ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກຣີພັບບລີກັນ ຈັດໂຕ້ວາທີ ຄັ້ງທຳອິດ ແລະທ່ານ Trump ປະກາດ ຈະບໍ່ຖອຍ


ທ່ານ Donald Trump ຖະແຫລງຕໍ່ສື່ມວນຊົນ ໃນແລງວັນພະຫັດ ຫລັງຈາກໂຕ້ວາທີ.
ທ່ານ Donald Trump ຖະແຫລງຕໍ່ສື່ມວນຊົນ ໃນແລງວັນພະຫັດ ຫລັງຈາກໂຕ້ວາທີ.

ບັນດາຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທີ່
ມີຄະແນນນຳໜ້າໝູ່ 10 ທ່ານໄດ້ເລີ້ມທຳການໂຄສະນາຫາສຽງ
ຢ່າງເປັນທາງການ ດ້ວຍການໂຕ້ວາທີເທື່ອທຳອິດ ທີ່ເມືອງ Cle-
veland ໃນລັດ Ohio ແລະທັງໆທີ່ໄດ້ມີຄວາມຕື່ນເຕັ້ນ ແລະ
ການໂຄສະນາເຜີຍແຜ່ແລ້ວ ການໂຕ້ວາທີນີ້ ໃນຫລາຍໆດ້ານ ແມ່ນເປັນໄປຕາມຄວາມຄາດຫວັງ.

ມະຫາເສດຖີພັນລ້ານ Donald Trump ໄດ້ເຕືອນວ່າ ທ່ານຈະ
ບໍ່ຢຸດເຊົາໃນ ໄວໆນີ້ແຕ່ຢ່າງໃດ ແລະທ່ານກໍມີຄວາມກະຕືລືລົ້ນ
ທີ່ຈະຕອບໂຕ້ຄືນກ່ຽວກັບການໂຈມຕີຕ່າງໆ. ແຕ່ທ່ານ Trump ໄດ້ພາໃຫ້ເກີດມີຄວາມສົງໄສຢູ່ໃນບັນດາຜູ້ສະໝັກບາງຄົນຂອງ
ພັກຣີພັບບລີກັນໃນຄວາມໝັ້ນໝາຍຂອງທ່ານທີ່ມີຕໍ່ພັກ. ທ່ານເປັນຜູ້ສະໝັກພຽງຄົນດຽວ
ເທົ່ານັ້ນ ຢູ່ເທິງເວທີ ທີ່ໄດ້ປະຕິເສດຕໍ່ການຈະໃຫ້ການສະໜັບສະໜຸນຕໍ່ຜູ້ທີ່ຖືກແຕ່ງຕັ້ງໃນ ທີ່ສຸດຂອງພັກຣີພັບບລີກັນ ຫຼືປະຕິເສດເຖິງຄວາມເປັນໄປໄດ້ ໃນການລົງສະໝັກແຂ່ງຂັນ ໃນນາມພັກທີສາມ. ທ່ານ Trump ໄດ້ຕອບຄຳຖາມ ຂອງກຳມະການຄົນນຶ່ງ ວ່າ “ຂ້າພະ ເຈົ້າຈະບໍ່ໃຫ້ສັນຍາເທື່ອ ໃນເວລານີ້.”

ຄຳຕອບດັ່ງກ່າວ ພາໃຫ້ເກີດປະຕິກິລິຍາຢ່າງແຮງ ຈາກສະມາຊິກສະພາສູງລັດເຄັນຕັກກີ້ ທ່ານ Rand Paul ທີ່ກ່າວວ່າທ່ານໄດ້ເລີ້ມຫາທາງປ້ອງກັນການພະນັນຂອງທ່ານໄວ້ແລ້ວ
ຍ້ອນທ່ານເຄີຍຊື້ ພວກນັກການເມືອງມາກ່ອນ. ແຕ່ທີ່ຈິງແລ້ວ ທ່ານ Paul ແມ່ນນຶ່ງໃນຈຳ ນວນບໍ່ເທົ່າໃດຄົນທໍ່ນັ້ນ ທີ່ໄດ້ກ່າວໂຈມຕີທ່ານ Trump ໜ້ອຍທີ່ສຸດໃນການໂຕ້ວາທີເປັນ ເວລາສອງຊົ່ວໂມງ.

US Republican Presidential Candidates Appear at First Debate
please wait

No media source currently available

0:00 0:02:15 0:00

ທ່ານ Trump ທີ່ສາມາຫລົບຫລີກໄດ້ຢ່າງຄວາມຄ່ອງແຄ່ວ ຍັງໄດ້ປະຕິເສດທີ່ຈະຂໍຂະມາ ໂທດເວລາທ່ານຖືກຖາມໂດຍຍານາງ Megyn Kelly ຈາກໂທລະພາບ Fox ກ່ຽວກັບການ ໃຫ້ຄວາມເຫັນແບບບໍ່ສຸພາບ ຜ່ານໆມາ ໃນເລື້ອງແມ່ຍິງ ຮວມທັງການເອີ້ນແມ່ຍິງວ່າ “ໝູ ຕອນ” “ໝາ” ແລະ “ບຸກຄົນເຊີ້ຊ້າ” ນັ້ນ.

ທ່ານ Trump ກ່າວວ່າ “ບັນຫາໃຫຍ່ທີ່ປະເທດນີ້ມີ ກໍຄືການຕ້ອງຕິທາງການເມືອງ. ທີ່ຈິງ ແລ້ວ ຂ້າພະເຈົ້າມີເວລາ ສຳລັບການຕິຕຽນ ທາງການເມືອງທັງໝົດ ແລະໂດຍຄວາມຈິງ ແລ້ວປະເທດນີ້ບໍ່ມີເວລາສຳລັບເລື້ອງນັ້ນເລີຍ.”

ແຕ່ບາງກຸ່ມເພັ່ງເລັງຂອງພວກປ່ອນບັດໄດ້ຕັ້ງຄຳຖາມກ່ຽວກັບໂທລະພາບ Fox ຫຼັງຈາກ ການໂຕ້ວາທີນີ້ ມີປະຕິກິລິຍາໃນທາງລົບຕໍ່ນ້ຳສຽງຂອງທ່ານ Trump ແລະໃນອັນທີ່ເຂົາ ເຈົ້າເຫັນວ່າ ເປັນການຫລົບຫລີກຫຼືຕອບຄຳຖາມບໍ່ກົງປະເດັນນັ້ນ.

US Republican Presidential Hopefuls in First Debate
please wait

No media source currently available

0:00 0:00:59 0:00

XS
SM
MD
LG