ວຽກງານບັນເທົາທຸກ


ປະທານາທິບໍດີ ດໍໂນລ ທຣຳ ລົມກັບປະຊາຊົນ ໃນເວລາທີ່ຍ່າງກວດກວດເບິ່ງຄວາມເສຍຫາຍຈາກພາຍຸເຮີຣິເຄນ ແລະ ການປະຕິບັດການບັນເທົາທຸກໃນຊຸມຊົນ ກວາຍນາໂບ, ເກາະ ເປີໂຕ ຣີໂກ. 3 ຕຸລາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ລົມກັບປະຊາຊົນ ໃນເວລາທີ່ຍ່າງກວດກວດເບິ່ງຄວາມເສຍຫາຍຈາກພາຍຸເຮີຣິເຄນ ແລະ ການປະຕິບັດການບັນເທົາທຸກໃນຊຸມຊົນ ກວາຍນາໂບ, ເກາະ ເປີໂຕ ຣີໂກ. 3 ຕຸລາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເປັນສັກຂີພິຍານດ້ວຍຕົວທ່ານເອງ
ໃນຄວາມເສຍຫາຍຂອງເປີໂຕ ຣີໂກ ທີ່ຖືກທຳລາຍໂດຍພາຍຸເຮີຣິເຄນ ມາເຣຍ ໃນວັນ
ອັງຄານວານນີ້, ແລະ ກໍໄດ້ພົບປະກັບບັນດາຜູ້ນຳຂອງເກາະດັ່ງກ່າວ, ລວມທັງບາງ
ຄົນຜູ້ທີ່ໄດ້ກ່າວໂຈມຕີຢ່າງຮຸນແຮງ ໃນການຮັບມືກັບໄພພິບັດຂອງ ວໍຊິງຕັນ.

ທ່ານ ທຣຳ ໄດ້ກ່າວຄຳປາໄສໃນລະຫວ່າງງານລ້ຽງຕ້ອນຮັບເຈົ້າໜ້າທີ່ລັດຖະບານກາງ
ແລະ ເຈົ້າໜ້າທີ່ທ້ອງຖິ່ນທີ່ຄ້າຍທະຫານອາກາດຂອງໜ່ວຍຍາມຝັ່ງ Luis Munos ວ່າ
“ຂ້າພະເຈົ້າບໍ່ເຄີຍເຫັນຄົນເຮັດວຽກໜັກປານນີ້ໃນຊີວິດຂອງຂ້າພະເຈົ້າ.”

ທ່ານ ທຣຳ ໄດ້ໃຊ້ໂອກາດດັ່ງກ່າວເພື່ອທຳການຍ້ອງຍໍ ການປະຕິບັດການຊ່ວຍເຫຼືອ
ບັນເທົາທຸກ ຂອງລັດຖະບານກາງແລະກອງທັບ ທີ່ໄດ້ຮັບການວິພາກວິຈານຢ່າງຮຸນ
ແຮງ ຍ້ອນມີຄວາມຊັກຊ້າໃນການຊ່ວຍຊີວິດຂອງຜູ້ໄດ້ຮັບເຄາະຮ້າຍຈາກພາຍຸດັ່ງກ່າວ
ໃນບໍລິເວນທີ່ໂດດດ່ຽວ ເຊິ່ງຂາດນໍ້າໃຊ້ ແລະ ສິ່ງຂອງຈຳເປັນອື່ນໆ ດົນກ່າວນຶ່ງສັບປະ
ດາ.

ຫຼັງຈາກທ່ານ ທຣຳ ໄດ້ກ່າວສະຫຼຸບການຢ້ຽມຢາມຂອງທ່ານບໍ່ດົນນັ້ນ, ບັນດາເຈົ້າໜ້າ
ທີ່ກໍໄດ້ເພີ້ມຈຳນວນຜູ້ເສຍຊີວິດທັງໝົດໃນເກາະ ເປີໂຕ ຣີໂກາ ຈາກ 16 ຂຶ້ນເປັນ 34
ຄົນ. ທ່ານປະທານາທິບໍດີໄດ້ສົມທຽບຕົວເລກຜູ້ເສຍຊີວິດທີ່ຕໍ່າ ກັບປະຊາຊົນ 1800
ຄົນທີ່ໄດ້ເສຍຊີວິດໃນເຮີີຣິເຄນ ຄາທຣີນາ, ເຊິ່ງໄດ້ພັດເຂົ້າຖະຫຼົ່ມນະຄອນ New
Orleans ໃນປີ 2005.

ທ່ານ ທຣຳ ໄດ້ກ່າວວ່າ “ພວກທ່ານຕ້ອງພູມໃຈຫຼາຍ. ທຸກຄົນທີ່ຢູ່ອ້ອມໂຕະນີ້ ແລະ ທຸກ
ຄົນທີ່ກຳລັງເບິ່ງໃນຕອນນີ້ ຕ້ອງພູມໃຈ ກັບສິ່ງທີ່ໄດ້ເກີດຂຶ້ນໃນ ເປີໂຕ ຣີໂກ ເປັນຢ່າງ
ຍິ່ງ.”

ທ່ານບໍ່ໄດ້ໃຫ້ຄວາມສຳຄັນຫຍັງຫຼາຍ ກ່ຽວກັບ ເລື່ອງຄ່າໃຊ້ຈ່າຍທີ່ສູງເກີນຄາດໃນການ
ຊ່ວຍເຫຼືອພາຍຸເຮີຣິເຄນ ເຊິ່ງມັນໄດ້ເພີ່ມເງິນຫຼາຍພັນລ້ານໂດລາ ເຂົ້າໃນການຂາດດຸນ
ງົບປະມານ ຂອງລັດຖະບານກາງ. ທ່ານໄດ້ກ່າວວ່າ “ບາດນີ້, ຂ້າພະເຈົ້າຊັງຫຼາຍທີ່ຈະ
ບອກໃຫ້ ເປີໂຕ ຣີໂກ ໄດ້ຮັບຮູ້, ພວກເຈົ້າໄດ້ເຮັດໃຫ້ພວກເຮົາເສຍງົບປະມານຂ້ອນ
ຂ້າງຫຼາຍ. ຍ້ອນວ່າພວກເຮົາໄດ້ໃຊ້ເງິນຈຳນວນຫຼວງຫຼາຍໃນ ເປີໂຕ ຣີໂກ ແລະ ມັນກໍ
ບໍ່ເປັນຫຍັງ. ພວກເຮົາໄດ້ຊ່ວຍຊີວິດຜູ້ຄົນເປັນຈຳນວນຫຼວງ ຫຼາຍ.”

ທ່ານ ທຣຳ ໄດ້ຈັບມືກັບເຈົ້າຄອງກຳແພງ ສັງກັດພັກເດໂມແຄຣັດ ທ່ານນາງ Carmen
Yulin Cruz, ຜູ້ທີ່ໄດ້ກ່າວວິຈານ ກ່ຽວກັບ ການຮັບມືຂອງລັດຖະບານກາງ, ແຕ່ທ່ານບໍ່
ກ່າວເຖິງທ່ານນາງໃນເວລາທີ່ທ່ານໄດ້ກ່າວຊົມເຊີຍຜູ້ປົກຄອງເກາະ ເປີໂຕ ຣີໂກ ທ່ານ
Ricardo Rossello, ເຊິ່ງສັງກັດໃນພັກເດໂມແຄຣັດເຊັ່ນກັນ, ແລະ ຄົນອື່ນໆ ໃນການ
ນຳພາຂອງເຂົາເຈົ້າ.

ທ່ານໄດ້ກ່າວວ່າ “ຕັ້ງແຕ່ຕອນເລີ່ມຕົ້ນ ຜູ້ປົກຄອງເກາະທ່ານນີ້ບໍ່ໄດ້ຫຼິ້ນການເມືອງ.
ລາວບໍ່ໄດ້ຫຼິ້ນຈັກໜ້ອຍເລີຍ. ລາວໄດ້ເວົ້າແບບວ່າ ລາວຈະໃຫ້ຄະແນນທີ່ສູງທີ່ສຸດຕໍ່
ພວກເຮົາ ແລະຂ້າພະເຈົ້າຢາກກ່າວຂອບ ໃຈທ່ານຕາງໜ້າໃຫ້ປະເທດຂອງພວກເຮົາ.”


ແນວໃດກໍຕາມ, ຫຼັງຈາກນັ້ນ, ບັງເອີນໄດ້ຍິນວ່າ ທ່ານປະທານາທິບໍດີໄດ້ບອກປະຊາຊົນ
ທີ່ອາໄສຢູ່ໃນທ້ອງຖິ່ນວ່າ ເຈົ້າຄອງນະຄອນ Cruz ແມ່ນໜຶ່ງໃນບັນດາຜູ້ທີ່ໄດ້ເຮັດວຽກ
ດີທີ່ສຸດ ໃນການຈັດລະບຽບ ແລະ ນຳພາວຽກງານການຟື້ນຟູຫຼັງຈາກເກີດພາຍຸເຮີຣິເຄນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Praises Puerto Rico Rescue Efforts, Calls Hurricane Katrina "Real Catastrophe"
please wait

No media source currently available

0:00 0:02:07 0:00

XS
SM
MD
LG