ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ທ​ຣຳ ແລະ ທ. ກົວ​ອີ​ໂດ ຈະ​ຮ່ວມ​ມື​ກັນ ໃນ​ຄວາມ​ພະ​ຍາ​ຍາມ ເພື່ອ​ຟື້ນ​ຟູ ປະ​ຊາ​ທິ​ປະ​ໄຕ ໃນ ເວ​ເນ​ຊູ​ເອ​ລາ


ພວກ​ສະ​ໜັບ​ສະ​ໜຸນ ຜູ້​ນຳ​ພັກ​ຝ່າຍ​ຄ້ານ ທ່ານ​ຮວນ ກົວ​ອີ​ໂດ ທີ່​ປະ​ທວ້ງ​ຕໍ່​ຕ້ານ​ປະ​ທາ​ນາ​ທິ​ບໍ​ດີ​ມາ​ດູ​ໂຣ ເມື່ອ​ວັນ​ທີ 30 ມັງ​ກອນ 2019.
ພວກ​ສະ​ໜັບ​ສະ​ໜຸນ ຜູ້​ນຳ​ພັກ​ຝ່າຍ​ຄ້ານ ທ່ານ​ຮວນ ກົວ​ອີ​ໂດ ທີ່​ປະ​ທວ້ງ​ຕໍ່​ຕ້ານ​ປະ​ທາ​ນາ​ທິ​ບໍ​ດີ​ມາ​ດູ​ໂຣ ເມື່ອ​ວັນ​ທີ 30 ມັງ​ກອນ 2019.

ທຳນຽບຂາວກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ໄດ້ເນັ້ນຢໍ້າເຖິງ “ການສະໜັບສະໜູນ
ຢ່າງແຂງຂັນ” ຂອງເພິ່ນ ຕໍ່ຄວາມພະຍາຍາມທີ່ຈະຮື້ຟື້ນປະຊາທິປະໄຕໃນ Venezuella ໃນລະ ຫວ່າງການໂອ້​ລົມ ໃນວັນພຸດ​ວານນີ້ ກັບຜູ້ນຳ ຝ່າຍຄ້ານ ທ່ານຮວນ ກົວອີໂດ ຜູ້ທີ່
ໄດ້ປະກາດ ຕົນເອງວ່າເປັນປະທານາທິບໍດີ ຂອງປະເທດນັ້ນ.

ທ່ານນາງ ແຊຣາ ແຊນເດີ ໂຄສົກທຳນຽບຂາວກ່າວວ່າ ນອກນັ້ນປະທານາທິ ບໍດີທຣຳກັບ
ທ່ານ ກົວອີໂດ ຍັງໄດ້ເຫັນພ້ອນນຳກັນວ່າ ຈະສືບ​ຕໍ່ຮັກສາໄວ້ຊຶ່ງ “ການຕິດຕໍ່ພົວພັນຢ່າງ ເປັນປົກກະຕິ ເພື່ອສະໜັບສະໜູນ ເສັ້ນທາງ ຂອງເວເນຊູເອລາ ໃຫ້ກັບຄືນໄປສູ່ ສະເຖຍ
ລະພາບ ແລະກໍ່ສ້າງ ຄືນໃໝ່ ສາຍພົວພັນສອງຝ່າຍ” ຂອງທັງສອງປະເທດ.

ທ່ານທຣຳໄດ້ເວົ້າໃນຕອນເຊົ້າໆຂອງວັນພຸດວານນີ້ວ່າ ທ່ານ ນິໂກລັສ ມາດູໂຣ ປະທານາ
ທິບໍດີເວເນຊູເອລາ ຜູ້ທີ່ພວມຕົກຢູ່ໃນການໂຈມຕີ ແມ່ນປະສົງຢາກຈະເຈລະຈາກັບພວກ
ຜູ້ຕາງໜ້າຂອງຂະບວນການຝ່າຍຄ້ານຂອງທ່ານກົວອີໂດເພື່ອແກ້ໄຂວິກິດການທາງດ້ານ
ການເມືອງ ແຕ່ກໍໄດ້ເຕືອນຊາວອາເມຣິກັນ ບໍ່ໃຫ້ເດີນທາງ ໄປເວເນຊູເອລາ “ຈົນກວ່າວ່າ
ຈະມີປະກາດອອກມາໃໝ່.”

ຜູ້​ນຳ​ພັກ​ຝ່າຍ​ຄ້ານ ທ່ານ​ຮວນ ກວາ​ອີ​ໂດ ໂອ້​ລົມ​ກັບ​ພວກ​ສະ​ໜັບ​ສະ​ໜຸນ ທີ່​ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ (ວັນ​ທີ 26 ມັງ​ກອນ 2019)
ຜູ້​ນຳ​ພັກ​ຝ່າຍ​ຄ້ານ ທ່ານ​ຮວນ ກວາ​ອີ​ໂດ ໂອ້​ລົມ​ກັບ​ພວກ​ສະ​ໜັບ​ສະ​ໜຸນ ທີ່​ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ (ວັນ​ທີ 26 ມັງ​ກອນ 2019)

ການຂຽນລົງທວີດເຕີໃນຕອນເຊົ້ານັ້ນ ແມ່ນອ້າງອີງເຖິງຂໍ້ສເໜີຂອງທ່ານມາດູໂຣທີ່ຢາກ
ໃຫ້ມີການເຈລະຈາກັບກຳລັງຝ່າຍຄ້ານຂອງປະເທດ ແລະຢາກໃຫ້ຈັດການເລືອກຕັ້ງຂຶ້ນ
ກ່ອນກຳນົດ.

ທ່ານເວົ້າເພີ້ມວ່າ ການຂົ່ມຂູ່ເລື້ອງການລົງໂທດ ຂອງສະຫະລັດ ອັນມີລວມທັງການຕັດ
ລາຍຮັບ ຈາກນໍ້າມັນຂອງເວເນຊູເອລານຳແມ່ນມີສ່ວນເຮັດ​ໃຫ້ທ່າທີຂອງມາດູໂຣຜ່ອນ
ເບົາລົງ.

ທ່ານມາດູໂຣ ໄດ້ປະກາດກ່ຽວ​ກັບ ຂໍ້ສະເໜີດັ່ງກ່າວ ໃນຕອງເຊົ້າວັນພຸດວານນີ້ ໃນລະ
ຫວ່າງການສຳພາດກັບອົງການຂ່າວ RIA ຂອງຣັດເຊຍໂດຍເວົ້າວ່າ ເພິ່ນຈະນັ່ງຢູ່ໂຕະ
ກອງປະຊຸມ ເຈລະຈາ “ເພື່ອຜົນປະໂຫຍດຂອງເວເນຊູເອລາ.” ແຕ່ທ່ານເວົ້າວ່າ ຈະບໍ່ມີ
ການເລືອກຕັ້ງ ປະ ທານາທິບໍດີໃໝ່ ຈົນເຖິງປີ 2025 ຊຶ່ງ​ເປັນ​ການປະຕິເສດ ຕໍ່ຄຳຮຽກ
ຮ້ອງຂອງທ່ານກົວອີໂດ ປະ ທານ​ສະ​ພາ​ແຫ່ງ​ຊາດ ທີ່​ຄວບ​ຄຸມ​ໂດຍ​ພວກຝ່າຍຄ້ານ.

​ປະ​ທາ​ນາ​ທິ​ບໍ​ດີ ມາ​ດູ​ໂຣ ພົບ​ພໍ້​ກັບ​ພວກ​ທະ​ຫານ ທີ່​ຄ້າຍ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ (ວັນ​ທີ 30 ມັງ​ກອນ 2019)
​ປະ​ທາ​ນາ​ທິ​ບໍ​ດີ ມາ​ດູ​ໂຣ ພົບ​ພໍ້​ກັບ​ພວກ​ທະ​ຫານ ທີ່​ຄ້າຍ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ (ວັນ​ທີ 30 ມັງ​ກອນ 2019)

ທ່ານ ກົວອີໂດ ໄດ້ປະກາດຕົນເອງວ່າ ເປັນປະທານທິບໍດີ ໃນໄລຍະຂ້າມຜ່ານຂອງຊາດ
ໃນ ອາທິດແລ້ວນີ້ ລຸນຫຼັງສະພາໄດ້ປະກາດວ່າ ການເປັນປະທານາທິບໍດີຂອງ​ທ່ານມາດູ
ໂຣ ແມ່ນບໍ່ຖືກຕ້ອງຕາມກົດໝາຍ ໂດຍໂຕ້ແຍ້ງວ່າ ການເລືອກຕັ້ງຄືນໃໝ່ ຂອງເພິ່ນ ໃນ
ເດືອນພຶດສະພາ ປີ 2018 ບໍ່ຍຸຕິທຳ ໂດຍທີ່ພວກຜູ້ສະໜັກຟ່າຍຄ້ານສ່ວນຫຼາຍຖືກຫ້າມ
ບໍ່ໃຫ້ສະໜັກຫຼືບໍ່ກໍບໍ່ເຂົ້າຮ່ວມໃນການແຂ່ງຂັນ. ສະຫະລັດຮັບຮູ້ວ່າ ທ່ານກົວອີໂດເປັນຜູ້
ນຳໄລຍະຂ້າມຜ່ານຂອງປະເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG