ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິບ​ໍ​ດີ​ດໍ​ໂນ​ລ ທ​ຣຳ ຜ່ອນ​ຜັນ​ໂທດ ໃຫ້​ແກ່​ບຸກ​ຄົນ​ສຳ​ຄັນ​ຫຼາຍ​ທ່ານ


ປະ​ທາ​ນາ​ທິບ​ໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ​ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່​ອນ​ຂຶ້ນ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ວັນ​ທີ 18 ກ​ຸມ​ພາ 2020.
ປະ​ທາ​ນາ​ທິບ​ໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ​ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່​ອນ​ຂຶ້ນ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ວັນ​ທີ 18 ກ​ຸມ​ພາ 2020.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໃນ​ວັນ​ອັງ​ຄານ​ວານ​ນີ້ ໄດ້ຜ່ອນ​ຜັນ​ໂທດ
ໃຫ້​ແກ່​ພວກ​ຜູ້​ຊາຍທີ່​ສຳ​ຄັນ​ຫຼາຍ​ຄົນ ທີ່​ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ໃນກະ​ທຳ​ຜິດ​ຕ່າງໆ ຮວມ
​ທັງ​ອະ​ດີດ​ຜູ້​ປົກ​ຄອງ​ລັດສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທີ່​ພະ​ຍາ​ຍາມ​ຂາຍ ບ່ອນໃນ​ນັ່ງສະ​ພາ​
ສູງ​ທີ່​ເປົ່າ​ຫວ່າງ​ຂອງ​ອະ​ດີດ​ປະທາ​ນາ​ທິ​ບໍ​ດີ​ບາ​ຣັກ ​ໂອ​ບາ​ມາ.​

ປະ​ທານາ​ທິ​ບໍ​ດີ​ທ​ຣຳ ຜູ້​ທີ່​ຫວ່າງ​ມໍ່​ໆ​ມາ​ນີ້ໄດ້​ໃຫ້​ອະ​ໄພໂທດ​ໃຫ້​ແກ່​ບັນ​ດາ​ບຸກຄົນ​ສຳ​ຄັນ
ຜູ້​ທີ່​ໄດ້​ລະ​ເມີດ​ກົດ​ໝາຍ ​ໂດຍໂຍະ​ຍານ​ໂທດ​ຕິດ​ຄຸກ 14 ປີ​ ​ໃຫ້​ແກ່ ອະ​ດີດ​ຜູ້​ປົກ​ຄອງ​
ລັດ​ອິລ​ລິ​ນອຍທ່ານ​ຣອດ ບ​ລາ​ໂກ​ເຈີ​ວິ​ສ​ຈ໌ ຫຼັງ​ຈາກ​ທ່ານ​ໄດ້​ຮັບ​ໃຊ້​ໂທດ ​ມາ​ໄດ້ແປດ​ປີ.

ໃນ​ຂະ​ນ​ະ​ທີ​ທ່ານ​ກຳ​ລັງ​ຂຶ້ນ​ເຮືອ​ບິນປະ​ຈຳ​ຕຳ​ແໜ່ງ Airforce One ​ເດີນ​ທາງ​ໄປ​ນະ
​ຄອນ​ລອ​ສ​ແອ​ລ​ເຈີ​ລິ​ສ ທ່ານ​ທ​ຣຳ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ທ່ານ​ໄດ້​ພົບ​ພັນ​ລະ​ຍາ​
ຂອງ​ທ່ານບ​ລາ​ໂກ​ເຈີ​ວິ​ສ​ຈ໌ ຍາ​ນາງ​ປາ​ຕ​ຣີ​ເ​ຊຍ ທີ່​ໄດ້​ຂໍ​ຮ້ອງໃຫ້​ປ່ອຍ​ໂຕ ທ່ານໃຫ້​ເປັນ
​ອິດ​ສະ​ຫຼະ​ ​ຢູ່​ໃນ​ໂທ​ລະ​ພາບ ແລະ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ອະ​ດີດ​ຜູ້​ປົກ​ຄອງ​ລັດ ​ເຄີຍ​ໄດ້​
ປາ​ກົດ​ໂຕ​ຢູ່​ໃນອະ​ດີດລາຍ​ການ​ໂທ​ລະ​ພາບ​ “Celebrity Apprentice” ຂອງ​
ທ່ານ​ທ​ຣຳ.

ທ່ານ​ທ​ຣຳ ກ່າວ​ວ່າ “ທ່ານສາ​ມາດ​ທີ່​ຈະກັບ​ຄືນ​ໄປ​ຫາ​ຄອບ​ຄົວຂອງ​ທ່ານ ຫຼັງ​ຈາກ​
ຮັບ​ໄດ້​ໃຊ້​ໂທດ​ແປດ​ປີ​ຢູ່​ໃນ​ຄຸກ ຊຶ່ງ​ເປັນ​ທີ່​ຮ້າຍ​ແຮງ ແລະ​ເປັນ​ການ​ລົງ​ໂທດ​ທີ່​ເກີນ​
ຂອບເຂດໃນ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ.”

ທ່ານບ​ລາ​ໂກ​ເຈີ​ວິ​ສ​ຈ໌ ອາ​ຍຸ 62 ປີ ຍັງບໍ່​ທັນ​ເຖິງ​ກຳ​ນົດ​ທີ່​ຈະ​ຖືກ​ປ່ອຍ​ໂຕເທື່ອຈົນເທົ່າ
ເດືອນ​ພຶດ​ສະ​ພາ​ປີ 2024. ທ່ານ​ໄດ້​ຖືກ​ປ່ອຍ​ໂຕ​ໃນ​ວັນ​ອັງ​ຄານ​ວານ​ນີ້ ແລະ​ໄດ້​ຍ້ອງ
​ຍໍ​ປະ​ທາ​ນາ​ທິ​ບໍ​ດີ.

​ທ່ານບ​ລາ​ໂກ​ເຈີ​ວິ​ສ​ຈ໌ ກ່າວ​ວ່າ “ອັນ​ທີ່​ທ່ານ​ໄດ້​ເຮັດ​ ຂ້າ​ພະ​ເຈົ້າ​ຄິດ​ວ່າ ເປັນ​ສິ່ງ​ທີ່​ຂ້າ​
ພະ​ເຈົ້າຕ້ອງ​ໄດ້​ສະ​ແດງ​ຄວາມຊາບ​ຊຶ້ງ​ໃນ​ບຸນ​ຄຸນ​ຢ່າງ​ໃຫຍ່ ​ໃນທາງ​ສ່ວນ​ໂຕ​ຂອງ​
ຂ້າ​ພະ​ເຈົ້າ.”

ບັນ​ດາ​ສະ​ມາ​ຊິກ​ພັກເດ​ໂມ​ແຄ​ຣັດ​ທີ່​ສຳ​ຄັນຫຼາຍ​ທ່ານຊຶ່ງໄດ້​ວິ້ງ​ເຕັ້ນ​ຂໍ​ໃຫ້ຜ່ອນ​ຜັນ
ການ​ຕັດ​ສິນ​ລົງ​ໂທດ​ໃຫ້ສັ້ນ​ລົງ ໂຕ້​ຖຽງ​ວ່າ ​ການ​ລົງ​ໂທດ​ຕໍ່​ທ່ານບ​ລາ​ໂກ​ເຈີ​ວິ​ສ​ຈ໌
ນັ້ນຮ້​າຍ​ແຮງ​ເກີນ​ໄປ. ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລິ​ກັນຫ້າ​ທ່ານ ​ທີ່ຕາງ​ໜ້າຢູ່​ໃນສະ​ພາ​
ຕ່ຳ ເຖິງ​ຢ່າງ​ໃດ​ກໍ​ດີ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ ຢ່າ​ໄດ້​ຜ່ອນ​ຜັນ​ໂທດ​ໃຫ້
​ແກ່​ທ່ານ ບ​ລາ​ໂກ​ເຈີ​ວິ​ສ​ຈ໌ ກ່າວ​ວ່າ ທ່ານ​ຕ້ອງ​ເອົາ “ທ່າ​ທີເຂັ້ມແຂງ​ເພື່ອຕອບ​ໂຕ້
ຕໍ່​ການ​ຫຼິ້ນ​ການ​ເມືອງ.”

ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ບາ​ມາ ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ​ໃນ​ປີ 2009 ​ຕົກ​ເປັນ​ໜ້າ​ທີ່​
ຂອງ​ທ່ານບ​ລາ​ໂກ​ເຈີ​ວິ​ສ​ຈ໌ ທີ່​ຈະ​ແຕ່ງ​ຕັ້ງ​ຜູ້ເຂົ້າ​ຮັບ​ໜ້າ​ທີ່​ແທນ​ທ່ານ ເຈົ້າ​ໜ້າ​ທີ່​ສັນ
​ຕິ​ບານ​ກາງ​ຄົນ​ນຶ່ງ​ ໄດ້​ລັກ​ບັນ​ທຶກ​ ການ​ສົນ​ທະ​ນາ​ຂອງທ່ານບ​ລາ​ໂກ​ເຈີ​ວິ​ສ​ຈ໌ ທີ່​ເວົ້າ
​ກ່ຽວ​ກັບ ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຂາຍ​ບ່ອນ​ນັ່ງ​ສະ​ພາ​ສູງ ທີ່​ເປົ່າ​ຫວ່າງ​ຂອງ ທ່ານ
ໂອ​ບາ​ມາໂດຍຮ້ອງວ່າ “ເປັນ​ສິ່ງ​ທີ່​ມີ​ມູນ​ຄ່າ” ແລະ​ບໍ່​ແມ່ນ​ວ່າ “ເຈົ້າພຽງ​ແຕ່​ຈະເອົາ
​ໃຫ້​ໄປ​ລ້າໆ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣໍ​າ​ຍັງ​ໄດ້​ຜ່ອນ​ຜັນໂທດ​ໃຫ້​ແກ່ ທ່ານ​ເບີນີ ເກີ​ຣິກ ອະ​ດີດ​ຜູ້​ບັນ​ຊາ​
ການ​ຕຳ​ຫຼວດ​ນະ​ຄອ​ນ​ນິວຢອກ ​ທີ່​ໄດ້​ຖືກ​ຕິດ​ຄຸກ​ໃນ​ແປດຂໍ້​ກ່າວຫາ​ຮວມ​ທັງ ສໍ້​ໂກງ​
ພາ​ສີ ແລະ​ທ່ານໄມ​ເກີ​ລ ມິວ​ເກີ​ລ ຜູ້​ທີ່​ໄດ້​ຖືກ​ກ່າວ​ຫາເປັນ​ ​ທຳ​ການຄ້າຂາຍ​ໂດຍ​ໃຊ້​
ຂໍ້​ມູນພາຍ​ໃນຕະ​ຫຼາດ​ຮຸ້ນ ໃນຊຸມ ປີ 1980.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG