ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ​ວ່າ ທ. ​ຈູ​ລີ​ອາ​ນີ ທະ​ນາຍ​ຄວາມ​ຂອງ​ທ່ານ ຢາກ​ຈະ​ເອົາ​ຂໍ້​ມູນ ໄປ​ໃຫ້ ລມ​ຕ ບາ ແລະ ລັດ​ຖະ​ສະ​ພາ


​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ອນ​ໜ້າ ຈະ​ຂຶ້ນ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ Marine One ຢູ່​ເດີ່ນ​ຫຍ້າ ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ, ວັນ​ທີ 7 ທັນ​ວາ 2019, ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ.
​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ອນ​ໜ້າ ຈະ​ຂຶ້ນ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ Marine One ຢູ່​ເດີ່ນ​ຫຍ້າ ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ, ວັນ​ທີ 7 ທັນ​ວາ 2019, ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້ຊີ້​ແຈງ​ໃນ​ວັນ​ເສົາ​ວານນີ້ ວ່າ ທະ​ນາຍ​ຄວາ​ມ​ສ່ວນ​ຕົວ​ຂອງ​ທ່ານ ຄື ທ່ານ​ຣູ​ດີ ຈູ​ລີ​ອາ​ນີ ຢາກ​ເອົາ​ຂໍ້​ມູນ ທີ່​ເພິ່ນ​ໄດ້​ເກັບ​ກຳ​ມາ​ຈາກ​ການ​ສືບ​ສວນ​ສອບ​ສວນ​ຂອງ​ທ່ານ ຢູ່​ໃນ​ຢູ​ເຄ​ຣນ​ ນັ້ນ ໄປ​ໃຫ້​ລັດ​ຖະ​ມົ​ນ​ຕີ ກະ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ ແລະ​ໃຫ້​ລັດ​ຖະ​ສະ​ພາ.

ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ທ່ານ​ຈູ​ລີ​ອາ​ນີ ຍັງ​ບໍ່​ທັນ​ໄດ້​ບອກ​ທ່ານ​ວ່າ ຂໍ້​ມູນ​ດັ່ງ​ກ່າວ​ທີ່​ທ່ານ​ຈູ​ລີ​ອາ​ນີ ໄດ້​ເກັບ​ກຳ​ມານັ້ນ ແມ່ນ​ຫຍັງ ຫາກ​ແຕ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ກ່າວ​ວ່າ ທ່ານ​ໄດ້​ຍິນ​ວ່າ ມັນ​ມີຫຼາຍໆ​ເລື້ອງ​.

ທ່ານ​ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່ຕໍ່​ໜ້າ​ທຳ​ນຽບ​ຂາວ ກ່ອນ​ທີ່​ທ່ານ​ຈະ​ເດີນ​ທາງ​ໄປ​ຍັງ​ລັດ​ຟ​ລໍ​ຣີ​ດາ ວ່າ “ທ່ານ​ຈູ​ລີ​ອາ​ນີ ຈະ​ຂຽນ​ບົດ​ລາຍ​ງານ​ສະ​ບັບ​ນຶ່ງ ຂ້າ​ພະ​ເຈົ້າ​ຄຶດຈັ່ງ​ຊັ້ນ ເພື່ອ​ໃຫ້​ລັດ​ຖະ​ມົນ​ຕີ ກະ​ຊວງ​ຍຸ​ຕິ​ທຳ ແລະ​ລັດ​ຖະ​ສະ​ພາ.” ທ່ານ​ກ່າວ​ຕໍ່​ໄປ​ວ່າ “ລາວ​ກ່າວ​ວ່າ ລາວ ມີ​ຂໍ້​ມູນ​ທີ່​ດີໆຫຼາຍ​ອັນ. ຂ້າ​ພະ​ເຈົ້າ ຍັງ​ບໍ່​ທັນ​ໄດ້​ລົມ​ກັບ​ລາວ ກ່ຽວ​ກັບຂໍ້​ມູນ​ອັນ​ນັ້ນ​ເທື່ອ.”

ທ່ານ​ຈູ​ລີ​ອາ​ນີ ອະ​ດີດເຈົ້າ​ຄອງ​ນະ​ຄອນ​ນິວຢອກ ໄດ້​ເດີນ​ທາງ​ໄປ​ຍັງ​ຢູ​ເຄ​ຣນ ເພື່ອ​ຕິດ​ຕາມ​ການ​ສືບ​ສວນ​ສອບ​ສວນ ໃນ​ເລື້ອງ​ຜູ້​ທີ່​ອາດ​ຈະ​ເປັນຄູ່​ແຂ່ງ​ຂອງທ່ານ​ທ​ຣຳ ໃນການ​ເລືອກ​ຕັ້ງ ​ປີ 2020 ຈາກ​ພັກ​ເດ​ໂມ​ແຄ​ຣັດ ກໍ​ຄື ທ່ານ​ໂຈ ໄບ​ເດັນ ແລະ​ລູກ​ຊາຍ​ຂອງ​ເພິ່ນ ພ້ອມ​ດ້ວຍ ທິດ​ສະ​ດີການ​ສົມ​ຮູ້​ຮ່ວມ​ຄິດທີ່​ໄດ້​ຖືກເຮັດ​ໃຫ້​ບໍ່​ໜ້າ​ເຊື່ອ ທີ່​ວ່າ ຢູ​ເຄ​ຣນ ບໍ່​ແມ່ນ​ຣັດ​ເຊຍ ເຂົ້າ​ແຊກ​ແຊງ​ການ​ເລືອກ​ຕັ້ງສະ​ຫະ​ລັດ ໃນ​ປີ 2016 ເພື່ອ​ຊ່ອຍ​ ທ່ານ​ນາງ​ຮີ​ລາ​ຣີ ຄ​ລິນ​ຕັນ ຜູ້​ທີ່​ເປັນຄູ່​ແຂ່ງ​ຂອງ​ທ່ານທ​ຣຳ.

ການ​ພະ​ຍາ​ຍາມ​ຊຸກ​ຍູ້ ຂອງທ່ານ​ທ​ຣຳ ເພື່ອເຮັດໃຫ້​ການ​ສືບ​ສວນ​ສອບ​ສວນ​ ເຂົ້າ​ໃນ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ໃນ​ການ​ເລືອກ​ຕັ້ງ ປີ 2016 ຂອງ​ໄອ​ຍະ​ການ​ພະ​ເສດ ທ່ານ​ໂຣ​ເບີດ ​ມັນ​ເລີ ເສຍຫາຍນັ້ນ ກໍ​ໄດ້​ນຳ​ໄປ​ສູ່​ການ​ລົງ​ຄວາມ​ເຫັນ​ວ່າ ຣັດ​ເຊຍ ໄດ້​ເຂົ້າ​ແຊກ​ແຊງເພື່ອ​ຊ່ອຍ​ໃຫ້​ທ່ານ​ທ​ຣຳ ຊະ​ນະ​ການ​ເລືອກ​ຕັ້ງ ຊຶ່ງ​ໃນ​ທີ່​ສຸດ ໄດ້​ເຮັດ​ໃຫ້​ທ່ານ​ທ​ຣຳ ​ຕ້ອງ​ໄດ້​ປະ​ເຊີນ​ກັບ ຂໍ້ກ່າວ​ຟ້ອງ​ຮ້ອງ ຊຶ່ງ​ສະ​ພາ​ຕ່ຳ​ນຳ​ພາ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ແມ່ນ​ກຳ​ລັງ​ຮ່າງ​ມາດ​ຕາ​ການ​ຟ້ອງ​ຮ້ອງ ຕາມ​ການ​ຮ້ອງ​ຂໍ​ໂດຍ​ປະ​ທາ​ນ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ.

ທ່ານ​ທ​ຣຳ ດ້​ຖື​ກ​ກ່າວ​ຫາ​ວ່າ ກົດ​ດັນ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ແຊ​ເລັນ​ສະ​ກີ ໃຫ້​ປະ​ກາດ​ການ​ສືບ​ສວນ​ສອບ​ສວນ ຄອບ​ຄົວ​ ທ່ານ​ໄບ​ເດັນ ໃນ​ຂະ​ນະ​ທີ່ ທຳ​ນຽບ​ຂາວ ໂຈະ​ການ​ຊ່ອຍ​ເຫຼືອ​ດ້ານ​ຄວາມ​ໝັ້ນ​ຄົງ ສຳ​ລັບ​ປະ​ເທດ​ດັ່ງ​ກ່າວ ໄວ້ ຊຶ່ງ​ການ​ຊ່ອຍ​ເຫຼືອນີ້ ກໍ​ໄດ້​ຖືກ​ຮັບ​ຜ່ານ​ໂດຍ​ລັດ​ຖະ​ສະ​ພາ ແລ້ວ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG