ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ປ​ະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ເດີນ​ທາງ​ໄປ ໂຮງ​ໝໍ​ທະ​ຫານ ເພື່ອກວດ​ສຸ​ຂະ​ພາບ ປະ​ຈຳ​ປີ


ຂະ​ບວນ​ລົດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ໄປ​ຮອດ ສູນ​ການ​ແພດ​ທະ​ຫານ​ແຫ່ງ​ຊາດ ວອ​ລ​ເຕີ ຣີດ (Walter Reed National Military Medical Center) ​ໃນ​ນະ​ຄອນ​ເບີ​ແຕັ​ສ​ດາ ​ລັດ ແມ​ຣີ​ແລນ, ​ວັນ​ທີ 16 ພະ​ຈິກ 2019.
ຂະ​ບວນ​ລົດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ໄປ​ຮອດ ສູນ​ການ​ແພດ​ທະ​ຫານ​ແຫ່ງ​ຊາດ ວອ​ລ​ເຕີ ຣີດ (Walter Reed National Military Medical Center) ​ໃນ​ນະ​ຄອນ​ເບີ​ແຕັ​ສ​ດາ ​ລັດ ແມ​ຣີ​ແລນ, ​ວັນ​ທີ 16 ພະ​ຈິກ 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເດີນ​ທາງໄປ​ຢ້ຽມ​ຢາມ​ໂຮງ​ໝໍ​ ​ທະ​ຫານ ​ໃນຕອນ​ບ່າຍ​ຂອງ​ວັນ​ເສົາ​ວານນີ້ ໂດຍບໍ່​ໄດ້​ຄຶດ​ວ່າ ຈະ​ເກີດ​ຂຶ້ນ ສຳ​ລັບ​ສິ່ງ​ທີ່ ທຳ​ນຽບ​ຂາວ ກ່າວ​ວ່າ ເປັນ​ການ​ເລີ້ມກວດ​ສຸ​ຂະ​ພາບ​ປະ​ຈຳ​ປີ ກ່ອນ​ກຳ​ນົດ.

ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ ສ​ແຕັບ​ຟາ​ນີ ກ​ຣິ​ແຊມ ໄດ້​ກ່າວ​ໃນ​ຖະ​ແຫລງ​ການ​ວ່າ “ໂດຍ​ການຄາດ​ໝາຍ​ວ່າ ຈະ​ມີວຽກຫຼາຍ​ແທ້ໆ​ໃນ​ປີ 2020 ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ກໍສວຍ​ໂອ​ກາດ ​ໃນ​ວັນ​ທ້າຍ​ສັບ​ປະ​ດາ​ທີ່​ວ່າງນີ້ ຢູ່​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ ແຫ່ງນີ້ ເລີ້ມ​ຕົ້ນ ຂັ້ນ​ຕອນ​ການກວດ​ສຸ​ຂະ​ພາບ​ປະ​ຈຳ​ປີ ຢູ່​ທີ່​ໂຮງ​ໝໍ​ທະ​ຫານ ວອ​ລ​ເຕີ ຣີດ.”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ໃຊ້​ເວ​ລາ​ຢູ່ ສະ​ຖານ​ທີ່ການ​ແພດ ໃນ​ນະ​ຄອນ​ເບີ​ແຕັ​ສ​ດາ (Bethesda) ຂອງ​ລັດ​ແມ​ຣີ​ແລນ ເປັນ​ເວ​ລາ ປະ​ມານ 5 ຊົ່ວ​ໂມງ ກັ​ບ 15 ນາ​ທີ. ນັກ​ຖ່າຍ​ພາບ​ຄົນ​ນຶ່ງ ໄດ້​ເຫັນ ທ່ານ​ທ​ຣຳ ອອກ​ມາ​ຈາກ​ສະ​ຖານ​ທີ່​ແຫ່ງ​ດັ່ງ​ກ່າວ ໂດຍ​ທີ່ຄໍເສື້ອ​ຂອງ​ທ່ານ​ນັ້ນ ບໍ່​ໄດ້​ໃສ່​ກະ​ດຸມ ແລະ​ບໍ່​ໄດ້​ໃສ່​ກາ​ລະ​ວັດ​.

ທ່ານ​ນາງ ກ​ຣິ​ແຊມ ໄດ້​ກ່າວຫຼັງ​ຈາກ​ທ່ານ​ທ​ຣຳ ໄດ້​ເດີ່ນ​ທາງ​ອອກ​ໄປ​ບໍ່​ດົນ ວ່າ “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຮັບ​ການກວດ​ສຸ​ຂະ​ພາບ ແລະ​ກວດ​ເລືອດ​ຕ່າງໆ” ແລະ​ທ່ານ “ຍັງ​ຄົງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ດີ ແລະ​ມີ​ກຳ​ລັງ​ວັງ​ຊາ ໂດຍ​ທ່ານບໍ່​ໄດ້​ຈົ່ມ​ຕຳ​ໜິ​ຫຍັງ​ເລີຍ ດັ່ງ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໂດຍ​ການ​ອອກ​ໄປ​ຫາ​ສຽງ​ໃນ​ການ​ໂຮມ​ຊຸມ​ນູມ ຊ້ຳ​ແລ້ວ​ຊ້ຳ​ອີກ ຕໍ່​ໜ້າ​ຊາວ​ອາ​ເມ​ຣິ​ກັນ ຫຼາຍ​ພັນ​ຄົນຫຼາຍ​ຄັ້ງ​ຕໍ່​ອາ​ທິດ ນັ້ນ.”

ໂຄ​ສົກ​ທຳ​ນຽບ​ຂາວ ບໍ່ໄດ້​ສະ​ໜອງ​ລາຍ​ລະ​ອຽດ​ໃດໆ​ຕື່ມ​ອີກ ກ່ຽວ​ກັບ​ວ່າ ການກວດທີ່​ທ່ານ​ທ​ຣຳ ໄດ້​ຮັບນັ້ນ ​ແມ່ນ​ປະ​ເພດ​ໃດ.

ໃນ​ທ່ຽງຄືນຕອນ​ເຊົ້າ​ມືດ​ວັນ​ອາ​ທິດນີ້ ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້ ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ເລີ້ມ​ຕົ້ນ “ຂັ້ນ​ຕອນ​ທີ​ນຶ່ງ ຂອງ​ການກວດ​ສຸ​ຂ​ະ​ພາບ​ໃນ​ແຕ່​ລະ​ປີ. ທຸກ​ສິ່ງ​ທຸກ​ຢ່າງ​ດີຫຼາຍ. ຈະ​ສຳ​ເລັດ​ໃນ​ປີ​ໜ້າ.”

ທ່ານ​ນາງ ກ​ຣິແຊມ ຍັງ​ໄດ້​ກ່າວ​ອີກວ່າ ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ໃນ​ຂະ​ນະ​ຢູ່​ທີ່​ສະ​ຖານ​ທີ່​ດັ່ງ​ກ່າວນັ້ນ ຍັງ​ໄດ້​ທັກ​ທາຍ ບັນ​ດາ​ພະ​ນັກ​ງານ​ແພດ “ເພື່ອສະ​ແດງ​ອອກ​ເຖິງ​ຄວາມ​ຂອບ​ອົກ​ຂອບ​ໃຈ ສຳ​ລັບ​ການ​ຮັກ​ສາ​ປິ່ນ​ປົ່ວ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ດີ​ເລີດ ທີ່​ບັນ​ດາ​ແພດ​ທັງຫຼາຍ ໄດ້​ສະ​ໜອງ​ແກ່​ບັນ​ດານັກ​ລົບ​ໄດ້​ຮັບ​ບາດ​ເຈັບ​ທັງຫຼາຍ.”

ອ່​ານ​ຂ່ວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG