ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mike Pence ຮັບເອົາ ການຖືກສະເໜີຊື່ ສະໝັກເອົາຕຳແໜ່ງ ຮອງປະທານາທິບໍດີ


Mike Pence Accepts Nomination as Republican Vice Presidential Candidate
please wait

No media source currently available

0:00 0:03:01 0:00

ຜູ້ປົກຄອງລັດ Indiana ທ່ານ Mike Pence ໄດ້ອອກມາເປີດຕົວ​ໃນ​ຖານະຜູ້ຖືກສະເໜີຊື່​ແຕ່ງຕັ້ງ​ໃຫ້ເປັນຜູ້​ສະໝັກຮອງປະທານາທິບໍ ດີຂອງພັກໃນວັນພຸດທີ່ຜ່ານມາ. ດ້ວຍການ ກ່າວຄຳປາໄສຮັບການແຕ່ງ ຕັ້ງຢ່າງເປັນທາງການ ໃນວັນທີສາມຂອງກອງປະຊຸມຫຼວງ ຂອງພັກໃນນະຄອນ Cleveland. ການປະທ້ວງກໍ່ໄດ້ດຳເນີນຕໍ່ໄປຢູ່ນອກຫໍປະຊຸມເຊັ່ນ ກັນ. ໃນ ຂະນະທີ່ພວກເຮົາໄດ້ຍິນຈາກນັກຂ່າວແຫ່ງຊາດຂອງ ວີໂອເອ Jim Malone ໃນນະຄອນ Cleveland ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ລິງໂດຍກົງ

ທ່ານ Mike Pence ໄດ້ຂຶ້ນກ່າວຄຳປາໄສຖ່າມກາງຄວາມສົນໃຈຂອງປະເທດໃນເວທີ ຂອງ ກອງປະຊຸມຫຼວງ ພັກຣີພັບບລີກັນ.

ທ່ານ Mike Pence ຜູ້ລົງແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີ ກ່າວວ່າ “ຂ້າພະເຈົ້າ ນັບຖືສາສະໜາ ຄຣິສຕຽນ, ເປັນນັກອະນຸລັກນິຍົມ ແລະ ສະມາຊິກພັກຣີພັບບລີ ກັນຕາມທຳນອງນັ້ນ.”

ທ່ານ Mike Pence ແມ່ນນັກອະນຸລັກນິຍົມແນວທາງດັ້ງເດີມຂອງພັກ ຜູ້ທີ່ອາດສາມາດ ຊ່ວຍ​ເກ້​ຍກ່ອມສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່ບັນດາສະມາຊິກພັກພັບບລີກັນທີ່​ຍັງ​ມີ​ຄວາມ​ສົງ​ໄສ ໃຫ້ຫັນມາໜູນຫຼັງທ່ານ Trump ໃນຖານະເປັນຜູ້ຖືກສະເໜີຊື່ຂອງພັກ.

ທ່ານ Mike Pence ກ່າວວ່າ “ຄະນະ​ຂອງເຮົາແມ່ນກຽມພ້ອມແລ້ວ, ພັກຂອງເຮົາ ແມ່ນພ້ອມແລ້ວ ແລະ​ ເມື່ອ​ໃດພວກເຮົາເລືອກເອົາທ່ານ Donald ໃຫ້ເປັນປະທາ ນາທິບໍດີສະຫະລັດ ຄົນທີ 45 ​ແລ້ວ, ພວກເຮົາທຸກຄົນຈະເຮັດໃຫ້ ອາເມຣິກາ ຍິ່ງໃຫຍ່ອີກຄັ້ງໜຶ່ງ.”

ສັນຍານທີ່ເປັນຮອຍແຕກແຍກຂອງພັກຣີພັບ​ບລີ​ກັນ ແມ່ນຍັງສາມາດເຫັນໄດ້ໃນວັນພຸດມື້ ກ່ອນນີ້. ສະມາຊິກສະພາສູງລັດ Texas ທ່ານ Ted Cruz ຜູ້ທີ່ໄດ້ເສຍ​ໄຊ​ໃນການເລືອກຕັ້ງ ຂັ້ນຕົ້ນທີ່ມີຄວາມດຸເດືອດໃຫ້ທ່ານ Trump ນັ້ນ, ໄດ້ຮຽກຮ້ອງໃຫ້ຜູ້ສະໜັບສະໜູນພັກຣີພັບ ບລີກັນ ໄປລົງຄະແນນສຽງ ໃນເດືອນພະຈິກທ້າຍປີນີ້ ແຕ່ທ່ານບໍ່ປະກາດ​ໃຫ້ການ​ສະໜັບ ສະໜຸນ​ຕໍ່ທ່ານ Trump ຢ່າງເປັນທາງການ ຈົນກໍ່ໃຫ້ ເກີດມີສຽງໂຫ່ຮ້ອງຈາກພວກຜູ້ແທນຫຼາຍຄົນ.

ທ່ານ Ted Cruz ຂຶ້ນກ່າວຄຳປາໄສຢູ່ເທິງເວທີຂອງກອງປະຊຸມຫຼວງພັກຣີພັບບລີກັນ. 20 ກໍລະກົດ, 2016. (A. Shaker/VOA)
ທ່ານ Ted Cruz ຂຶ້ນກ່າວຄຳປາໄສຢູ່ເທິງເວທີຂອງກອງປະຊຸມຫຼວງພັກຣີພັບບລີກັນ. 20 ກໍລະກົດ, 2016. (A. Shaker/VOA)

ທ່ານ Ted Cruz ສະມາຊິກສະພາສູງລັດ Texas ກ່າວວ່າ “ຈົ່ງລຸກ ຂຶ້ນ ແລະ ເວົ້າ ແລະ ລົງຄະແນນສຽງຕາມຈິດສຳນຶກຂອງທ່ານ, ລົງຄະແນນສຽງຕາມ​ລາຍ​ຊື່​ທີ່​ມີ​ໃນ​ການເລືອກຕັ້ງ ຜູ້ທີ່ທ່ານເຊື່ອວ່າຈະມາປົກປ້ອງສິດເສລີພາບຂອງພວກເຮົາ ແລະ ສັດຊື່ຕໍ່ລັດຖະທຳມະນູນ.”

ຢູ່ດ້ານນອກຂອງຫໍປະຊຸມ, ກໍໄດ້ມີການປະທ້ວງ​ເພີ້ມຂຶ້ນ ໃນວັນພຸດທີ່ຜ່ານມານີ້ໃນຂະນະ ທີ່ພວກປະທ້ວງບາງ​ຄົນໄດ້ຖືກຄວບຄຸມຕົວ​ໄປໂດຍຕຳຫຼວດຫຼັງຈາກໄດ້ຈູດທຸງຊາດ.

ໃນເຫດການທີ່ຂ້ອນຂ້າງຈະງຽບສະຫງົບກວ່າ ໄດ້ເກີດຂຶ້ນທີ່ຈະຕຸລັດສາທະລະນະຂອງນະ ຄອນ Cleveland ບ່ອນທີ່ພວກປະທ້ວງຜູ້ມີຄວາມຫຼົງໄຫຼ ໄດ້ໄປເຕົ້າໂຮມກັນຈາກທົ່ວປະ ເທດໝົດອາທິດ ໃນການສະໜັບສະໜູນຫຼາຍໆຢ່າງ.

ບາງຄົນໄດ້ມາເພື່ອຄັດຄ້ານແຜນການຂອງທ່ານ Trump ສຳລັບການສ້າງກຳແພງຢູ່ເຂດ ຊາຍແດນຕິດກັບປະເທດ ເມັກຊິໂກ, ໃນຂະນະທີ່ອີກ​ຈຳນວນ​ນຶ່ງໄດ້ກ່າວ​ໂຈມ​ຕີການໂຕ້ຖຽງ ຂອງ​ທັງ 2 ຝ່າຍ ກ່ຽວກັບ ສິດທິຂອງພວກກະເທີຍ ແລະ ພວກຜູ້ທີ່ໄດ້ອອກມາຕໍ່ຕ້ານ.

ຜູ້ປະທ້ວງຕໍ່ຕ້ານພວກກະເທີຍກ່າວວ່າ “ພະເຈົ້າແມ່ນບໍ່ພໍໃຈກັບຄວາມຊົ່ວຮ້າຍຂອງ ພວກເຈົ້າໃນແຕ່ລະມື້.”

ນາງ Ivanka Trump, ລູກສາວຂອງຜູ້ຖືກສະເໜີຊື່ເອົ າຕຳແໜ່ງປະທານາທິບໍດີ ທ່ານ Donald Trump, ຕົບມືເຊຍ ໃນຂະນະທີ່ທ່ານ Mike Pence ຮັບເອົາການຖືກສະເໜີຊື່ເປັນຮອງປະທານາທິບໍດີໃນນະຄອນ Cleveland, 20 ກໍລະກົດ, 2016.
ນາງ Ivanka Trump, ລູກສາວຂອງຜູ້ຖືກສະເໜີຊື່ເອົ າຕຳແໜ່ງປະທານາທິບໍດີ ທ່ານ Donald Trump, ຕົບມືເຊຍ ໃນຂະນະທີ່ທ່ານ Mike Pence ຮັບເອົາການຖືກສະເໜີຊື່ເປັນຮອງປະທານາທິບໍດີໃນນະຄອນ Cleveland, 20 ກໍລະກົດ, 2016.

ແລະ ສຳລັບຜູ້ທີ່ໃຫ້ການສະໜັບສະໜູນພວກກະເທີຍ.

ທ້າວ Nate Puppets ກ່າວວ່າ “ພວກເຂົາຢາກເວົ້າຫຍັງກໍໄດ້. ຂ້ອຍຍັງຢູ່ນີ້. ຂ້ອຍບໍ່ ໄດ້ຢ້ານ ທີ່ຈະອອກມາຢູ່ບ່ອນນີ້.”

ສຳລັບບາງຄົນ, ມັນກ່ຽວກັບການທີ່ໄດ້ເປັນສ່ວນໜຶ່ງຂອງລາຍການ, ຄືນາງ Marni Halasa ຜູ້ວິ​ຈານທ່ານ Trump.

ນາງ Halasa ກ່າວວ່າ “ຂ້າພະເຈົ້າຄິດວ່າມັນຈະບໍ່ເປັນຫຍັງ. ຂ້າພະເຈົ້າໄດ້ເປັນ ຫ່ວງ ກ່ຽວກັບ ການມາຢູ່ທີ່ນີ້. ຂ້າພະເຈົ້າແບບວ່າເປັນຫ່ວງຫຼາຍ. ແຕ່ຕອນນີ້ຂ້າ ພະເຈົ້າຢູ່ໃນຈະຕຸລັດ ສາທາລະນະ ແລະ ໄດ້ລົມກັບຫຼາຍຄົນ. ມັນບໍ່ໄດ້ເປັນ ຫຍັງ.”

ສ່ວນທ້າວ Jesse Gonzalez ຜູ້ສະໜັບສະໜູນທ່ານ Trump ກ່າວວ່າ “ຂ້າພະເຈົ້າຫວັງ ທີ່ຈະເຮັດໃຫ້ຄົນມີຄວາມເຊື່ອໝັ້ນ, ກ່ອນອື່ນໝົດ, ເພື່ອລົງຄະແນນສຽງ​ໃຫ້ທ່ານ Donald Trump ແລະ ສອງມາ ເພື່ອພະຍາຍາມ ແລະຕໍ່ສູ້ເພື່ອປົກປັກຮັກສາສິດ ທິຂອງພວກເຮົາໃນບົດ​ເພີ້ມ ຕື່ມຂໍ້ທີ 2 ຂອງລັດຖະທຳມະນູນ.”

ທ້າວ John ຈາກນະຄອນ Cleveland ບໍ່ໄດ້ມັກຜູ້ລົງແຂ່ງຂັນທີ່ສຳຄັນຈາກທັງສອງຝ່າຍ.

ທ້າວ John ກ່າວວ່າ “ຂ້າພະເຈົ້າພະຍາຍາມທີ່ຈະສະແດງຄວາມບໍ່ເຫັນດ້ວຍຂອງ ຂ້າພະເຈົ້າ ກ່ຽວກັບ ຜູ້​ສະໝັກຂອງທັງສອງພັກການເມືອງທີ່ສຳຄັນເຊັ່ນທ່ານ ນາງ Hillary Clinton ແລະ ທ່ານ Donald Trump. ຂ້າພະເຈົ້າຄິດວ່າມັນແມ່ນ ຄວາມອັບອາຍຂາຍໜ້າ ແລະ ພວກເຮົາຄວນມີຄວາມລະອາຍໃຈ.”

ແຕ່ຜູ້ລົງສະໝັກ​ເປັນ​ປະທານາທິບໍດີ ທີ່​ບໍ່​ສັງກັດ​ພັກ ທ່ານ Vermin Supreme ໄດ້ກ່າວວ່າ ລາວຍັງຫວ່າງຢູ່.

ທ່ານ Supreme ກ່າວວ່າ “ຂ້າພະເຈົ້າໄດ້ຍິນວ່າ ຢູ່​ບ່ອນ​ນີ້ ມີ​ຄວາມ​ຮູ້ສຶກຢ່າງ​ແຂງ​ຂັນ​ທີ່​ວ່າແມ່ນ​ໃຜ​ກໍ​ໄດ້ ​ແຕ່​ບໍ່​ແມ່ນ​ທ່ານ Trump ​ແລະ​ຂ້າພະ​ເຈົ້າ​ແມ່ນ​ບຸກຄົນ​ຜູ້ ນັ້ນທີ່​ບໍ່​ແມ່ນ​ທ່ານ Trump.”

ກັບຄືນເຂົ້າໄປໃນຫໍປະຊຸມ, ທ່ານ Trump ໄດ້ໄປມີໜ້າ ສຳລັບການກ່າວຄຳປາໄສຂອງທ່ານ Pence ແລະ ຕອນນີ້ ກຽມພ້ອມທີ່ຈະກ່າວຄຳປາໄສທີ່ມີຄວາມສຳຄັນທີ່ສຸດຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG