ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕັດ​ສິນ​ວ່າ​ ທ່ານ ທ​ຣຳ ມີ​ຄວາມ​ຜິດ​ທາງ​ອາ​ຍາ ໄດ້​ແບ່ງ​ແຍກ​ໂລກ​ການ​ເມືອງ​ຂອງ ສະ​ຫະ​ລັດ


ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ຢູ່ນອກ​ສານ​ອາ​ຍາ​ນະ​ຄອນ ແມນ​ແຮັດ​ຕັນ ເພື່ອ​ເບິ່ງ​ຂະ​ບວນ​ລົດ​ຂອ​ງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຫຼັງ​ຈາກ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ, ນະ​ຄອນ ນິວຢອກ, 30 ພຶດ​ສະ​ພາ 2024.
ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ຢູ່ນອກ​ສານ​ອາ​ຍາ​ນະ​ຄອນ ແມນ​ແຮັດ​ຕັນ ເພື່ອ​ເບິ່ງ​ຂະ​ບວນ​ລົດ​ຂອ​ງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຫຼັງ​ຈາກ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ, ນະ​ຄອນ ນິວຢອກ, 30 ພຶດ​ສະ​ພາ 2024.

ການ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ​ເປັນ​ຄັ້ງ​ປະ​ຫວັດ​ສາດ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໃນ​ສານ​ລັດ​ນິວຢອກ ໃນ​ຄວາມ​ຜິດ​ທາງ​ອາ​ຍາ 34 ກະ​ທົງ​ເມື່ອ​ວັນ​ພະ​ຫັດ​ວານນີ້ ໄດ້ເຮັດ​ໃຫ້​ເກີດ​ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງວ່ອງ​ໄວ​ຈາກ​ທົ່​ວ​ວົງ​ການ​ການ​ເມືອງ.

ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ຄູ່​ແຂ່ງ​ການ​ເລືອກ​ຕັ້ງ​ຂອງ​ທ່ານ ທ​ຣຳ ແລະ ຜູ້​ຖືກ​ສະ​ເໜີ​ຊື່​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ພັກ​ເດ​ໂມ​ແຄ​ຣັດ ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ໄດ້​ກ່າວ​ວ່າ​ການ​ຕັດ​ສິນ​ຂອງ​ຄະ​ນະ​ຕຸ​ລາ​ການ​ລັດ​ນິວຢອກ ເພື່ອ​ລົງ​ໂທດ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າບໍ່​ມີໃຜ​ຢູ່​ເໜືອ​ກົດ​ໝາຍ.

ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ໄບ​ເດັນ ແລະ ທ່ານ​ນາງ ແຮ​ຣິ​ສ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ທ່ານ ດໍ​ໂນ​ລ ທ​ຣຳ ມັກ​ຈະ​ເຊື່ອ​ຢ່າງບໍ່​ຖືກ​ຕ້ອງວ່າ​ລາວ​ຈະ​ບໍ່​ມີ​ວັນ​ປະ​ເຊີນ​ກັບ​ຜົນ​ກະ​ທົບ​ທີ່​ຕາມ​ມາ​ສຳ​ລັບ​ການ​ລະ​ເມີດ​ກົດ​ໝາຍ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຂອງ​ລາວ. ແຕ່​ການ​ຕັດ​ສິນ​ຂອງມື້ນີ້ບໍ່​ໄດ້​ປ່ຽນ​ຂໍ້​ເທັດ​ຈິງ​ທີ່​ວ່າ​ປະ​ຊາ​ຊົນ​ ອາ​ເມ​ຣິ​ກັນ ໄດ້​ປະ​ເຊີນ​ກັບ​ຄວາມ​ຈິງ​ທີ່​ທຳ​ມະ​ດາ​ນັ້ນ. ມັນ​ຍັງ​ມີ​ພຽງ​ອີກວິ​ທີ​ນຶ່ງ​ທີ່​ຈະ​ປ້ອງ​ກັນ​ທ່ານ ດໍ​ໂນ​ລ ທ​ຣຳ ອອກ​ຈາກ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ: ນັ້ນ​ກໍ​ຄື​ຢູ່​ຕູ້​ປ່ອນ​ບັດ​ເລືອກ​ຕັ້ງ.”

ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ທ​ຣຳ ໄດ້​ກ່າວ​ຫາ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ​ທ່ານບໍ່​ສາ​ມາດ​ທີ່​ຈະ​ໄດ້​ຮັບ​ການ​ດຳ​ເນີນ​ຄະ​ດີ​ທີ່​ເປັນ​ທຳ​ໃນ​ນຶ່ງ​ຂອງ​ບັນ​ດາເຂດ​ທີ່​ມີ​ເສ​ລີ​ນິ​ຍົມ​ກວ່າ​ຂອງ​ປະ​ເທດ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ນີ້​ແມ່ນ​ຄວາມ​ອັບ​ອາຍ​ຂາຍ​ໜ້າ. ນີ້​ແມ່ນ​ການ​ດຳ​ເນີນ​ຄະ​ດີ​ທີ່​ເສ​ກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​ມາ​ໂດຍ​ຜູ້​ພິ​ພາກ​ສາ​ທີ່ສັບ​ສົນ ​ຜູ້​ທີ່​ສໍ້​ລາດ​ບັງຫຼວງ. ມັນ​ແມ່ນ​ການ​ດຳ​ເນີນ​ຄະ​ດີ​ທີ່​ບໍ່​ຊື່​ສັດ, ເປັນ​ຕາອັບ​ອາຍ​ຂາຍ​ໜ້າ. ພວກ​ເຂົາ​ຈະ​ບໍ່​ໃຫ້​ພວກ​ເຮົາ​ປ່ຽນ​ສະ​ຖານ​ທີ່. ພວກ​ເຮົາ​ແມ່ນ 5 ເປີ​ເຊັນ ຫຼື 6 ເປີ​ເຊັນ​ໃນ​ເຂດນີ້, ໃນ​ບໍ​ລິ​ເວນນີ້. ນີ້​ແມ່ນ​ການ​ດຳ​ເນີນ​ຄະ​ດີ​ທີ່​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​ມາ, ໜ້າ​ອັບ​ອາຍ​ຂາຍ​ໜ້າ.”

ປະ​ທານ​ສະ​ພາ​ຕ່ຳ​ທ່ານ ໄມ​ຄ໌ ຈອນ​ສັນ, ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ລະ​ດັບ​ສູງ, ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ, “ມື້ນີ້​ແມ່ນ​ວັນ​ທີ່​ໜ້າ​ອັບ​ອາຍ​ໃນ​ປະ​ຫວັດ​ສາດ​ຂອງ ອາ​ເມ​ຣິ​ກາ. ພັກ​ເດ​ໂມ​ແຄ​ຣັດ ໄດ້​ຮ້ອງ​ເຊຍ​ໃນ​ຂະ​ນະ​ທີ່​ພວກ​ເຂົາ​ຕັດ​ສິນ​ມີ​ຄວາມ​ຜິດ​ຕໍ່​ຜູ້​ນຳ​ຂອງ​ພັກ​ກົງ​ກັນ​ຂ້າມ​ໃນ​ຂໍ້​ກ່າວ​ຫາ​ທີ່​ເປັນ​ຕາ​ຫົວ, ສະຫຼຸບເອົາການ​ໃຫ້ປາກ​ຄຳ​ຂອງ​ທະ​ນາຍ​ຄວາມ​ທີ່​ຖືກ​ຂັບ​ໄລ່​ອອກ, ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ​ທາງ​ອາ​ຍາ. ນີ້​ແມ່ນ​ການ​ປະ​ຕິ​ບັດ​ທາງ​ການ​ເມືອງ​ຢ່າງ​ສິ້ນ​ເຊີງ, ບໍ່​ແມ່ນ​ທາງ​ກົດ​ໝາຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG